ການຂະຫຍາຍສະໜາມບິນສາກົນວັດໄຕ ໃນນະຄອນຫຼວງ ວຽງຈັນ ຈະສຳເລັດໃນຕົ້ນ
ປີ 2018 ໂດຍໄດ້ຮັບການຊ່ວຍເຫຼືອຈາກອົງການ JICA ຂອງລັດຖະບານ ຍີ່ປຸ່ນ ໃນມູນ ຄ່າລວມ 9,000 ລ້ານເຢນ.
ທາງການສະຖານທູດ ຍີ່ປຸ່ນ ໃນນະຄອນຫຼວງວຽງຈັນ ລາຍງານວ່າການພັດທະນາ-ປັບ
ປຸງສິ່ງອຳນວຍຄວາມສະດວກຕ່າງໆພາຍໃນສະໜາມບິນ ນານາຊາດວັດໄຕ ໃນນະ
ຄອນຫຼວງວຽງຈັນ ຊຶ່ງໄດ້ເລີ່ມລົງມືດຳເນີນການໃນພາກຕົວຈິງນັບແຕ່ທ້າຍປີ 2015 ເປັນ ຕົ້ນມາດ້ວຍເງິນທຶນສະໜັບສະໜູນຈາກອົງການເພື່ອການຮ່ວມມືສາກົນຂອງລັດຖະບານ
ຍີ່ປຸ່ນ JICA ໃນມູນຄ່າລວມ 9,000 ລ້ານເຢນ ຫຼື ປະມານ 80 ລ້ານໂດລານັ້ນມາເຖິງປະ ຈຸບັນນີ້ ໄດ້ຄືບໜ້າຕາມແຜນການທີ່ວາງໄວ້ເປັນຢ່າງດີ ໂດຍຄາດວ່າຈະແລ້ວສຳເລັດ
ແລະ ເປີດນຳໃຊ້ໄດ້ທັງໂຄງການພາຍໃນຕົ້ນປີ 2018.
ໂດຍການພັດທະນາ-ປັບປຸງສະໜາມບິນນານາຊາດວັດໄຕ ດັ່ງກ່າວນີ້ໄດ້ນຳໃຊ້ເທັກນິກ ສະໄໝໄໝ່ຂອງ ຍີ່ປຸ່ນ ທັງໃນດ້ານການຄວບຄຸມການບິນ, ການຮັກສາຄວາມປອດໄພ
ແລະ ການອຳນວຍຄວາມສະດວກໃຫ້ແກ່ການບິນ ແລະ ຜູ້ໂດຍສານ ດ້ວຍການພັດທະ ນາ-ປັບປຸງອາຄານຜູ້ໂດຍສານຫຼັງເກົ່າໃຫ້ທັນສະໄໝເພື່ອໃຫ້ສາມາດຮອງ ຮັບຜູ້ໂດຍ ສານໃຫ້ໄດ້ເຖິງ 2 ລ້ານຄົນໃນແຕ່ລະປີ.
ແຕ່ຢ່າງໃດກໍຕາມ ສະໜາມບິນນານາຊາດວັດໄຕ ໃນປະຈຸບັນນີ້ກໍປະເຊີນກັບບັນຫາແອ
ອັດທັງຈຳນວນຖ້ຽວບິນ ແລະ ຜູ້ໂດຍສານທີ່ເພີ່ມຂຶ້ນນັບມື້ ໂດຍຄາດວ່າຈະບໍ່ສາມາດ
ຮອງຮັບຈຳນວນຖ້ຽວບິນ ແລະ ຜູ້ໂດຍສານທີ່ເພີ່ມຂຶ້ນໄດ້ຢ່າງພຽງພໍພາຍໃນປີ 2023 ຊຶ່ງ
ກໍເຮັດໃຫ້ກົມການບິນພົນລະເຮືອນໄດ້ຕົກລົງໃນບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັບ
ບໍລິສັດ ເອກະຊົນ ຈີນ ເພື່ອດຳເນີນການສຶກສາຄວາມເປັນໄປໄດ້ຂອງໂຄງການກໍ່ສ້າງສະ ໜາມບິນ ນານາຊາດແຫ່ງໃໝ່ ໃນເຂດນະຄອນຫຼວງວຽງຈັນ ເມື່ອບໍ່ນານມານີ້ໂດຍໄດ້
ອະນຸຍາດໃຫ້ ບໍລິສັດເອກະຊົນ ຈີນ ເປັນຜູ້ຮັບຜິດຊອບການສຶກສາຄວາມເປັນໄປໄດ້
ຂອງໂຄງການໃຫ້ແລ້ວພາຍໃນ 2 ປີ ແລະ ຖ້າຫາກພົບວ່າໂຄງການມີຄວາມຄຸ້ມຄ່າທີ່ຈະ
ລົງທຶນລັດຖະບານ ລາວ ກໍຈະສົ່ງເສີມການລົງທຶນໃນໂຄງການໃຫ້ໄວທີ່ສຸດ.
ກ່ອນໜ້ານີ້ ລັດຖະບານ ລາວ ໄດ້ວາງແຜນການໄວ້ວ່າຈະກໍ່ສ້າງສະໜາມບິນນານາຊາດ
ແຫ່ງໃໝ່ຢູ່ເຂດບ້ານດົງໝາຍຄາຍ ເມືອງ ໄຊທານີ ຫ່າງຈາກເທດສະບານນະຄອນຫຼວງ
ວຽງຈັນ 18 ກິໂລແມັດໄປຕາມເສັ້ນທາງເລກ 10 ໂດຍມີເນື້ອທີ່ປະມານ 5,000 ເຮັກຕາ ແຕ່ການສຶກສາພົບວ່າມີຄວາມເປັນໄປໄດ້ຍາກເນື່ອງຈາກເປັນເຂດທີ່ມີບ້ານເຮືອນຂອງປະ
ຊາຊົນ ຢູ່ຢ່າງໜາແໜ້ນ, ມີຫ້ອງການ, ມີຕະຫຼາດ ແລະ ມີສະໜາມກິລາຢູ່ບໍລິເວນໃກ້ຄຽງ ທັງຍັງເປັນພື້ນທີ່ຮອງຮັບການຂະຫຍາຍຕົວເມືອງຂອງເຂດນະຄອນຫຼວງວຽງຈັນອີກດ້ວຍ.
ສຳລັບພື້ນທີ່ທີ່ຈະທຳການສຶກສາຕາມບົດບັນທຶກຄວາມເຂົ້າໃຈສະບັບໃໝ່ນີ້ຢູ່ທີ່ຫຼັກ 35
ຖະໜົນເລກ 13 ໃຕ້ ຊຶ່ງຫາກຜົນການສຶກສາພົບວ່າມີຄວາມເໝາະສົມ ແລະ ຄຸ້ມຄ່າທີ່ຈະ
ລົງທຶນ ລັດຖະບານ ລາວ ກໍຈະສົ່ງເສີມການລົງທຶນທັງຈາກພາຍໃນ ແລະ ຕ່າງປະເທດ
ທັນທີ ພາຍໃຕ້ເປົ້າໝາຍທີ່ຈະຊຸກຍູ້ໃຫ້ການກໍ່ສ້າງສະໜາມບິນແຫ່ງໃໝ່ນີ້ໃຫ້ແລ້ວສຳ
ເລັດແລະ ເປີດໃຊ້ຢ່າງເປັນທາງການພາຍໃນປີ 2025 ເປັນຢ່າງຊ້າ.
ແຕ່ສຳລັບໃນໄລຍະສະເພາະນີ້ ທາງການ ລາວ ກໍໄດ້ແກ້ໄຂບັນຫາແອອັດຢູ່ສະໜາມບິນ ວັດໄຕດ້ວຍການພັດທະນາ-ປັບປຸງເພື່ອຍົກລະດັບ ສະໜາມບິນວັດໄຕດ້ວຍການພັດທະ ນາ-ປັບປຸງສະໜາມບິນວັດໄຕໃຫ້ໄດ້ມາດຕະຖານສາກົນຫຼາຍຂຶ້ນ ດັ່ງເຈົ້າໜ້າທີ່ຂັ້ນສູງ ໃນກະຊວງໂຍທາທິການ ແລະ ຂົນສົ່ງໄດ້ໃຫ້ການຢືນຢັນວ່າ.
"ລັດຖະບານເນາະ ພວກເຮົານີ້ກໍໄດ້ເອົາໃຈໃສ່ໃນການພັດທະນາການບິນໃນໄລຍະ ຜ່ານມານີ້ ຖືວ່າໝາຍຄວາມວ່າລານຈອດເຮືອບິນບໍ່ ຫຼືວ່າ ທາງຂຶ້ນ-ລົງ, ລະບົບບັນ ຊາການບິນນີ້ ດຽວນີ້ ບັນຫາທີ່ວ່າພວກເຮົາກໍຈະຕ້ອງໄດ້ປັບປຸງນີ້ແມ່ນຍົກລະດັບອາ
ຄານຜູ້ໂດຍສານນີ້."
ກ່ອນໜ້ານີ້ ລັດຖະບານ ລາວ ກໍໄດ້ຮັບການສະໜັບສະໜູນເງິນທຶນຈາກລັດຖະບານ ຍີ່
ປຸ່ນ 1,246 ລ້ານເຢນ ແລະ ກູ້ຢືມຈາກລັດຖະບານ ຈີນ ຫຼາຍກວ່າ 37 ລ້ານໂດລາ ສຳ
ລັບນຳໃຊ້ໃນການພັດທະນາສະໜາມບິນວັດໄຕ ເພື່ອຮອງຮັບການເປັນເຈົ້າພາບຈັດ
ກອງປະຊຸມສຸດຍອດອາຊຽນ-ຢູໂຣບ ຄັ້ງທີ 9 ເມື່ອທ້າຍປີ 2012 ທີ່ນະຄອນຫຼວງວຽງຈັນ
ໂດຍໄດ້ຂະຫຍາຍລານຈອດໃຫ້ສາມາດຮອງຮັບເຮືອບິນຂະໜາດໃຫຍ່ໄດ້ເຖິງ 40 ລຳ
ພ້ອມທັງຕິດຕັ້ງລະບົບຮັກສາຄວາມປອດໄພ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ
ຢ່າງຄົບຊຸດມາແລ້ວ ຫາກແຕ່ວ່າມາຮອດປະຈຸບັນນີ້ ສິ່ງອຳນວຍຄວາມສະດວກດັ່ງກ່າວ
ກໍບໍ່ສາມາດຮອງຮັບໄດ້ຢ່າງພຽງພໍກັບການເພີ່ມຂຶ້ນທັງຈຳນວນຖ້ຽວບິນ ແລະ ຈຳນວນ
ຜູ້ໂດຍສານທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງດັ່ງກ່າວ.