ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຂວງວຽງຈັນຈະສ້າງ ເມືອງຫລວງ ຂອງແຂວງ ໃຫ້ສໍາເລັດ ໃນປີ 2020


ຮູບຈໍາລອງຂອງແຫລ່ງທ່ອງທ່ຽວທີ່ຈະສ້າງຢູ່ຕໍ່ໜ້າເຂື່ອນຜະລິດໄຟ
ຟ້ານໍ້າງື່ມ ທີ່ແຂວງວຽງຈັນ
ຮູບຈໍາລອງຂອງແຫລ່ງທ່ອງທ່ຽວທີ່ຈະສ້າງຢູ່ຕໍ່ໜ້າເຂື່ອນຜະລິດໄຟ ຟ້ານໍ້າງື່ມ ທີ່ແຂວງວຽງຈັນ

ທາງ​ການ​ແຂວງ​ວຽງຈັນ ວາງ​ແຜນການ​ທີ່​ຈະ​ດຳ​ເນີນ​ການກໍ່ສ້າງ​ເມືອງ​ໃໝ່່ທີ່ເປັນສູນກາງ ໃນການ​ບໍລິຫານ​ງານຂອງແຂວງໃຫ້ແລ້ວສຳເລັດໃນປີ 2020 ໂດຍຈະໃຊ້ງົບປະມານຫຼາຍ ກວ່າ 150 ລ້ານ​ໂດ​ລາ.

ທ່ານ ອຸດົງ ພົງໄພປະດິດ ຫົວໜ້າຫ້ອງການ ແລະການລົງທຶນປະຈຳແຂວງວຽງຈັນໄດ້ຖະ
ແຫຼງຢືນຢັນວ່າທາງການແຂວງວຽງຈັນໄດ້ຈັດທຳແຜນການກໍ່ສ້າງ ແລະພັດທະນາເມືອງ
ໃໝ່ເພື່ອໃຫ້ເປັນເມືອງສູນກາງໃນການບໍລິຫານແລ້ວໃນຂະນະນີ້.

ໃນແຜນການດັ່ງກ່າວໄດ້ມີການແບ່ງການດຳເນີນວຽກອອກເປັນ 2 ໄລຍະດ້ວຍກັນກໍຄື
ໄລຍະທີ 1 ຈະເປັນການດຳເນີນງານລະຫວ່າງປີ 2011-2015 ຊຶ່ງຈະເປັນການກໍ່ສ້າງ
ພື້ນຖານ​ໂຄງ​ຫລ່າງຕ່າງໆເຊັ່ນຖະໜົນຫົນທາງແລະການວາງຜັງເມືອງເພື່ອຮອງຮັບເຂດ
ເມືອງໃໝ່. ສ່ວນໄລຍະທີ 2 ທີ່ຈະເປັນການດຳເນີນງານລະຫວ່າງປີ 2016-2020 ນັ້ນກໍ
ຈະເປັນການກໍ່ສ້າງອາຄານ ແລະສໍານັກງານຕ່າງໆລວມເຖີງການຈັດວາງສິ່ງອຳນວຍ
ຄວາມສະດວກຕ່າງໆເຊັ່ນໄຟຟ້າ, ນ້ຳປະປາ ແລະສວນສາທາລະນະເປັນຕົ້ນ.

ແຕ່ຢ່າງໃດກໍຕາມເນື່ອງຈາກວ່າ ການດຳເນີນງານຕາມແຜນການດັ່ງກ່າວນີ້ຈຳຕ້ອງໃຊ້
ງົບປະມານຄິດເປັນມູນຄ່າລວມຫຼາຍກວ່າ 1,200 ຕື້ກີບ ຫຼືເກີນກວ່າ 150 ລ້ານ​ໂດ​ລາ ຊຶ່ງເກີນຄວາມສາມາດໃນດ້ານງົນປະມານຂອງແຂວງວຽງຈັນ ຈຶ່ງເຮັດໃຫ້ຈຳເປັນຕ້ອງເພິ່ງ​ພາການສະໜັບສະໜູນຈາກລັດຖະບານລາວລວມທັງການຂໍຄວາມຊ່ວຍເຫືລອ ແລະກູ້
ຢືມຈາກຕ່າງປະເທດເປັນດ້ານຫລັກ.

ຫາກແຕ່ຈົນເຖິງຂະໜາດນີ້ ກໍຍັງຄົງບໍ່ມີຄວາມຊັດເຈັນວ່າລັດຖະບານລາວຈະໃຫ້ການສະ
ໜັບສະໜູນໃນມູນຄ່າເທົ່າໃດ ຫຼືຈະອະນຸມັດໃຫ້ທາງການແຂວງວຽງຈັນສາມາດຂໍຄວາມ
ຊ່ວຍເຫືລອ ແລະກູ້ຢືມຈາກຕ່າງປະເທດໄດ້ໃນມູນຄ່າເທົ່າໃດແທ້ໃນຂະນະທີ່ເມື່ອທ້າຍປີ
ກາຍສະພາແຫ່ງຊາດລາວກໍໄດ້ອະນຸມັດງົບປະມານສະໜັບສະໜູນພຽງແຕ່ 9 ຕື້ກີບຫຼື
1% ຂອງຄວາມຕ້ອງການງົບປະມານທັງໝົດເທົ່ານັ້ນ.

ທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດລາວ
ທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດລາວ

ທາງດ້ານທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດລາວ
ກໍໄດ້ໃຫ້ການຢືນຢັນກັບການປົກຄອງແຂວງວຽງຈັນເມື່ອບໍ່
ນານມານີ້ວ່າ ລັດຖະບານລາວເຫັນດີນຳແຜນການດັ່ງກ່າວ
ນີ້ຢູ່ແລ້ວ ພຽງແຕ່ວ່າມີບັນຫາຂໍ້ຈຳກັດໃນດ້ານງົບປະມານ
ຈຶ່ງຈຳເປັນທີ່ຈະຕ້ອງພິຈາລະນາແຜນການໃຫ້ຮອບຄອບ
ໃນທຸກດ້ານກ່ອນທີ່ຈະຕັດສິນໃຈໄປໃນທິດທາງໃດ. ໃນຂະ
ນະດຽວກັນອຳນາດການປົກຄອງແຂວງວຽງຈັນກໍຈະຕ້ອງ
ມີຄວາມຮັບຜິດຊອບສູງຕໍ່ແຜນການດັ່ງກ່າວນີ້ດ້ວຍດັ່ງທີ່ທ່ານ
ບຸນຍັງ ໄດ້ກ່າວຊີ້ແຈງວ່າ: “ການສ້າງຕົວເມືອງວຽງຄຳ
ເປັນເມືອງເອກຂອງແຂວງຕ້ອງຕິດພັນກັບການພັດທະ
ນາລຽບແຄມສອງຝັ່ງນ້ຳງື່ມ ບັນຫານີ້ກໍ່ໄດ້ຮັບການ
ຕົກລົງຈາກຂັ້ນເທິງແລ້ວ ແຕ່ຕ້ອງໄດ້ເຮັດເປັນກ້າວໆ. ຕ້ອງວາງຜັງເມືອງໃຫ້ລະອຽດແລ້ວກະໃຫ້ເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດ, ຕ້ອງຮັບປະ
ກັນໄດ້ສາມບັນຫາຄືຄວາມສວຍງາມທີ່ເປັນເອກກະລັກຂອງທ້ອງຖິ່ນ, ຄວາມ
ທັນ
ສະໃໝ
ແລະການມີສະພາບແວດລ້ອມທີ່ດີ ສີຂຽວໃຫ້ມັນໄດ້”

ໃນປະຈູບັນແຂວງວຽງຈັນປະກອບມີ 9 ເມືອງທີ່ແຍກການປົກຄອງອອກຈາກນະຄອນວຽງ
ຈັນນັບແຕ່ປີ 1982 ແລະນັບຈາກນັ້ນ ເປັນຕົ້ນມາກໍປະກົດວ່າ ແຂວງວຽງຈັນຍັງບໍ່ມີເມືອງ ທີ່ເປັນສູນກາງໃນການບໍລິຫານການປົກຄອງຂອງແຂວງ ຄື​ກັບ​ແຂວງອື່ນໆເລີຍ ຊຶ່ງເຮັດໃຫ້
ອຳນາດການປົກຄອງແຂວງວຽງຈັນເຫັນວ່າເປັນປັດໃຈສຳຄັນທີ່ເຮັດໃຫ້ການພັດທະນາ
ທາງດ້ານຕ່າງໆພາຍໃນແຂວງດຳເນີນໄປຢ່າງຊັກຊ້າ.

ເຂື່ອນນໍ້າງື່ມ ຊຶ່ງຕັ້ງຢູ່ໃນເຂດທີ່ທາງການແຂວງ ວຽງຈັນວາງແຜນພັດທະນາໃຫ້ເປັນເຂດສູນກາງ ທ່ອງທ່ຽວຢ່າງຄົບວົງຈອນ
ເຂື່ອນນໍ້າງື່ມ ຊຶ່ງຕັ້ງຢູ່ໃນເຂດທີ່ທາງການແຂວງ ວຽງຈັນວາງແຜນພັດທະນາໃຫ້ເປັນເຂດສູນກາງ ທ່ອງທ່ຽວຢ່າງຄົບວົງຈອນ

ສຳລັບເມືອງໃໝ່ທີ່ຈະເປັນສູນ
ກາງຂອງແຂວງວຽງຈັນດັ່ງກ່າວ
ນີ້ຈະເປັນການສ້າງຕັ້ງຂຶ້ນຢູ່ພື້ນ
ທີ່ໃຈກາງລະຫວ່າງ 4 ເມືອງຊຶ່ງ
ກໍຄືເມືອງວຽງຄຳ, ເມືອງແກ້ວ
ອຸດົມ, ເມືອງໂພນໂຮງ, ແລະ
ເມືອງທຸລະຄົມຊຶ່ງຈະເປັນການ
ກໍ່ສ້າງອາຄານ ແລະສຳນັກ
ງານຕ່າງໆ ຂອງລັດຢູ່ບົນເນື້ອ
ທີ່ລວມທີ່ກວ້າງກວ່າ 10,400
ເຮັກຕາ. ນອກຈາກນັ້ນທາງ
ການແຂວງວຽງຈັນກໍ່ຍັງວາງ
ແຜນການພັດທະນາພື້ນທີ່ໜ້າ
ເຂື່ອນນ້ຳງື່ມ-1 ໃຫ້ເປັນເຂດ
ສູນກາງທ່ອງທ່ຽວຢ່າງຄົບວົງຈອນອີກດ້ວຍ.

XS
SM
MD
LG