ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໗ ທັນວາ ໒໐໒໓

ວຽງຈັນ ກາຍເປັນເຂດ ທີ່ມີອາຊະຍາກຳ ເກີດຂຶ້ນຫຼາຍ ທີ່ສຸດໃນລາວ


ພວກນັກຄ້າຢາເສບຕິດໜຸ່ມນ້ອຍ ທີ່ໄດ້ຖືກທາງການລາວ ຈັບໄດ້ພ້ອມດ້ວຍຂອງກາງຕ່າງໆ ຈຳນວນນຶ່ງ.
ພວກນັກຄ້າຢາເສບຕິດໜຸ່ມນ້ອຍ ທີ່ໄດ້ຖືກທາງການລາວ ຈັບໄດ້ພ້ອມດ້ວຍຂອງກາງຕ່າງໆ ຈຳນວນນຶ່ງ.

ນະຄອນຫລວງວຽງຈັນກາຍເປັນເຂດ ທີ່ມີອາຊະຍາກຳເກີດຂຶ້ນ
ຫຼາຍທີ່ສຸດໃນລາວ ໂດຍສະເພາະແມ່ນການຈັບກຸມບັນດານັກຄ້າ
ຢາເສບຕິດນັ້ນ ຖືເປັນອາຊະຍາກຳທີ່ເພີ້ມຂຶ້ນຢ່າງຕັ້ງໜ້າ.

ພົນຈັດຕະວາ ສິນທະວົງ ໄຊຍະກອນ ລັດຖະມົນຕີຊ່ອຍວ່າການ ກະຊວງປ້ອງກັນຄວາມ
ສະຫງົບໄດ້ຖະແຫລງ ໃນກອງປະຊຸມສະລຸບວຽກງານປ້ອງກັນຄວາມສະຫງົບທົ່ວປະເທດ
ໃນຮອບປີ 2014 ທີ່ຜ່ານມາວ່າ ມີຄະດີອາຊະຍາກຳເກີິດຂຶ້ນທັງໝົດ 3,956 ກໍລະນີ ແລະ
ມີຜູ້ຕ້ອງຫາທີ່ຖືກຈັບກຸມຈຳນວນ 4,543 ຄົນ ຊຶ່ງໃນນີ້ເປັນຜູ້ຕ້ອງຫາເພດຍິງຈຳນວນ 819 ຄົນ ໂດຍທຽບໃສ່ປີ 2013 ກໍປາກົດວ່າມີຄະດີອາຊະຍາກຳເພີ້ມຂຶ້ນເຖິງ 517 ກໍລະນີ.

ພ້ອມກັນນີ້ ພົນຈັດຕະວາສິນທະວົງ ຍັງໄດ້ໃຫ້ການຢືນຢັນວ່າ ເຂດທີ່ມີອາຊະຍາກຳເກີດ
ຂຶ້ນຫຼາຍທີ່ສຸດ ກໍຄືນະຄອນຫລວງວຽງຈັນທີ່ມີອາຊະຍາກຳເກີດຂຶ້ນເຖິງ 2,460 ກໍລະນີ
ຫຼືເກີນກວ່າ 62 ເປີເຊັນ ຂອງຄະດີທີ່ເກີດຂຶ້ນທັງໝົດ ແລະທີ່ຖືວ່າເປັນອາຊະຍາກຳ ທີ່
ເກີດຂຶ້ນຫຼາຍທີ່ສຸດກໍແມ່ນອາຊະຍາກຳທີ່ກ່ຽວກັບການຄ້າຢາເສບຕິດຈຳນວນ 1,658
ກໍລະນີ ແລະຈັບກຸມນັກຄ້າຢາເສບຕິດໄດ້ເຖິງ 2,538 ຄົນ ຊຶ່ງໃນນີ້ກໍລວມຜູ້ຕ້ອງຫາ
ເພດຍິງດ້ວຍເຖິງ 590 ຄົນ ໂດຍຈຳນວນຄະດີເພີ້ມຂຶ້ນຈາກປີ 2013 ເຖິງ 339 ກໍລະນີ.

ຍິ່ງໄປກວ່ານັ້ນ ທາງການລາວ ຍັງຈັບກຸມຊາວຕ່າງຊາດໄດ້ເຖິງ 45 ຄົນ ທີ່ເປັນເຄືອຂ່າຍ
ຂະບວນການຄ້າຢາເສບຕິດຂ້າມຊາດ ທີ່ເຊື່ອມໂຍງເຂົ້າມາໃນລາວຫຼາຍຂຶ້ນນັບມື້ ສ່ວນ
ຢາເສບຕິດທີ່ຢຶດໄດ້ກໍຄືຢາບ້າ 363.31 ກິໂລກຣາມ ເຮໂຣອິນ 163.94 ກິໂລກຣາມ
ຢາໄອຊ໌ 8.85 ກິໂລກຣາມ ຝິ່ນ 15.1 ກິໂລກຣາມ ກັນຊາແຫ້ງ 1,252 ກິໂລກຣາມ ພ້ອມ
ທັງຢຶດຍານພາຫະນະໄດ້ອີກເຖິງ 288 ຄັນ.

ການໂຄສະນາ ລົນນະລົງ ໃຫ້ໂຮງຮຽນ ເປັນເຂດປອດສິ່ງເສບຕິດ ຢູ່ໃນວຽງຈັນ.
ການໂຄສະນາ ລົນນະລົງ ໃຫ້ໂຮງຮຽນ ເປັນເຂດປອດສິ່ງເສບຕິດ ຢູ່ໃນວຽງຈັນ.

ໂດຍການຈັບກຸມດັ່ງກ່າວນີ້ ຖືເປັນຜົນຈາກການພັດທະນາປັບປຸງ
ລະບົບການບັງຄັບ ໃຊ້ກົດໝາຍຕໍ່ບັນດາຜູ້ກະທຳຄວາມຜິດກ່ຽວ
ກັບຢາເສບຕິດໃນລາວ ທີ່ຄະນະກຳມະການກວດກາ ແລະ ຄວບ
ຄຸມຢາເສບຕິດແຫ່ງຊາດລາວ ໄດ້ຮັບການຊ່ອຍເຫຼືອ ຈາກລັດ
ຖະບານສະຫະລັດອາເມຣິກາ ໃນລະຍະໃໝ່ທີ່ເລີ້ມລົງມືປະຕິບັດ
ນັບແຕ່ກາງປີ 2014 ເປັນຕົ້ນມາ ທີ່ລວມເຖິງການຊ່ອຍເຫຼືອ ເພື່ອ
ຍົກລະດັບປະສິດທິພາບ ໃນການບຳບັດ ຜູ້ຕິດຢາເສບຕິດ ຢູ່ສູນ
ບຳບັດຕ່າງໆ ໃນທົ່ວປະເທດລາວ ຊຶ່ງຖືເປັນໂຄງການຕໍ່ເນື່ອງ ທີ່
ທາງການສະຫະລັດ ໄດ້ໃຫ້ການຊ່ອຍເຫຼືອແກ່ລາວ ນັບຕັ້ງແຕ່ປີ
1989 ເປັນຕົ້ນມາ ແລະ ຈົນເຖິງປັດຈຸບັນນີ້ ປາກົດວ່າ ສະຫະລັດ
ໄດ້ໃຫ້ການຊ່ອຍເຫຼືອແກ່ລາວ ໃນການແກ້ໄຂບັນຫາກ່ຽວກັບຢາເສບຕິດນີ້ ຄິດເປັນມູນ
ຄ່າລວມເຖິງ 45 ລ້ານດອນລາແລ້ວ.

ທາງດ້ານທ່ານກຸ ຈັນສີນາ ປະທານຄະນະກຳມະການກວດກາ ແລະຄວບຄຸມຢາເສບຕິດ
ແຫ່ງຊາດໄດ້ຖະແຫລງຍອມຮັບວ່າ ການຊົມໃຊ້ ແລະ ການ​ລັກລອບຄ້າ​ຢາ​ເສບ​ຕິດ​ໄດ້
​ເປັນ​ບັນຫາ ທີ່​ມີ​ລະດັບ​ຄວາມ​ຮຸນ​ແຮງ ​ເພີ້​ມຂຶ້ນທັງ​ໃນ​ຕົວ​ເມືອງ ​ແລະ ເຂດຊົນນະບົດ ໂດຍ ສະພາບການທີ່ໜ້າເປັນຫ່ວງທີ່ສຸດ ກໍຄືຜູ້ກະທຳຄວາມຜິດ ທີ່ເພີ້ມຂຶ້ນນັບມື້ ໂດຍເຖິງແມ່ນ
ວ່າ ທາງການລາວຈະໄດ້ດຳເນີນມາດຕະການປາບປາມ ຢ່າງເຂັ້ມງວດຫຼາຍຂຶ້ນ ທັງຍັງ
ໄດ້ລົງໂທດຕໍ່ຜູ້ກະທຳຄວາມຜິດ ໃນຂັ້ນສູງສຸດ​ທີ່​ກຳນົດ​ໄວ້​ໃນ​ກົດໝາຍ​ກໍ​ຕາມ.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ດຳ​ເນີນ​ມາດ​ຕະການ​ດັ່ງກ່າວ​ນີ້ ກໍ​ຍັງໄດ້​ມີ​ການ​ນຳ​ໃຊ້​ຕໍ່​ບັນດາ​ເຍົາວະ​ຊົນ​ທີ່​ຕິດ​ຢາ ຫຼື​ເປັນ​ນັກ​ຄ້າ​ຢາ​ເສບ​ຕິດ​ລາຍ​ຍ່ອຍ​ທີ່​ເຄີຍ​ຖືກ​ຈັບ​ກຸມ ​ແລະ ຜ່ານ​ການ​ສຶກສາ​ອົບ​ຮົມ​ມາ​ແລ້ວ ​ແຕ່​ກໍ​ຍັງ​ບໍ່​ມີ​ການ​ປະພຶດໂຕ​ໃຫ້​ດີ​ຂຶ້ນ​ແຕ່​ຢ່າງ​ໃດ ດັ່ງ​ທີ່​ເຈົ້າໜ້າ​ທີ່​ຝ່າຍ​ປາບ​ປາມ​ຢາ​ເສບ​ຕິດ​ຂອງ​ລາວ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ພວກ​ຢາ​ບ້າ​ມັນ​ກໍ​ພົບ​ຄວາມ​ຫຍຸ້ງ​ຍາກ ບາງ​ຄົນ​ກະ​ເອົາ​ໄປ​ດັດ​ສ້າງ ບາງ​ຄົນ​ກໍ​ເອົາ​
ໄປ​ດຳ​ເນີນ​ຄະດີຫຼາຍຄັ້ງ ອອກ​ມາ​ກໍ​ບໍ່​ມີ​ການ​ປ່ຽນ​ແປງ ພວກ​ນີ້​ນິ ຖ້າ​ເຫັນນິຈະ​
ດຳ​ເນີນ​ການ​ຈັບ​ກຸມ​ໂລດ ​ເພາະວ່າ​ມັນ​ມີ​ການ​ກະທຳ​ຜິດ​ແລ້ວ.”

ສ່ວນ​ສູນ​ບຳບັດ​ຄົນ​ຕິດ​ຢາ​ທັງ 9 ​ແຫ່ງ​ກໍ​ໄດ້​ຮອງ​ຮັບ​ເຍົາວະ​ຊົນ​ທີ່​ຕິດ​ຢາ​ຈຳນວນ​ທັງ​ໝົດ
6,600 ກວ່າ​ຄົນ ​ແຕ່​ເກີນ​ກວ່າ 60 ​ເປີ​ເຊັນ​ທີ່​ຜ່ານ​ການ​ບຳບັດ​ໄປ​ແລ້ວນັ້ນ ​ໄດ້​ກັບ​ຄືນ​ໄປ​
ເສບ​ຢາ​ອີກ​ເທື່ອ​ໃໝ່ ຈຶ່ງ​ເຊື່ອ​ວ່າ​ໃນ​ປີ 2015 ນີ້ ຈະ​ມີ​ເຍົາວະ​ຊົນ​ລາວ​ຕິດ​ຢາ​ບ້າ​ເພີ້​ມຂຶ້ນ​
ເປັນຫຼຍກວ່າ 1 ​ແສນ​ຄົນ​ຢ່າງ​ແນ່ນອນ.

XS
SM
MD
LG