ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າແຂວງວຽງຈັນ ເວົ້າວ່າ ຈະສົ່ງເສີມໃຫ້ຕ່າງປະເທດ ເຂົ້າໄປລົງທຶນໃນພາກການທ່ອງທ່ຽວ ຢູ່ເຂດເມືອງວັງວຽງ ຫລາຍຂຶ້ນ


ພາບທີວທັດເມືອງວັງວຽງ, ບ່ອນທ່ອງທ່ຽວທີ່ເຈົ້າແຂວງວຽງຈັນຈະໃຫ້ການສົ່ງເສີມການລົງທຶນຂອງຕ່າງປະເທດ ໃຫ້ເຂົ້າໄປລົງທຶນພັດທະນາຫລາຍຂຶ້ນ
ພາບທີວທັດເມືອງວັງວຽງ, ບ່ອນທ່ອງທ່ຽວທີ່ເຈົ້າແຂວງວຽງຈັນຈະໃຫ້ການສົ່ງເສີມການລົງທຶນຂອງຕ່າງປະເທດ ໃຫ້ເຂົ້າໄປລົງທຶນພັດທະນາຫລາຍຂຶ້ນ

ເຈົ້າແຂວງວຽງຈັນ ຢືນຢັນວ່າຈະໃຫ້ການສົ່ງເສີມການລົງທຶນຂອງຕ່າງປະເທດເຂົ້າໃນພາກ ບໍລິການແລະການທ່ອງທ່ຽວໃນເຂດເມືອງວັງວຽງໃຫ້ຫລາຍຂຶ້ນ ໂດຍສະເພາະການລົງທຶນຈາກຈີນ, ຊົງລິດ ໂພນເງິນ ມີລາຍງານມາຈາກບາງກອກ.

ທ່ານຄໍາພັນ ສິດທິດໍາພາ, ເຈົ້າແຂວງວຽງຈັນ ກ່າວວ່າ ການຄົມມະນາຄົມຂົນສົ່ງທີ່ສະດວກແລະວ່ອງໄວຂຶ້ນ ໂດຍສະເພາະແມ່ນການເປີດໃຊ້ທາງດ່ວນຈາກນະຄອນວຽງຈັນຫາເມືອງວັງວຽງ ນັບຈາກທ້າຍປີ 2020 ເປັນຕົ້ນມາ, ທັງຍັງມີ ກຳນົດການທີ່ຈະເປີດເສັ້ນທາງລົດໄຟລາວ - ຈີນຂະບວນປະຖົມມະເລີກເຊື່ອມຕໍ່ຈາກເມືອງຄຸນໝິງ ໃນແຂວງຢຸນນານຂອງຈີນມາຮອດວຽງຈັນໃນວັນທີ 2 ທັນວາ 2021, ເຊິ່ງມີ ສະຖານີໂດຍສານທີ່ເມືອງວັງວຽງນັ້ນ ຈຶ່ງເຮັດໃຫ້ຄາດວ່າຈະມີນັກທ່ອງທ່ຽວລາວ ແລະຊາວຕ່າງປະເທດ ໂດຍສະເພາະແມ່ນຊາວຈີນເດີນທາງມາທ່ອງທ່ຽວທີ່ເມືອງວັງວຽງຫລາຍຂຶ້ນນັບມື້. ອັນເຮັດໃຫ້ຈະ ຕ້ອງພັດທະນາ - ປັບປຸງພາກບໍລິການແລະທ່ອງທ່ຽວເພື່ອຮອງຮັບຢ່າງພຽງພໍ. ແຕ່ເນື່ອງຈາກວ່າທາງການລາວມີງົບປະມານທີ່ ຈຳກັດ ຈຶ່ງຕ້ອງເພິ່ງພາການລົງທຶນຂອງພາກເອກະຊົນທັງໃນລາວ ແລະຈາກຕ່າງປະເທດເປັນດ້ານຫລັກ ດັ່ງທີ່ທ່ານຄໍາພັນໃຫ້ການຢືນຢັນວ່າ:

“ທາງດ່ວນມາແບບນີ້ກະເຫັນແລ້ວ ບົດຮຽນວ່າກໍ່ຍັງມີຂໍ້າຫຍຸ້ງຍາກ. ສົມມຸດວ່າ ໂຄວິດ ກະບໍ່ມີ ຫລືວ່າມີ ລັກສະນະແບບຜ່ອນຜັນ. ຖ້າວ່າລົດໄຟມາ, ລົດໂດຍສານມາ, ອາດຈະມີຄົນທ່ອງທ່ຽວມານີ້. ສົມມຸດວ່າ ມື້ນຶ່ງ 500 ຄົນ ຢູ່ວັງວຽງ ກະເປັນບັນຫານຶ່ງ ຫລືວ່າ ເຂົາມາພັນຄົນຕໍ່ມື້ໜີ້ ກະບໍ່ແມ່ນງ່າຍ. ຈັ່ງຊັ້ນ ທາງແຂວງກະໄດ້ມີທິດວ່າ ຊິຄວນເຮັດແນວໃດ ນຶ່ງ ແລະອາຫານການກິນ, ບ່ອນຢູ່, ບ່ອນເຊົາ, ສະຖານທີ່ທ່ອງທ່ຽວ ເຮັດແນວໃດ ຈັ່ງຊິໃຫ້ມັນມີອັນໃໝ່. ສະນັ້ນຂ້າພະເຈົ້າຄິດວ່າ ຕ້ອງມີຜູ້ພາເຮັດ ກໍຕ້ອງແມ່ນທຸລະກິດພາຍໃນ, ທຸລະກິດຕ່າງປະເທດ "

ຫລ້າສຸດ ບໍລິສັດຈີນ ໄດ້ຮັບອະນຸຍາດສຳປະທານໂຄງການພັດທະນາເມືອງໃໝ່ ຢູ່ໃນເຂດເມືອງວັງວຽງ ແຂວງວຽງຈັນ ໂດຍຈະລົງ ທຶນໃນມູນຄ່າລວມເຖິງ 5,000 ລ້ານໂດລາສະຫະລັດ ເພື່ອພັດທະນາເຂດ ເມືອງໃໝ່ວັງວຽງ ທີ່ຝັ່ງຕາເວັນຕົກຂອງຂອງນໍ້າຊອງ ທີີ່ມີພື້ນທີ່ສຳປະທານ ກວ້າງເຖິງ 7,000 ເຮັກຕາ ໃຫ້ເປັນເຂດທ່ອງທ່ຽວແລະບໍລິການຢ່າງຄົບຖ້ວນ ດ້ວຍການພັດທະນາແຫຼ່ງທ່ອງທ່ຽວທຳມະຊາດ, ສູນການຄ້າ, ໂຮງແຮມ, ໂຮງໝໍ, ໂຮງຮຽນນາໆຊາດ, ສູນການປະຊຸມ, ສູນວັດທະນາທຳ ວັດວາອາຮາມ ແລະສະຖານບັນເທີງຕ່າງໆຢ່າງຄົບຊຸດ ດ້ວຍເປົ້າໝາຍທີ່ຈະດຶງດູດເອົານັກທ່ອງທ່ຽວຊາວຕ່າງຊາດ ໂດຍສະເພາະແມ່ນຊາວຈີນໃຫ້ໄດ້ເຖິງ 9 ລ້ານຄົນ ຕໍ່ປີ ນັບຈາກປີ 2024 ເປັນຕົ້ນໄປ.

ສ່ວນທ່ານ ບຸນຈັນ ມາລາວົງ ເຈົ້າເມືອງວັງວຽງ ແຂວງວຽງຈັນ ຖະແຫຼງວ່າເພື່ອເປັນການຕອບສະໜອງຕໍ່ແຜນການສົ່ງເສີມໃຫ້ຄົນລາວທ່ຽວລາວ ທີ່ເລີ້ມດໍາເນີນການແຕ່ກາງປີ 2020 ເປັນຕົ້ນມາ ຊຶ່ງຖືເປັນແນວທາງນຶ່ງ ທີ່ຈະຊ່ວຍຫຼຸດຜ່ອນບັນຫາຜົນກະທົບຈາກການລະບາດຂອງພະຍາດ COVID-19 ທີ່ເຮັດໃຫ້ລັດຖະບານລາວ ຕ້ອງດຳເນີນມາດຕະການປິດດ່ານຊາຍແດນທົ່ວປະເທດ ທີ່ເຮັດໃຫ້ນັກທ່ອງທ່ຽວຊາວຕ່າງຊາດບໍ່ສາມາດເດີນທາງເຂົ້າມາໃນລາວໄດ້ເລີຍນັ້ນ ກໍປາກົດວ່າ ຄົນລາວໄດ້ ເດີນທາງມາທ່ອງທ່ຽວ ທີ່ເມືອງວັງວຽງເພີ້ມຂຶ້ນຢ່າງຕໍ່ເນື່ອງ ແຕ່ກໍມີບັນຫາຮ້ອງຮຽນກ່ຽວກັບ

ຄ່າບໍລິການແພງເກີດໄປ ຊຶ່ງມີການເຈລະຈາກັບ ຜູ້ປະກອບການເລື້ອຍມາ ຊຶ່ງ ຜູ້ປະກອບການ ກໍຕອບສະໜອງໄດ້ບາງດ້ານເທົ່ານັ້ນ ດັ່ງທີ່ທ່ານບຸນຈັນໄດ້ໃຫ້ການຢືນຢັນວ່າ:

ຈຳນວນນຶ່ງທີ່ເຮັດການບໍລິການຢູ່ຕາມຮ້ານນ້ອຍແຄມທາງ ບາງເທື່ອນີ້ມັນກະຂຶ້ນໆລົງໆ ແລະ ສຳລັບລາຄາບ້ານພັກ-ໂຮງແຮມ ດຽວນີ້ນີ່ພວກເຮົາກະໄດ້ເວົ້າກັບໂຮງແຮມ ລະດັບໂຮງແຮມນີ້ ກະໄດ້ຫຼຸດລົງມາ ເພາະວ່າແຕ່ກ່ອນພວກເຮົາພົວພັນເອົາແຕ່ນັກທ່ອງທ່ຽວຕ່າງປະເທດ. ດຽວນີ້ນັກທ່ອງ ທ່ຽວຕ່າງປະເທດບໍ່ມາ ເຂົາເຈົ້າກະໄດ້ຫຼຸດໃຫ້ຄົນລາວພວກເຮົາມາໃຊ້ບໍລິການໄດ້ນີ້ແຫຼະ. ແລ້ວສຳລັບເຮືອນພັກທົ່ວໄປນີ້ ລາຄານີ້ກະປົກກະຕິຫັ້ນແຫຼະ ພວກເຮົາກະໄດ້ຕິດຕາມກວດກາ ແລະ ຄວບຄຸມໄດ້.

ນອກຈາກນີ້, ກໍຍັງມີລາຍງານວ່າທີ່ພັກອາໄສ, ໂຮງແຮມແລະຮ້ານອາຫານໃນເມືອງວັງວຽງໄດ້ຖືກໂອນກິດຈະການໄປເປັນຂອງນັກທຸລະກິດຕ່າງປະເທດເປັນສ່ວນໃຫຍ່ແລ້ວໃນປັດຈຸບັນນີ້ ຊຶ່ງຖືວ່າເປັນການດໍາເນີນທຸລະກິດທີ່ຜິດຕໍ່ລະບຽບ ກົດໝາຍ ການບໍລິການ - ການທ່ອງທ່ຽວໃນລາວ ທີ່ນັກທຸລະກິດຕ່າງຊາດສາມາ ດຳເນີນກິດຈະການໂຮງແຮມ ແລະຮ້ານອາຫານໄດ້ ສະເພາະແຕ່ລະດັບ 5 ດາວ ຂຶ້ນໄປ ແຕ່ວ່າໂຮງແຮມແລະຮ້ານອາຫານສ່ວນໃຫຍ່ໃນວັງວຽງຖືກຈັດຢູ່ໃນລະດັບ 3 ດາວລົງມາ, ສະນັ້ນເມື່ອທຸລະກິດເຫລົ່ານີ້ ຕົກຢູ່ໃນ ກຳມືຂອງນັກທຸລະກິດຕ່າງປະເທດຈຶ່ງຖືວ່າເປັນການກະທຳທີ່ຜິດກົດໝາຍ.

XS
SM
MD
LG