ອັດຕາການເຕີບໂຕທາງເສດຖະກິດຂອງນະຄອນຫຼວງວຽງຈັນໃນປີ 2021 ຈະຕ່ຳກວ່າຄາດໝາຍ ຍ້ອນຜົນກະທົບຈາກການລະບາດຂອງໄວຣັສໂຄວິດ-19 ແລະການຂາດດຸນການຄ້າ ຕ່າງປະເທດເພີ່ມຂຶ້ນ. ຊົງລິດໂພນເງິນ ມີລາຍງານເລື້ອງນີ້ມາສະເໜີທ່ານຈາກບາງກອກ.
ທ່ານອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫລວງວຽງຈັນຖະແຫຼງຍອມຮັບວ່າ ການເຕີບໂຕທາງເສດຖະກິດຂອງນະຄອນຫຼວງວຽງຈັນໃນປີ 2021 ຈະບໍ່ດປັນໄປຕາມຄາດໝາຍທີ່ວາງໄວ້ ໂດຍມີສາເຫດສຳຄັນມາຈາກການລະບາດຂອງເຊື້ອໄວຣັສ Covid-19 ທີ່ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ພາກທຸລະກິດການຄ້າ ແລະການລົງທຶນ ແລະພາກບໍລິການໃນທົ່ວເຂດນະຄອນຫຼວງວຽງຈັນ ຊຶ່ງເຫັນໄດ້ຈາກບັນດາຫົວຫນ່ວຍທຸລະກິດ1,541 ລາຍທີ່ແຈ້ງວ່າ ພວກເຂົາເຈົ້າ ບໍ່ມີລາຍຮັບຈາກການດຳເນີນທຸລະກິດເລີຍ ນັບຕັ້ງແຕ່ເດືອນມັງກອນ 2021 ເປັນຕົ້ນມາ. ໃນນີ້ກໍມີເຖິງ 245 ລາຍ ທີ່ໄດ້ຮັບຜົນກະທົບເຖິງຂັ້ນທີ່ຈະຕ້ອງຢຸດເຊົາກິດຈະການ ອັນຖືເປັນປັດໄຈສຳຄັນທີ່ເຮັດໃຫ້ຕ້ອງຫຼຸດຄາດໝາຍການເຕີບໂຕທາງເສດຖະກິດຈາກ 7 ເປີເຊັນ ຫາ 8 ເປີເຊັນ ລົງມາເປັນ 5.3 ເປີເຊັນ ໃນຕະຫຼອດປີ 2021 ນີ້ ດັ່ງທີ່ທ່ານອາດສະພັງທອງໃຫ້ການຢືນຢັນວ່າ:
“ອົງການປົກຄອງນະຄອນວຽງຈັນ ກໍໄດ້ອອກພົບປະກັບພາກຂະແໜງທຸລະກິດໃນຂະແໜງຕົ້ນຕໍ 150 ກວ່າຫົວໜ່ວຍ ເຊິ່ງຜົນສຶກສາຈາກຜົນກະທົບສົມທຽບກັບແຜນການປີແລ້ວ ຈາກຜົນການສຳຫຼວດ ເຫັນວ່າ ຈະສົ່ງຜົນກະທົບຕໍ່ການຂະຫຍາຍຕົວທາງດ້ານເສດຖະກິດໃນປີ 2021, ເຮັດໃຫ້ ອັດຕາການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນນະຄອນຫຼວງວຽງຈັນຈະຂະຫຍາຍຕົວຢູ່ໃນລະດັບ 5.3 ເປີເຊັນ.”
ພ້ອມກັນນັ້ນ ນະຄອນຫຼວງວຽງຈັນ ຍັງເປັນເຂດທີ່ມີການຂາດດຸນການຄ້າຕ່າງປະເທດຫລາຍທີ່ສຸດໃນລາວ ຂຶ່ງມີສາເຫດມາຈາກການນໍາເຂົ້າລົດຍົນ ແລະ ນ້ຳມັນເຊື້ອໄຟເປັນຫລັກ ໂດຍຄາດໝາຍວ່າ ນະຄອນວຽງຈັນ ຈະຂາດດຸນການຄ້າຕ່າງປະເທດຫຼາຍກວ່າ 335 ລ້ານໂດລາໃນຕະຫຼອດປີ 2021 ເພາະະວ່າໃນໄລຍະ 6 ເດືອນຕົ້ນປີ 2021 ນະຄອນຫຼວງວຽງຈັນກໍ່ປະເຊີນກັບບັນຫາ ຂາດດຸນການຄ້າຕ່າງປະເທດແລ້ວໃນມູນຄ່າ 167.16 ລ້ານໂດລາ.
ກ່ອນໜ້ານີ້ ອຳນາດການປົກຄອງນະຄອນຫລວງວຽງຈັນ ໄດ້ວາງຄາດໝາຍການເຕີບໂຕ ທາງເສດຖະກິດໄວ້ທີ່ລະດັບ 7 ເປີເຊັນ-8 ເປີເຊັນຕໍ່ປີ ໃນຊ່ວງປີ 2021-2025. ຫາກແຕ່ ໂດຍມີການລະບາດຂອງໄວຣັສໂຄວິດ-19 ທີ່ສົມທົບດ້ວຍການຂາດດຸນການຄ້າຕ່າງປະເທດຈຶ່ງເປັນການຍາກທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງ ຈຶ່ງໄດ້ມີການປັບຫລຸດເປົ້າໝາຍການຂະຫຍາຍຕົວທາງເສດຖະກິດຂອງນະຄອນວຽງຈັນມາແລ້ວຄັ້ງນຶ່ງກໍຄື 6.5 ເປີເຊັນ ດັ່ງທີ່ທ່ານພູໂຂງ ບັນນາວົງ, ຮອງເຈົ້າຄອງເຂດນະຄອນວຽງຈັນໃຫ້ການຢືນຢັນວ່າ:
“ການເຕີບໂຕເສດຖະກິດ 2021 ຂອງນະຄອນຫຼວງວຽງຈັນນີ້ ຈະມີຄວາມສາມາດເຕີບໂຕ ເປັນຄາດໝາຍສູ້ຊົນຢູ່ໃນລະດັບ 6.5 ເປີເຊັນ ເພາະວ່າ ອີງໃສ່ເລື້ອງທ່າແຮງຕ່າງໆໃນແຜນ 5 ປີ ເຮົາໄດ້ຄາດວ່າ ປະມານ 7 ຫາ 8 ເປີເຊັນໂດຍສະເລ່ຍ ແຕ່ວ່າເລີ້ມປີທຳອິດຂອງແຜນ 5 ປີນີ້ ເຮົາບໍ່ສາມາດຈະໄດ້ໃນລະດັບນັ້ນ ມັນຈະໄດ້ໃນລະດັບແຕ່ 6.5 ເປີເຊັນ ເພາະວ່າປີ 2020 ນີ້ເຮົາບັນລຸໄດ້ 6.4 ເປີເຊັນ ຄາດວ່າປີ 2021 ນີ້ເຮົາຈະບືນໃສ່ປະມານ 6.5 ເປີເຊັນ ມີຄວາມເປັນໄປໄດ້.”
ໂດຍໃນປີ 2020 ທາງການລາວ ໄດ້ວາງເປົ້າໝາຍການເຕີບໂຕທາງເສດຖະກິດຂອງນະຄອນວຽງຈັນ ໄວ້ທີ່ອັດຕາສະເລ່ຍ 9.5 ເປີເຊັນ ທຽບໃສ່ປີ 2019 ຊຶ່ງຖ້າຫາກວ່າ ສາມາດຈັດຕັ້ງປະຕິບັດໄດ້ຈິງ ກໍຈະເຮັດໃຫ້ລາຍໄດ້ສະເລ່ຍຂອງປະຊາຊົນລາວ ໃນເຂດນະຄອນວຽງຈັນ ເພີ້ມຂຶ້ນເປັນ 6,120 ໂດລາຕໍ່ຄົນໃນປີ 2020 ແຕ່ວ່າເມື່ອເສດຖະກິດຂະຫຍາຍໂຕ 6.4 ເປີເຊັນ ຈຶ່ງເຮັດໃຫ້ປະຊາຊົນ ໃນນະຄອນວຽງຈັນ ມີລາຍໄດ້ສະເລ່ຍພຽງ 6,064 ຕໍ່ຄົນໃນປີ 2020. ສ່ວນໃນປີ 2019 ເສດຖະກິດຂອງນະຄອນວຽງຈັນ ຂະຫຍາຍໂຕເພີ້ມຂຶ້ນ 9.58 ເປີເຊັນ ທຽບໃສ່ປີ 2018 ໂດຍຜະລິດຕະພັນລວມ (GDP) ມີມູນຄ່າເກີນກວ່າ 48,895 ຕື້ກີບ ແລະຄາດວ່າຈະເພີ້ມຂຶ້ນເປັນ 56,039 ຕື້ກີບໃນປີ 2021.
ທັງນີ້ ການລະບາດຂອງໄວຣັສໂຄວິດ-19 ທີ່ເຮັດໃຫ້ລັດຖະບານລາວ ຕ້ອງປິດດ່ານຊາຍແດນທົ່ວປະເທດ ນັບແຕ່ເດືອນເມສາ 2020 ເປັນຕົ້ນມານັ້ນ ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ທຸລະກິດການຄ້າ-ການລົງທຶນໃນທົ່ວປະເທດ ໂດຍສະເພາະແມ່ນນະຄອນຫລວງວຽງຈັນ ທີ່ມີມູນຄ່າທາງເສດຖະກິດສູງສຸດໃນລາວນັ້ນ ຍ່ອມຈະໄດ້ຮັບຜົນກະທົບໜັກໜ່ວງທີ່ສຸດ ຊຶ່ງຈາກການສຳຫຼວດພົບວ່າ ຫົວໜ່ວຍທຸລະກິດໃນພາກບໍລິການໄດ້ຮັບຜົນກະທົບຈາການລະບາດຂອງພະຍາດໂຄວິດ-19 ເກີນກວ່າ 80 ເປີເຊັນ, ພາກອຸດສາຫະກຳ ແລະກະສິກຳໄດ້ຮັບຜົນກະທົບ ເກີນກວ່າ 50 ເປີເຊັນ ແລະ 26 ເປີເຊັນຂອງຫົວໜ່ວຍທຸລະກິດທັງໝົດຕາມລຳດັບ.