ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ຈະຄວບຄຸມ ອັດຕາຄົນວ່າງງານ ໃນເຂດ ນະຄອນວຽງຈັນ ບໍ່ໃຫ້ເກີນ 2 ເປີເຊັນ


ການຈັດງານຕະຫຼາດນັດ ແຮງງານເພື່ອສ້າງໂອກາດ
ໃຫ້ຜູ້ໃຊ້ແຮງງານ ແລະຜູ້ອອກແຮງງານໄດ້ພົບກັນ
ການຈັດງານຕະຫຼາດນັດ ແຮງງານເພື່ອສ້າງໂອກາດ ໃຫ້ຜູ້ໃຊ້ແຮງງານ ແລະຜູ້ອອກແຮງງານໄດ້ພົບກັນ

ທາງການລາວ ຈະຄວບຄຸມອັດຕາການວ່າງງານໃນເຂດນະຄອນວຽງຈັນ ໃຫ້ຢູ່ໃນ
ລະດັບບໍ່ເກີນ 2 ເປີເຊັນ ຂອງກຳລັງແຮງງານທັງໝົດ ດ້ວຍການສົ່ງເສີມ ໃຫ້ມີການ
ຈ້າງງານໃຫ້ໄດ້ເຖິງ 35,000 ຄົນ ໃນປີ 2018.

ທ່ານນາງລຳພອຍ ສີອັກຄະຈັນ ຫົວໜ້າພະແນກເຮງງານ ແລະສະຫວັດດີການສັງຄົມ
ນະຄອນວຽງຈັນ ຖະແຫລງຢືນຢັນວ່າ ເປົ້າໝາຍສຳຄັນ ຂອງການພັດທະນາດ້ານ
ແຮງງານໃນຕະຫຼອດປີ 2018 ນີ້ ກໍຄືການຄວບຄຸມອັດຕາ ການວ່າງງານໃຫ້ຢູ່ໃນ
ລະດັບບໍ່ເກີນ 2 ເປີເຊັນ ຂອງກຳລັງແຮງງານທັງໝົດ ໃນນະຄອນວຽງຈັນ ໂດຍຈະ
ມີການພັດທະນາຝີມືແຮງງານ ໃຫ້ໄດ້ 15,000 ຄົນ ແລະສົ່ງເສີມໃຫ້ມີການຈ້າງງານ
ໃໝ່ ໃຫ້ໄດ້ເຖິງ 35,000 ຄົນ ການຈັດງານຕະຫຼາດນັດ ແຮງງານເພື່ອສ້າງໂອກາດ
ໃຫ້ຜູ້ໃຊ້ແຮງງານ ແລະຜູ້ອອກແຮງງານໄດ້ພົບກັນ ດັ່ງທີ່ທ່ານນາງລຳພອຍ ໄດ້ໃຫ້
ການຢືນຢັນວ່າ:

“ເພື່ອສ້າງໂອກາດໃຫ້ຜູ້ຈ້າງງານ ແລະຜູ້ອອກແຮງງານ ໃຫ້ໄດ້ພົບປະກັນ
ເພື່ອເປັນການສົ່ງເສີມໃຫ້ບັນດາຫົວໜ່ວຍແຮງງານ ໄດ້ມີໂອກາດໂຄສະນາ
ເຜີຍແຜ່ທາງດ້ານຜະລິດຕະພັນ ຂອງບັນດາຫົວໜ່ວຍແຮງງານ ແລະໂຄ
ສະນາ ກ່ຽວກັບກິດຈະກຳ ຂອງບັນດາຫົວໜ່ວຍແຮງງານຂອງຕົນ ແລະ
ພ້ອມດຽວກັນນັ້ນ ກໍໄດ້ເປີດໂອກາດໃນການໂຄສະນາ ໃນການປະກາດ
ຮັບສະໝັກພະນັກງານ ເຂົ້າເຮັດວຽກນຳຕົນເອງ ຕາມວິຊາສະເພາະທີ່
ຕົນເອງມີຄວາມຕ້ອງການ.”

ແຮງງານລາວ ຈຳນວນຫຼວງຫຼາຍ ຂ້າມໄປປະເທດເພື່ອນບ້ານ ເພື່ອຫາວຽກເຮັດງານທຳ
ແຮງງານລາວ ຈຳນວນຫຼວງຫຼາຍ ຂ້າມໄປປະເທດເພື່ອນບ້ານ ເພື່ອຫາວຽກເຮັດງານທຳ

ທັງນີ້ ໂດຍພະແນກແຮງງານ ແລະສະຫວັດດີການສັງຄົມ ນະຄອນວຽງຈັນ ໄດ້ຈັດ
ງານຕະຫຼາດນັດແຮງງານ ຄັ້ງທີ 1 ຂອງປີ 2018 ເມື່ອວັນທີ 4-8 ພຶດສະພາທີ່ຜ່ານ
ມານີ້ ຊຶ່ງກໍປາກົດວ່າ ມີບັນດາຫົວໜ່ວຍແຮງງາານ 250 ກວ່າບໍລິສັດ ທີ່ໄດ້ເຂົ້າຮ່ວມ
ໃນງານ ແລະໄດ້ມີການຕົກລົງຈ້າງງານໃໝ່ 2,000 ກວ່າຄົນ ແລະມີແຮງງານທີ່ໄດ້
ລົງທະບຽນສະໝັກງານ ໄວ້ກັບຫົວໜ່ວຍແຮງງານເຫຼົ່ານີ້ ຫຼາຍກວ່າ 3,000 ຄົນ.

ທາງດ້ານ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຖະແຫລງຍອມຮັບວ່າ ຄຸນ
ນະພາບ ຝີມືແຮງງານລາວ ຍັງຫ່າງໄກຈາກລະດັບມາດຕະຖານສາກົນໃນທຸກໆ
ດ້ານ ຊຶ່ງເຮັດໃຫ້ຈຳເປັນຈະຕ້ອງເລັ່ງການພັດທະນາຢ່າງຮອບດ້ານ ເພື່ອຍົກ
ລະດັບຄຸນນະພາບຝີມືແຮງງານລາວ ໃຫ້ສາມາດແຂ່ງຂັນໃນຕະຫຼາດແຮງງານ
ໃນຕ່າງປະເທດ ໃຫ້ໄດ້ຢ່າງແທ້ຈິງ ເພາະໃນປັດຈຸບັນ ແຮງງານໃນລາວ ໄດ້ຕົກ
ຢູ່ໃນສະພາບທີ່ບໍ່ສາມາດແຂ່ງຂັນກັບແຮງງານຕ່າງຊາດໄດ້ ໃນທຸກໆດ້ານ ຈຶ່ງ
ເຮັດໃຫ້ໄດ້ຮັບຄ່າຈ້າງໃນອັດຕາທີ່ຕ່ຳນັ້ນເອງ.

ໃນຂະນະທີ່ ທ່ານຄຳແພງ ໄຊສົມແພງ ລັດຖະມົນຕີວ່າການ ກະຊວງແຮງງານ ແລະ
ສະຫວັດດີການສັງຄົມ ຢືນຢັນວ່າ ມີແຮງງານຕ່າງຊາດຫຼາຍໝື່ນຄົນ ທີ່ບໍ່ໄດ້ແຈ້ງ
ການຂຶ້ນທະບຽນ ເພື່ອຂໍອະນຸຍາດທຳງານໃນລາວ ຢ່າງຖືກຕ້ອງຕາມກົດໝາຍ ໂດຍ
ໃນໄລຍະຜ່ານມາ ປາກົດວ່າ ມີແຮງງານຕ່າງຊາດ ທີ່ໄດ້ແຈ້ງຂຶ້ນທະບຽນພຽງ 24,100
ຄົນເທົ່ານັ້ນ ໂດຍແຮງງານຊາວຕ່າງຊາດ ຈະຕ້ອງເສຍຄ່າທຳນຽມບັດອະນຸຍາດ ຄົນ
ລະ 3,600,000 ກີບຕໍ່ປີ ຈຶ່ງເຊື່ອວ່າ ເປັນສາເຫດນຶ່ງທີ່ເຮັດໃຫ້ແຮງງານຕ່າງຊາດ
ຍັງພາກັນຫລົບລ້ຽງການຂຶ້ນທະບຽນອີກຫຼາຍກວ່າ 27,000 ຄົນ ຢູ່ໃນລາວ.

ມີແຮງງານຕ່າງຊາດ ທີ່ໄດ້ແຈ້ງຂຶ້ນທະບຽນພຽງ 24,100 ຄົນເທົ່ານັ້ນ ແລະອີກຫຼາຍກວ່າ 27,000 ຄົນ ຍັງພາກັນຫລົບລ້ຽງການຂຶ້ນທະບຽນ ຢູ່ໃນລາວ.
ມີແຮງງານຕ່າງຊາດ ທີ່ໄດ້ແຈ້ງຂຶ້ນທະບຽນພຽງ 24,100 ຄົນເທົ່ານັ້ນ ແລະອີກຫຼາຍກວ່າ 27,000 ຄົນ ຍັງພາກັນຫລົບລ້ຽງການຂຶ້ນທະບຽນ ຢູ່ໃນລາວ.

ແຕ່ຢ່າງໃດກໍຕາມ ລັດຖະບານລາວ ກໍໄດ້ວາງເປົ້າໝາຍການພັດທະນາແຮງງານ
ຈາກປັດຈຸບັນເຖິງປີ 2020 ໄວ້ວ່າ ຈະພັດທະນາແຮງງານມີຝີມືໃຫ້ໄດ້ 658,000 ກວ່າ
ຄົນ ເພື່ອສະໜອງໃຫ້ບໍລິສັດຕ່າງຊາດໃນລາວ ໃຫ້ໄດ້ຢ່າງພຽງພໍ ແລະຈະສ້າງມາດ
ຕະຖານຝີມືແຮງງານ ໃນ 25 ສາຂາອາຊີບ ຮວມເຖິງທົດສອບ ແລະອອກໃບຢັ້ງຢືນ
ມາດຕະຖານຝີມືແຮງງານໃນ 27 ສາຂາອາຊີບໃຫ້ແຮງງານລາວ 12,500 ກວ່າຄົນ
ເພື່ອໃຫ້ສາມາດໄປທຳງານໄດ້ ໃນປະເທດສະມາຊິກ ໃນອາຊຽນດ້ວຍກັນ.

ທາງດ້ານອົງການແຮງງານສາກົນ ຫຼື ILO ລະບຸວ່າ ລັດຖະບານລາວ ຈະຕ້ອງສົ່ງ
ເສີມເອກກະຊົນລາວ ແລະຕ່າງຊາດ ໃຫ້ລົງທຶນເຂົ້າໃນການພັດທະນາການສຶກສາ
ຊັ້ນສູງໃຫ້ຫຼາຍຂຶ້ນ ເພາະການທີ່ລັດຖະບານລາວ ຂາດແຄນງົບປະມານ ຈຶ່ງເຮັດ
ໃຫ້ບໍ່ສາມາດ ທີ່ຈະສ້າງຕັ້ງສະຖາບັນການສຶກສາຊັ້ນສູງໄດ້ ຢ່າງເທົ່າທັນກັບຈຳ
ນວນນັກສຶກສາ ທີ່ເພີ່ມຂຶ້ນຢ່າງໄວວາ ໃນຂະນະທີ່ ມະຫາວິທະຍາໄລແຫ່ງຊາດ
ລາວ ນັ້ນ ກໍສາມາດຮອງຮັບນັກສຶກສາໄດ້ປີລະ 11,000 ກວ່າຄົນ ຈາກນັກຮຽນທີ່
ຈົບມັດທະຍົມປາຍປີລະ 6 ໝື່ນກວ່າຄົນ.

XS
SM
MD
LG