ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາຍໄດ້ສະເລ່ຍຂອງປະຊາຊົນ ນະຄອນຫຼວງ ວຽງຈັນ ເພີ່ມຂຶ້ນເປັນ 4,784 ຕໍ່ປີ


ລາຍໄດ້ໃນ ລາວ ຄາດວ່າຈະເພີ່ມຂຶ້ນເປັນ 12,500 ໂດລາໃນປີ 2030 ຫາກແຕ່ວ່າກໍມີຄວາມຈຳເປັນທີ່ຈະຕ້ອງດຳເນີນ ການພັດທະນາບຸກຄະລາກອນ ແລະ ການບໍລິຫານ
ລາຍໄດ້ໃນ ລາວ ຄາດວ່າຈະເພີ່ມຂຶ້ນເປັນ 12,500 ໂດລາໃນປີ 2030 ຫາກແຕ່ວ່າກໍມີຄວາມຈຳເປັນທີ່ຈະຕ້ອງດຳເນີນ ການພັດທະນາບຸກຄະລາກອນ ແລະ ການບໍລິຫານ

ອຳນາດການປົກຄອງເຂດນະຄອນຫຼວງວຽງຈັນ ຢືນຢັນວ່າການຈັດຕັ້ງປະຕິບັດແຜນການ ພັດທະນາທາງເສດຖະກິດ-ສັງຄົມໃນປີ 2015-2016 ເຮັດໃຫ້ລາຍໄດ້ສະເລ່ຍຂອງປະ ຊາຊົນເພີ່ມຂຶ້ນເປັນ 4,784 ໂດລາຕໍ່ປີ.

ທ່ານ ແກ້ວພິລາວັນ ອາໄຜລາດ ຮອງເຈົ້າຄອງເຂດນະຄອນຫຼວງວຽງຈັນ ຖະແຫຼງວ່າການ ຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ ແລະ ສັງຄົມ ປະຈຳສົກປີ 2015-2016 ຊຶ່ງໄດ້ສິ້ນສຸດແຜນການລົງໃນທ້າຍເດືອນກັນຍາ 2016 ທີ່ຜ່ານມານີ້ ເສດຖະກິດໃນເຂດ ນະຄອນຫຼວງວຽງຈັນ ໄດ້ຂະຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍ 10.92 ເປີເຊັນ ໂດຍ ຍອດຜະລິດຕະພັນພາຍໃນ (GDP) ມີມູນຄ່າລວມ 37,447 ຕື້ກີບ ຊຶ່ງຄິດສະເລ່ຍເປັນ ລາຍຮັບຂອງປະຊາຊົນໃນນະຄອນຫຼວງວຽງຈັນໄດ້ 38 ລ້ານກີບ ຫຼື 4,784 ໂດລາຕໍ່ຄົນ.

ທັງນີ້ ອຳນາດການປົກຄອງເຂດນະຄອນຫຼວງວຽງຈັນ ໄດ້ວາງເປົ້າໝາຍໄວ້ວ່າ ການຈັດ ຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມໃນຊ່ວງປີ 2016-2020 ນັ້ນຈະເຮັດ ໃຫ້ເສດຖະກິດນະຄອນຫຼວງວຽງຈັນ ຂະຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍບໍ່ຕ່ຳກວ່າ 11 ເປີເຊັນຕໍ່ປີ ຊຶ່ງກໍຈະເປັນຜົນເຮັດໃຫ້ລາຍໄດ້ສະເລ່ຍຂອງປະຊາຊົນໃນເຂດນະຄອນ ຫຼວງວຽງຈັນເພີ່ມຂຶ້ນເປັນ 6,500 ໂດລາຕໍ່ຄົນໃນປີ 2020.

ທາງດ້ານທ່ານ ສິນລາວົງ ຄຸດໄພທູນ ເຈົ້າຄອງເຂດນະຄອນຫຼວງວຽງຈັນ ກໍເຊື່ອໝັ້ນວ່າ ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແນ່ນອນ ເນື່ອງຈາກວ່າການຈັດຕັ້ງປະຕິບັດ ແຜນການໃນຊ່ວງປີ 2011-2015 ທີ່ຜ່ານມານັ້ນ ກໍສາມາດເຮັດໃຫ້ເສດຖະກິດຂອງນະ ຄອນຫຼວງວຽງຈັນຂະຫຍາຍຕົວເພີ່ມຂຶ້ນໄດ້ເຖິງ 12.6 ເປີເຊັນຕໍ່ປີ ທັງກໍຍັງເຮັດໃຫ້ລາຍ ໄດ້ສະເລ່ຍຂອງປະຊາຊົນ ລາວ ໃນເຂດນະຄອນຫຼວງວຽງຈັນ ເພີ່ມຂຶ້ນຈາກ 1,300 ໂດ ລາໃນປີ 2010 ເປັນ 4,390 ໂດລາໃນປີ 2015 ເພີ່ມຂຶ້ນເກີນກວ່າ 3 ເທົ່າຕົວ.

ນອກຈາກນັ້ນ ຍັງມີການຄາດໝາຍດ້ວຍວ່າເສດຖະກິດທີ່ຂະຫຍາຍຕົວເພີ່ມຂຶ້ນໃນອັດ ຕາສະເລ່ຍບໍ່ຕ່ຳກວ່າ 11 ເປີເຊັນ ຕໍ່ປີກໍຍັງຈະເຮັດໃຫ້ລາຍໄດ້ສະເລ່ຍຂອງປະຊາຊົນໃນ ເຂດນະຄອນຫຼວງວຽງຈັນ ເພີ່ມຂຶ້ນເປັນ 9,300 ໂດລາໃນປີ 2025 ແລະ ເພີ່ມຂຶ້ນເປັນ 12,500 ໂດລາໃນປີ 2030 ຫາກແຕ່ວ່າກໍມີຄວາມຈຳເປັນທີ່ຈະຕ້ອງດຳເນີນການພັດທະ ນາບຸກຄະລາກອນ ແລະ ການບໍລິຫານດ້ວຍ ດັ່ງທີ່ທ່ານ ສິນລາວົງ ຢືນຢັນວ່າ.

"ປັບປຸງປ່ຽນແປງວິທີການຄຸ້ມຄອງບໍລິຫານລັດ ຄຸ້ມຄອງສັງຄົມຢູ່ນະຄອນຫຼວງໄປສູ່ກົດ ໝາຍ ຫັນຈາກການລວມສູນພຽງໃນຄະນະພັກ ໄປສູ່ລະບົບການປົກຄອງທ້ອງຖິ່ນ ຕາມລັດຖະທຳມະນູນ ແລະ ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນສະບັບປັບປຸງໃໝ່ ອົງການເຫຼົ່ານີ້, ສະຖາບັນເຫຼົ່ານີ້ຕ້ອງເຮັດພາລະບົດບາດຂອງຕົນເອງຢ່າງເຕັມສ່ວນ ພ້ອມດຽວກັນນັ້ນກໍປັບປຸງປ່ຽນແປງການຄຸ້ມຄອງບໍລິຫານລວມສູນຢູ່ນຳເຈົ້າຄອງ, ຮອງເຈົ້າຄອງ ໃຫ້ຫັນໄປສູ່ຄວາມຮັບຜິດຊອບຂອງຫົວໜ້າແຜນການ ແລະ ເຈົ້າເມືອງ ໃຫ້ຫຼາຍກວ່າເກົ່າ."

ສຳລັບການພັດທະນາ ລາວ ໃນຊ່ວງ 40 ປີມານີ້ໄດ້ມີຜົນຄືບໜ້າຢ່າງຊັດເຈນໃນທຸກດ້ານ ຊຶ່ງຈະເຫັນໄດ້ຈາກການມີສະເຖຍລະພາບທາງການເມືອງ ແລະ ຄວາມໝັ້ນຄົງ ສ່ວນໃນ ດ້ານເສດຖະກິດກໍຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ລາຍໄດ້ສະເລ່ຍຂອງປະຊາ ຊົນ ລາວ ຢູ່ທີ່ລະດັບ 1,857 ໂດລາຕໍ່ຄົນໃນປີ 2015 ແລະ ເພີ່ມຂຶ້ນເປັນ 2,026 ໂດລາຕໍ່ ຄົນໃນປີ 2016 ທັງຍັງເຮັດໃຫ້ພັກ ແລະ ລັດຖະບານ ລາວ ໝັ້ນໃຈວ່າຈະສາມາດນຳພາ ລາວ ໃຫ້ຫຼຸດພົ້ນຈາກສະພາບດ້ອຍພັດທະນາໄດ້ຕາມເປົ້າໝາຍທີ່ວາງໄວ້ພາຍໃນປີ 2020 ຢ່າງແນ່ນອນອີກດ້ວຍ.

ແຕ່ຢ່າງໃດກໍຕາມ ກະຊວງແຜນການ ແລະ ການລົງທຶນ ລາຍງານຈາກການປະເມີນ ຮ່ວມກັນ ລະຫວ່າງ ລັດຖະບານ ລາວ ກັບອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ກ່ຽວກັບ ຜົນການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ ແລະ ສັງຄົມ ໃນ ລາວ ນັບຈາກປີ 2011 ເຖິງເດືອນກັນຍາ 2015 ພົບວ່າລັດຖະບານ ລາວ ຈະບໍ່ສາ ມາດຈັດຕັ້ງປະຕິບັດເພື່ອໃຫ້ບັນລຸເປົ້າໝາຍສະຫັດສະວັດການພັດທະນາໃນ 6 ດ້ານ ຈາກທັງໝົດ 9 ດ້ານທີ່ໄດ້ຕົກລົງໄວ້ກັບອົງການສະຫະປະຊາຊາດ.

ໂດຍທັງ 6 ດ້ານດັ່ງກ່າວນີ້ກໍປະກອບດ້ວຍການທີ່ເດັກນ້ອຍອາຍຸຕຳ່ກວ່າ 5 ປີຍັງມີສ່ວນ ສູງ ແລະ ໜ້ຳໜັກຕ່ຳກວ່າເກນມາດຕະຖານ ການເຂົ້າໂຮງຮຽນ ແລະ ສືບຕໍ່ການຮຽນຈົນ ຈົບ ຊັ້ນປະຖົມປີທີ 5 ຍັງເພີ່ມຂຶ້ນຢ່າງຊັກຊ້າ ອັດຕາການຕາຍຂອງເດັກນ້ອຍອາຍຸຕ່ຳກວ່າ 1 ປີຍັງສູງ ອັດຕາການຕາຍຂອງແມ່ຍິງຂະນະຖືພາກໍຍັງສູງ ສ່ວນການເພີ່ມອັດຕາການ ປົກຫຸ້ມຂອງປ່າໄມ້ກໍຍັງປະຕິບັດໄດ້ຕຳ່ຫຼາຍ ແລະ ການເກັບກູ້ລະເບີດບໍ່ທັນແຕກ (UXO) ກໍປະຕິບັດໄດ້ໃນພື້ນທີ່ຢ່າງຈຳກັດ.

ສ່ວນການພັດທະນາດ້ານສາທາລະນະສຸກໃນ ລາວ ກໍຍັງມີບັນຫາທ້າທາຍຫຼາຍດ້ານ ເຊັ່ນເດັກນ້ອຍທີ່ມີໂອກາດໄດ້ຮັບການລ້ຽງດູດ້ວຍນ້ຳນົມແມ່ຕັ້ງແຕ່ເກີດຈົນຮອດອາຍຸ 6 ເດືອນນັ້ນຍັງຄິດເປັນອັດຕາສະເລ່ຍພຽງແຕ່ 40 ເປີເຊັນເທົ່ານັ້ນ ສ່ວນການເສຍຊີວິດ ຂອງແມ່ໃນຂະນະຖືພາກໍຍັງສູງເຖິງ 339 ຕົນຕໍ່ 1 ແສນຄົນ ໃນຂະນະທີ່ເປົ້າໝາຍໄດ້ວາງ ໄວ້ທີ່ອັດຕາສະເລ່ຍ 260 ຄົນໃນປີ 2015 ເປັນຕົ້ນ.

XS
SM
MD
LG