ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເລື້ອງລາວເບື້ອງ​ຫລັງຄວາມ​ສຳ​ເລັດ ຂອງທ່ານວຽງຄອນ ພົມມະສິດ​ ຫລັງ​ຈາກ​ມາ​ຕັ້ງ​ຖິ່ນ​ຖານ​ໃໝ່ ​ໃນ ສ​ຫລ


ທ່ານ​ວຽງ​ຄອນ​ພ້ອມ​ດ້ວຍ​ພັນ​ລະ​ຍາ (ຂວາ​ສຸດ) ຖ່າຍ​ຮູບ​ກັບ​ສະ​ມາ​ຊິກ​ປະ​ຊາ​ຄົມ​ລາວ​ໃນ​ງານຫາ​ລາຍ​ໄດ້ຂອງ​ສະ​ມາຄົມ​ນິວ​ອິງ​ແກ​ລນ​ລາວ​ກັອ​ຟ​ແຫ່ງ​ລັດ​ໂຣດ​ໄອ​ແລນ​ໃນເດືອນ​ຕຸ​ລາ​ປີ 2020​
ທ່ານ​ວຽງ​ຄອນ​ພ້ອມ​ດ້ວຍ​ພັນ​ລະ​ຍາ (ຂວາ​ສຸດ) ຖ່າຍ​ຮູບ​ກັບ​ສະ​ມາ​ຊິກ​ປະ​ຊາ​ຄົມ​ລາວ​ໃນ​ງານຫາ​ລາຍ​ໄດ້ຂອງ​ສະ​ມາຄົມ​ນິວ​ອິງ​ແກ​ລນ​ລາວ​ກັອ​ຟ​ແຫ່ງ​ລັດ​ໂຣດ​ໄອ​ແລນ​ໃນເດືອນ​ຕຸ​ລາ​ປີ 2020​

ໃນລາຍການຊຸມຊົນຊາວລາວ ໃນທະວີບອາເມຣິກາ ສຳລັບແລງມື້ນີ້ ທ່ານຈະໄດ້ຟັງເລື້ອງລາວການເຂົ້າມາຕັ້ງຖິ່ນຖານຂອງທ່ານວຽງຄອນ ພົມມະສິດ ຢູ່ໃນເມືອງ ຈອນສ໌ຕັນ, ລັດໂຣດ ໄອແລນ ຊຶ່ງບົວສະຫວັນ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທ່ານວຽງຄອນ ພົມມະສິດ ເປັນ​ຄົນ​ລາວ​ອົບ​ພະ​ຍົບ​ຜູ້​ນຶ່ງ​ທີ່ປະສົບຜົນສໍາເລັດສູງ ໃນ​ການ​ສ້າງ​ຖະ​ນະ​ຄອບ​ຄົວ ແລະເປັນຜູ້ນຶ່ງທີ່ມີຊື່ສຽງໃນສັງຄົມລາວ ພາຍ​ຫລັງ ມາ​ຕັ້ງ​ຖິ່ນ​ຖານຢູ່ເມືອງຈອນສ໌ຕັນ, ລັດໂຣດໄອແລນແຕ່​ປີ 1984. ແຕ່ວ່າ​ກ່ອນ​ຈະ​ມາ​ເຖິງ​ຈຸດນີ້​ໄດ້ ທ່ານເລົ່າເຖິງປະ​ຫວັດ​ຄວາມ​ເປັນ​ມາ​ນັບ​ແຕ່ອອກ​ຈາກບ້ານ​ເກີດຂອງທ່ານມາສູ່ຟັງວ່າ:


ເມື່ອມາເຖິງສະຫະລັດແລ້ວ ທ່ານວຽງຄອນກໍ​ໄດ້​ສູ້​ຊົນ ລ້ຽງຄອບ​ຄົວຂອງ​ທ່ານທີ່​ມີ 4 ຄົນ ຢູ່ເມືອງບອສຕັນ, ລັດ​ແມ​ສ​ຊາ​ຈູ​ແຊັ​ສ ກ່ອນ​ຈະຍົກຍ້າຍໄປຢູ່ໃນລັດໂຣດ ໄອແລນຊຶ່ງ​ເປັນ​ລັດຢູ່ໃກ້ຄຽງກັນນັ້ນ ຊຶ່ງທ່ານເລົ່າສູ່ຟັງວ່າ:


ທ່ານ​ເລົ່າ​ກ່ຽວ​ກັບການສູ້ຊົນຫາ​ລ້ຽງ​ຄອບ​ຄົວ ໄປ​ພ້ອ​ມໆ​ກັບ ສະ​ແຫວງ​ຫາ​ການ​ສຶກ​ສາ​ຮ່ຳຮຽນພາ​ສາ​ອັງ​ກິດ​ໄປ​ພ້ອມໆ​ກັນ​ຢູ່​ໃນ​ລັດ​ດັ່ງ​ກ່າວ​ສູ່​ຟັງ​ອີກວ່າ:


ທ່ານ​ວຽງ​ຄອນ​ເລົ່າ​ເຖິງ​ຊີ​ວິດ​ຂອງ​ທ່ານ ​ຫລັງ​ຈາກ​ໄດ້​ຍົກ​ຍ້າຍ​ໄປ​ຢູ່​ລັດ​ໂຣດ​ໄອ ແລນ ແລະ​ປະ​ຊາ​ຄົມ​ລາວໃນ​ລັດ​ນ້ອຍໆ​ດັ່ງ​ກ່າວ​ໃນ​ຊຸມ​ປີ​ທ້າຍໆ​ຂອງ 1980 ນັ້ນສູ່​ຟັງ​ວ່າ:


ທ່ານ​ເລົ່າ​ເຖິງ​ອາ​ຊີບ​ວຽກ​ງານຂອງ​ຄອບ​ຄົວ​ທ່ານຫລັງ​ຈາກ​ໄດ້​ຍ້າຍ​ໄປ​ຢູ່​ໃນ​ລັດ​ນ້ອຍໆແຫ່ງນັ້ນສູ່​ຟັງ​ວ່າ:

ລັດ​ໂ​ຣດ​ໄອ​ແລນ​ເປັນ​ລັດ​ນ້ອຍ​ທີ່​ສຸດ​ໃນ​ສະ​ຫະ​ລັດ ແລະ​ມີ​ພົນ​ລະ​ເມືອງ​ປະ​ມານ 1 ລ້າ​ນກວ່າ​ຄົນ​ເທົ່າ​ນັ້ນ ແຕ່​ວ່າກໍ​ມີ​ຄົນ​ລາວ​ອາ​ໄສ​ຢູ່​ປະ​ມານ 4 ພັນ​ກວ່າ​ຄົນ ຊຶ່ງ​ເປັນ​ຈຳ​ນວນຫລາຍ ທຽບເທົ່າ​ກັນ​ກັບປະ​ຊາ​ຄົມ​ລາວ​ ໃນ​ລັດ​ອື່ນໆທີ່​ໃຫຍ່ກວ່າຢູ່​ໃນ​ຂົງ​ເຂດ​ອື່ນຂອງ​ປະ​ເທດ ເຊັ່ນລັດ​ເວີເນຍ, ເພັນ​ຊີ​ລ​ເວ​ເນຍ ແລະ ແມ​ຣີ​ແລນ​ເປັນ​ຕົ້ນ ຊຶ່ງ​ທ່ານ​ໃຫ້​ລາຍ​ລະ​ອຽດ​ວ່າ:

ລັດນ້ອຍໆແຫ່ງນັ້ນ ທີ່ຕັ້ງຢູ່ພາກຕາເວັນອອກສຽງເໜືອຂອງປະເທດແມ່ນມີວຽກເຮັດງານທຳທີ່ຄົນລາວສາມາດຫາໄດ້ງ່າຍ ໂດຍສະເພາະແມ່ນວຽກໃຫ້ແກ່ແມ່ຍິງນັ້ນແມ່ນມີຫລາຍສົມຄວນ ດັ່ງທີ່ທ່ານວຽງຄອນເລົ່າສູ່ຟັງວ່າ:


ລັດ​ໂຣດໄອ​ແລນ ​ຍັງ​ມີ​ລັກ​ສະ​ນະ​ພິ​ເສດອັນ​ນຶ່ງ​ອີກ ​ກໍ​ຄືຄົນ​ລາວ​ໄປ​ມາ​ຫາ​ສູ່ກັນ​ຫຼາຍ​ກັບ ພວກ​ທີ່​ຢູ່ໃນ​ລັດ​ໃກ້​ຄຽງ​ກັນ​ເຊັ່ນ​ລັດ​ຄອນ​ເນັກ​ຕິ​ກັດແລະແມັ​ສ​ຊາ​ຈູ​ແຊັ​ສ ນັ້ນ​. ເມື່ອ​ຖາມ​ເຖິງ​ເລື້ອງນີ້ທ່ານ​ວຽງ​ຄອນ​ໃຫ້​ຄຳ​ເຫັນວ່າ:​


ພ້ອມ​ກັນ​ນັ້ນ​ລັດ​ນີ້​ຍັງ​ມີ​ຊື່​ສຽງ​ດ້ານ​ອາ​ຫານ​ທະ​ເລ ແລະ​ມີ​ຄຸ້ມ​ບ້ານ​ຂອງ​ຄົນ​ເສດ​ຖີ​ໃນ​ສະ​ໄໝ​ກ່ອນຢູ່​ອີກ ຊຶ່ງ​ທ່ານ​ວຽງ​ຄອນ​ເລົ່າສູ່​ຟັງ​ວ່າ:


ເມື່ອ​ເວົ້າ​ເຖິງ​ການ​ນັບ​ຖື​ສາດ​ສະ​ໜານັ້ນ ຊາວ​ລາວ​ໃນ​ລັດ​ດັ່ງ​ກ່າວ​ແມ່ນ​ນັບ​ຖື​ສາ​ສະ​ໜາ​ພຸດ​ເປັນ​ສ່ວນ​ໃຫຍ່​ ແຕ່​ກໍ​ບໍ່​ໄດ້​ແບ່ງ​ແຍກ​ກັນ​ຢ່າງ​ຂາດ​ຂັ້ນ​ລະ ຫວ່າ​ງການ​ຖື​ສາ​ສະ​ໜາພຸດ​ກັບຄ​ຣິ​ສ​ຕຽນ ດັ່ງ​ທີ່​ທ່ານ​ວຽງ​ຄອນໃຫ້​ຄຳ​ເຫັນວ່າ:

ຄ້າຍໆ​ກັບ​ຄົນ​ລາວ​ໃນ​ລັດ​ອື່ນໆ ເນື່ອງ​ຈາກ​ມີ​ຄົນ​ນັບ​ຖື​ສາດ​ສະ​ໜາ​ພຸດຫລາຍ, ຢູ່​ໂຣດໄອ​ແລນ​ເຖິ​ງວ່າ​ຈະ​ເປັນ​ລັດ​ນ້ອຍໆ ກໍຕາມ ແຕ່​ກໍ​ມີວັດ​ລາວຢູ່​ສອງ​ແຫ່ງ, ອີງ​ຕາມທ່ານ​ວຽງ​ຄອນ.​

ທ່ານ​ວຽງ​ຄອນ​ເອງ​ກໍ​ແມ່ນ​ເປັນ​ຄົນ​ລາວ​ຜູ້​ນຶ່ງ​ທີ່ປະ​ສົບ​ຜົນ​ສຳ​ເລັດໃນ​ການ​ສ້າງຖາ​ນະ​ຄອບ​ຄົວ, ລ້ຽງ​ດູລູກ​ເຕົ້າ​ໃຫ້​ມີ​ການ​ສຶກ​ສາ​ສູງ ແລະ​ວຽກ​ງານ​ທີ່​ດີ ດັ່ງ​ທີ່​ທ່ານເລົ່າ​ສູ່​ຟັງ​ວ່າ:

ທ່ານ​ວຽງ​ຄອນ​ກ່າວ​ຄຳ​ປາ​ໄສ​ໃນ​ງານ​ຫາ​ລາຍ​ໄດ້​ເພື່ອ​ຊ່ວຍ​ຄົນ​ພິ​ການ​ຕາ​ໃນ​ລາວໃນ​ໄລ​ຍະ​ທີ່​ມີ​ການ​ລະ​ບາດ​ຂອງ​ໂຄວິດ, ຕຸ​ລາ 2021
ທ່ານ​ວຽງ​ຄອນ​ກ່າວ​ຄຳ​ປາ​ໄສ​ໃນ​ງານ​ຫາ​ລາຍ​ໄດ້​ເພື່ອ​ຊ່ວຍ​ຄົນ​ພິ​ການ​ຕາ​ໃນ​ລາວໃນ​ໄລ​ຍະ​ທີ່​ມີ​ການ​ລະ​ບາດ​ຂອງ​ໂຄວິດ, ຕຸ​ລາ 2021

​ພ້ອມ​ກັນ​ນັ້ນ ​ບັນ​ດາ​ລູກໆ​ຂອງ​ທ່ານ​ກໍ​ໄດ້​ທຳ​ໜ້າ​ທີ່​ຂອງ​ລູກ​ທີ່​ກະ​ຕັນ​ຍູ​ຕໍ່​ພໍ່​ແມ່​ໂດຍ​ໄດ້​ລ້ຽງ​ດູ​ພໍ່​ແມ່​ຄືນ ​ຕອນ​ທີ່​ທ່ານ​ອາ​ຍຸບໍ່​ທັນ​ເຖິງ​ກະ​ສຽນ​ເທື່ອ​ ຊຶ່ງ​ທ່ານ​ເລົ່າ​ສູ່​ຟັງດ້ວຍ​ຄວາມ​ພູມ​ໃຈ​ວ່າ:

ນອກນັ້ນທ່ານວຽງ​ຄອນ ​ຍັງ​ໄດ້​ມີ​ບົດ​ບາດ​ນຳ​ພາ​ປະ​ຊາ​ຄົມ​ລາວ​ອີກ​ດ້ວຍ ຊຶ່ງ​ທ່ານ​ໄດ້ ເປັນປະທານສະມາຄົມຄົນລາວແຫ່ງລັດໂຣດໄອແລນ ທີ່​ມີ​ຄົນ​ລາວ​ອາ​ໄສ​ຢູ່​ປະ​ມານ 4 ພັນ​ຄົນ ນັ້ນມາ​ໄດ້​ຫລາຍ​ປີ​ແລ້ວ.

ທີ່ທ່ານໄດ້ຮັບຟັງຜ່ານໄປນັ້ນ ຄືເລື້ອງລາວຊີວິດຂອງທ່ານວຽງຄອນ ພົມມະສິດ ທີ່ໄດ້ພາຄອບຄົວ ອົບພະຍົບມາຕັ້ງຖິ່ນຖານ ແລະ​ສ້າງ​ຊີ​ວິດ​ໃໝ່ຢູ່ໃນສະຫະລັດ ຊຶ່ງໄດ້ຮັບຜົນສໍາເລັດເປັນຢ່າງສູງ. ຂໍເຊີນບັນດາທ່ານພົບກັບ ລາຍການຊຸມຊົນລາວ ຂອງພວກເຮົາ ໄດ້ອີກໃນວັນອາທິດໜ້າ ເວລາດຽວກັນນີ້.

ເຊີນຊົມວີດິໂອກການເຄືອນໄຫວຂອງຊາວລາໃນໂຣດໄອແລນ, ນໍາພາໂດຍທ່ານວຽງຄອນ

XS
SM
MD
LG