ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ນາງ​ແຮ​ຣິ​ສ ໄປ​ເຖິງ​ເອ​ເຊຍ​ແລ້ວ ເພື່ອ​ຫາ​ລື ​ເລື້ອງ​ມຽນ​ມາ ແລະ​ບັນ​ຫາ​ຂັດ​ແຍ້ງ ຢູ່​ທະ​ເລ​ຈ​ີ​ນ​ໃຕ້


ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຄາ​ມາ​ລາ ແຮ​ຣິ​ສ (ຊ້າຍ) ແລະ​ສາ​ມີ​ຂອງ​ທ່ານ​ນາງ ທ່ານ​ເດິກ ເອັມ​ຮອ​ຟ (ກາງ) ຖືກ​ຕ້ອນ​ຮັບ​ທີ່​ສະ​ໜາມ​ບິນ​ສາ​ກົນ​ດອນ​ເມືອງ ໂດຍ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ ທ່ານ​ໂຮ​ເບີດ ໂກ​ເດັກ ເມື່ອ​ວັນ​ທີ 17 ພະ​ຈິກ 2022.
ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຄາ​ມາ​ລາ ແຮ​ຣິ​ສ (ຊ້າຍ) ແລະ​ສາ​ມີ​ຂອງ​ທ່ານ​ນາງ ທ່ານ​ເດິກ ເອັມ​ຮອ​ຟ (ກາງ) ຖືກ​ຕ້ອນ​ຮັບ​ທີ່​ສະ​ໜາມ​ບິນ​ສາ​ກົນ​ດອນ​ເມືອງ ໂດຍ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ ທ່ານ​ໂຮ​ເບີດ ໂກ​ເດັກ ເມື່ອ​ວັນ​ທີ 17 ພະ​ຈິກ 2022.

ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ນາງ​ຄາ​ມາ​ລາ ແຮ​ຣິ​ສ ເດີນ​ທາງ​ໄປ​ເຖິງ​ປະ​ເທດ​ໄທ​ໃນ​ອາ​ທິດນີ້ ເພື່ອ​ຊຸກ​ຍູ້​ຜົນ​ປະ​ໂຫຍດ​ທາງ​ດ້ານ​ເສດ​ຖະ​ກິດ​ຂອງ​ສະ​ຫະ​ລັດທີ່ກອງ​ປະ​ຊຸມ​ສຸດຍອດ​ພູ​ມີ​ພາກແລະ​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ປາບ​ປາມ​ຂອງ​ພວກ​ທະ​ຫານ​ທີ່​ພວມ​ດຳ​ເນີນ​ຢູ່​ໃນ​ປະ​ເທດ​ມຽນ​ມາ.

ທ່ານ​ນາງ​ແຮ​ຣິ​ສ ຈະ​ກ່າວ​ຄຳ​ປາ​ໄສ​ທີ່ກອງ​ປະ​ຊຸມ​ສຸດຍອດ​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ​ໃນ​ເຂດ​ເອ​ເຊຍ​ປາ​ຊີ​ຟິກ ຫຼື APEC ຊຶ່ງ​ເປັນ​ການ​ເຕົ້າ​ໂຮມ​ກັນ​ຂອງ 21 ປະ​ເທດ​ສະ​ມາ​ຊິກ ທີ່​ຊຸກ​ຍູ້​ໃຫ້​ມີ​ການ​ຮວມ​ໂຕ​ກັນ​ຫຼາຍ​ຂຶ້ນ​ທາງ​ດ້ານ​ເສດ​ຖະ​ກິດ​ ແລະສ້າງ​ຄວາມ​ອຸ​ດົມ​ຮັ່ງ​ມີ.

ກ່ອນ​ອອກ​ເດີນ​ທາງ ເຈົ້າ​ໜ້າ​ທີ່​ອະ​ວຸໂສ​ທ່ານ​ນຶ່ງ​ຂອງ​ລັດ​ຖະ​ບາ​ນ ກ່າວ​ຕໍ່​ກອງ​ປະ​ຊຸມ​ຖ​ະ​ແຫຼງ​ຂ່າວວ່າ ສະ​ຫະ​ລັດ​ຄາດ​ຫວັງ​ວ່າ​ການ​ເຈ​ລະ​ຈາ​ຫາ​ລື​ຈະ​ພາ​ໃຫ້​ມີການ​ໃຫ້​ທຶນ​ສະ​ໜັບ​ສະ​ໜຸນ​ຂໍ້​ລິ​ເລີ້ມ​ໃໝ່. “ພວກ​ເຮົາ​ຍັງ​ຄາດ​ວ່າ ຈະ​ມີ​ການ​ຫາ​ລືກັນ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ໃນ​ປະ​ເທດ​ພະ​ມ້າຕະ​ຫຼອ​ດ​ທັງ​ຂົງ​ເຂດ​ອື່ນໆແລະ​ການເຄື່ອນ​ໄຫວ​ຕ່າງໆ​ໃນ​ໂລກ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່ ຊຶ່ງ​ເອີ້ນ​ຊື່​ມຽນ​ມາ​ຕາມ​ຊື່​ເກົ່າ​ທີ່​ຮ້ອງ​ກັນ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ທ່ານ​ນາງ​ແຮ​ຣິ​ສຈະ​ປຶກ​ສາ​ຫາ​ລື​ເລື້ອງ​ມຽນ​ມາກັບ​ພວກ​ຜູ້​ນຳ​ຂອງ​ໄທພ້ອມ​ກັນ​ກັບ​ປະ​ເທດ​ຟີ​ລິບ​ປິນ ບ່ອນ​ທີ່​ທ່ານ​ນາງ​ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ໃນ​ໄລ​ຍະ​ສອງ​ສາມມື້​ຂ້າງ​ໜ້ານີ້. “ທັງປະ​ເທດ​ໄທ​ແລະ​ຟີ​ລິບ​ປິນ​ຕ່າງ​ກໍ​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກ​ຈາກ​ການ​ປາບ​ປາມ​ໂດຍ​ອຳ​ນາດ​ການ​ປົກ​ຄອງ​ມຽ​ນ​ມາ” ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຂອງ​ລັດ​ຖະ​ບານ​ກ່າວ.

ພວກ​ທະ​ຫານເຮັດ​ລັດ​ຖະ​ປະ​ຫານ​ຢູ່​ມຽນ​ມາ ​ໃນ​ປີ 2021 ໂດຍ​ທຳ​ການ​ໂຄ່ນ​ລົ້ມລັດ​ຖະ​ບານ ​ທີ່​ຖືກ​ເລືອກ​ແບບ​ປະ​ຊາ​ທິ​ປະ​ໄຕ ຊຶ່ງ​ໄດ້​ກໍ່​ໃຫ້​ເກີດ​ມີ​ການ​ຈັບ​ອາ​ວຸດ​ລຸກ​ຂຶ້ນ​ຕໍ່​ຕ້ານ​ຢູ່​ໃນ​ປະ​ເທດ​ດັ່ງ​ກ່າວ.

ໃນ​ອາ​ທິດ​ແລ້ວນີ້ ມຽນ​ມາ​ບໍ່​ໄດ້​ຖືກ​ເຊື້ອເຊີນ ​ໃຫ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຂອງ​ສະມາ​ຄົມ​ບັນ​ດາ​ປະ​ຊາ​ຊາດ​ໃນ​ເຂ​ດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້​ຫຼື​ອາ​ຊຽນ. ສະ​ມາ​ຊິກ​ຂອງ​ກຸ່ມ​ດັ່ງ​ກ່າວ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ ເຕືອນມຽນ​ມາ ໃຫ້​ສ້າງ​ຄວາມ​ກ້າວ​ໜ້າ​ທີ່​ເປັນ​ຮູບ​ປະ​ທຳກ່ຽວ​ກັບ​ແຜນ​ການ​ສັນ​ຕິ​ພາບ ຫຼື​ບໍ່​ດັ່ງ​ນັ້ນ​ກໍ​ສ່ຽງ​ຕໍ່​ການ​ທີ່​ຈະ​ຖືກ​ຫ້າມ​ບໍ່​ໃຫ້​ເຂົ້າ​ຮ່ວມກອງ​ປະ​ຊຸມຂອງ​ກຸ່ມໃນ​ຂະ​ນະ​ທີ່​ຄວາມ​ວຸ້ນ​ວາຍ​ທາງ​ດ້ານ​ສັງ​ຄົມ​ ແລະ​ການ​ເມືອງ​ໃນ​ປະ​ເທດ​ດັ່ງ​ກ່າວ​ພວມ​ເພີ້ມ​ທະ​ວີ​ຄວາມ​ຮ້າຍ​ແຮງ​ຂຶ້ນ.

ລັດ​ຖະ​ບານ​ທະ​ຫານ​ມຽ​ນ​ມາ​ໄດ້​ປະ​ຕິ​ເສດ ບໍ່ຍອມ​ຮັບ​ເອົາ​ຖ​ະ​ແຫຼງ​ການ​ຂອງ​ອາ​ຊຽນ ຊຶ່ງ​ກ່ອນ​ໜ້າ​ນີ້ ພວກ​ທະ​ຫານ​ໄດ້​ຖິ້ມ​ໂທດ​ ໃນ​ການ​ບໍ່​ມີ​ຄວາມ​ກ້າວ​ໜ້າ​ວ່າ​ເປັນ​ຍ້ອນ​ການ​ລະ​ບາດ​ຂອງ​ໂຄວິດ-19 ແລະ​ໄດ້​ຮັບ​ການ​ຂັດ​ຂວາງ​ຈາກ​ຂະ​ບວນ​ການ​ຕໍ່​ຕ້ານ​ປະ​ກອບ​ອາ​ວຸດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG