ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວອາເມຣິກັນ ສະແດງ ຄວາມເຄົາລົບ ຕໍ່ນັກລົບເກົ່າ ໃນທົ່ວປະເທດ


ກອງກຽດຕິຍົດທະຫານອາກາດ ກຳລັງປະກອບພິທີ ໄວ້ອາໄລ ໃຫ້ພວກນັກລົບເກົ່າ
ກອງກຽດຕິຍົດທະຫານອາກາດ ກຳລັງປະກອບພິທີ ໄວ້ອາໄລ ໃຫ້ພວກນັກລົບເກົ່າ

ການ​ສະ​ແດງຄອນ​ເສີດ ຄັ້ງ​ຍິ່ງ​ໃຫຍ່ ຢູ່​ນະຄອນຫລວງວໍ​ຊິງ​ຕັນ
​ແມ່ນ​ນຶ່ງ​ໃນກິດ​ຈະການ ທີ່​ໄດ້​ວາງ​ແຜນ ເພື່ອສະຫລອງ​ກັນ​ຢູ່​
ທົ່ວ​ສະຫະລັດໃນ​ວັນ​ອັງຄານ​ມື້​ນີ້ ໃນ​ລະຍະ​ວັນພັກ ວັນນັກລົບ
ເກົ່າປະຈຳປີ.

ຄາດ​ວ່າ​ ອາດຈະມີຜູ້ຄົນຫຼາຍເຖິງ 800,000 ຄົນມາຮ່ວມສະ
ຫຼອງ​ກັນ​ຢູ່ທີ່​ເດີ່ນສະໜາມ​ຫລວງແຫ່ງ​ຊາດ ຕໍ່ໜ້າ​ຕຶກລັດ​ຖະ
ສະພາສະຫະລັດ​ເພື່ອຊົມຄອນ​ເສີດ​ສຳຫລັບນັກ​ລົບ​ຜູ້​ກ້າຫານ
ຫຼື “Concert for Valor” ຊຶ່ງພິທີ່​ດັ່ງກ່າ​ວ​ຈະ​ມີດາຣາເພງ rock
and roll ທີ່​ມີ​ຊື່​ສຽງ​ມາຮ່ວມ ​ຄື​ທ່ານ Bruce Springsteen
ນັກ​ຮ້ອງ rhythm-and-blues ນາງ Rihanna ດາຣາເພງລູກ
​ທົ່ງນາງ Carrie Underwood ​ແລະ​ ​ດົນຕີ heavy metal ຄະນະ Metallica.

ບັນດາ ​ຜູ້​ຈັດງານ​ຫວັງ​ວ່າ ​ຈະ​ໃຊ້ການສະ​ແດງ​ຄອນ​ເສີດໃນຄັ້ງນີ້​ເພື່ອ​ສ້າງຄວາມຕື່ນຕົວ ​ໃຫ້ແກ່ບັນດາ​ອົງການ​ຈັດ​ຕັ້ງຕ່າງໆ ແນ​ໃສ່ເພື່ອໃຫ້ການຊ່ວຍ​ເຫລືອ​ແກ່​ພວກທະຫານ​
ຜ່ານ​ເສິກ ​ເວລາໃດ​ທີ່​ເຂົາ​ເຈົ້າອອກ​ຈາກ​ການ​ຮັບ​ໃຊ້ປະເທດຊາດ ແລ້ວ.

ວັນນັບລົບເກົ່າ ຊຶ່ງເປັນວັນພັກແຫ່ງຊາດ ​ໄດ້ສະຫລອງ​ກັນເປັນເທຶຶ່ອທຳ​ອິດ​ໃນ ສະຫະ
ລັດເມື່ອ​ປີ 1919 ໃນຖານະ​ວັນ​ Aurmistic Day ທີ່​ໄດ້​ສະຫລອງ​ການ​ລົງ​ນາມ​ຢ່າງ​ເປັນ​
ທາງ​ການ​ ທີ່ພະລາດຊະວັງ Versailles ປະ​ເທດ​ຝຣັ່ງ ​ໃນ​ວັນ​ທີ 11 ​ເດືອນພະ​ຈິກ ປີ
1918 ທີ່ສົງຄາມ​ໂລກຄັ້ງ​ທີ​ນຶ່ງ​ໄດ້​ສີ້​ນສຸດ​ລົງນັ້ນ ຄື “ສົງຄາມເພື່ອເຮັດໃຫ້ທຸກໆ​ສົງຄາມ
ສິ້ນສຸດລົງ” ລະຫວ່າງ​ເຢຍຣະ​ມັນ​ແລະບັນດາ ປະເທດພັນທະ​ມິດ ​ທີ່ປະກອບດ້ວຍ
ອັງກິດ ຝຣັ່ງ ​ແລະ​ສະຫະລັດ.

ວັນສິ້ນສຸດຂອງ​ສົງຄາມ ຫລື Aurmistic Day ໄດ້​ກາຍ​ມາ​ເປັນ​ວັນພັກ ​ຢ່າງ ເປັນທາງ
ການ ໃນສະຫະລັດ ​ເມື່ອ​ປີ 1938 ​ແລະ​ຈົນ​ຕົກມາ​ເຖິງ​ປີ 1954 ​ວັນ​ດັ່ງ​ກ່າວ ຈຶ່ງ​ໄດ້​ປ່ຽນ
ມາ​ເປັນ ວັນນັກລົບເກົ່າ ຫຼື Veterans Day ຫລັງ​ຈາກ ໄດ້ເກີດສອງ​ສົງຄາມ ຄື ສົງຄາມ
​ໂລກ​ຄັ້ງ​ທີ່​ສອງ ​ແລະ​ສົງຄາມ​ເກົາຫລີ.

ວັນ​ພັກ ສະຫລອງວັນນົກລົບເກົ່າໃນສະຫະລັດ ແມ່ນບັງເອີນແມ່ນກົງ​ກັບ​ວັນພັກ ສົງ​ຄາມ​
ໂລກ​ຄັ້ງ​ທີ​ນຶ່ງ ທີ​ສະຫລອງ​ກັນຢູ່​ທົ່ວ​ໂລກ ຮວມທັງວັນ​ລະນຶກ​ຢູ່​ປະ​ເທດ​ອັງກິດ ​ແລະ​ບັນດາ​
ປະ​ເທດ​ອານາ​ນິຄົມ ເຊັ່ນອອສ​ເຕຣ​ເລຍ ​ແລະ​ກາ​ນາ​ດາ.

War Veterans Fight A Different War in Civilian Society
please wait

No media source currently available

0:00 0:02:56 0:00

XS
SM
MD
LG