ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຜູ້ນຳຝ່າຍຄ້ານ ຂອງ ເວເນຊູເອລາ ຖືກຕັດສິນ ຈຳຄຸກ ດົນເກືອບ 14 ປີ


ທ່ານ Leopoldo Lopez ຜູ້ນຳຝ່າຍຄ້ານຂອງເວເນຊູເອລາທີ່
ຖືກຄຸມຂັງຢູ່ໃນເວລານີ້ ໄດ້ຖືກຕັດສິນໃຫ້ຈຳຄຸກດົນເກືອບ 14
ປີ ໃນວັນພະຫັດວານນີ້. ທ່ານໄດ້ຖືກກ່າວຫາວ່າ ຍຸຍົງ ໃຫ້ປະ
ຊາຊົນກໍ່ຄວາມບໍ່ສະຫງົບ ທຳລາຍຊັບສິນແລະສົມຮູ້ຮ່ວມຄິດ
ເພື່ອກະທຳຄວາມຜິດ ຫຼັງຈາກໄດ້ເກີດການປະທ້ວງ ພາຍໃຕ້
ການນຳພາຂອງພັກຝ່າຍຄ້ານໃນປີແລ້ວ ໄດ້ກາຍເປັນຄວາມ
ຮຸນແຮງ ຫລັງຈາກກຳລັງຮັກສາຄວາມສະຫງົບໄດ້ປະທະກັບ
ພວກເດີນຂະບວນທີ່ເຮັດໃຫ້ຫຼາຍສິບຄົນເສຍຊີວິດ.

ນັກເສດຖະສາດທີ່ຮຽນຈົບຈາກສະຫະລັດທ່ານນີ້ໄດ້ຖືກຕັດ
ສິນໃຫ້ຈຳຄຸກ ເປັນເວລາ 13 ປີ ກັບ 9 ເດືອນ ຍ້ອນຍຸຍົງໃຫ້ ເກີດຄວາມຮຸນແຮງຕໍ່ຕ້ານລັດຖະບານ ປະທານາທິບໍດີ Nicolas Maduro ໃນຄວາມພະ ຍາຍາມເພື່ອບັງຄັບໃຫ້ປະທານາທິບໍດີລາອອກ.

ອົງການນິລະໂທດກຳສາກົນກ່າວໃນຖະແຫຼງການສະບັບນຶ່ງວ່າ ການຕັດສິນລົງໂທດທ່ານ
Lopez ແມ່ນສະແດງໃຫ້ເຫັນເຖິງການ “ຂາດແຄນລະບົບຕຸລາການທີ່ເປັນອິດສະຫຼະແລະ ມີຄວາມຍຸຕິທຳຢ່າງສິ້ນເຊີງ” ໃນເວເນຊູເອລາ.

ທ່ານນາງ Erika Guevara-Rosas ຜູ້ອຳນວຍການຂອງອົງການນິລະໂທດກຳສາກົນຮັບ
ຜິດຊອບ ກ່ຽວກັບທະວີບອາເມຣິກາ ກ່າວວ່າ “ຄວາມຜິດຂອງທ່ານ ພຽງຢ່າງດຽວ ກໍຄືເປັນ ຜູ້ນຳຂອງພັກຝ່າຍຄ້ານ ໃນເວເນຊູເອລາ. ດ້ວຍການຕັດສິນໂທດນີ້ ເວເນຊູເອລາແມ່ນໄດ້ ເລືອກເອົາການປະຕິເສດ ບໍ່ຮັບຮູ້ຫລັກການສິດທິພື້ນຖານ ຂອງມະນຸດ ແລະເປີດໄຟຂຽວ ໃຫ້ມີການລະເມີດສິດທິມະນຸດເພີ້ມຕື່ມ.”

ທ່ານ Lopez ທີ່ມີອາຍຸ 44 ປີ ແມ່ນຜູ້ກໍ່ຕັ້ງ ພັກຄວາມປາຖະໜາ ຂອງມວນຊົນ ທີ່ເປັນພັກ ຝ່າຍຄ້ານໃນເວເນຊູເອລາ.

Venezuela
please wait
Embed

No media source currently available

0:00 0:00:21 0:00

XS
SM
MD
LG