ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວເວເນຊູເອລາ ຈະລົງຄະແນນສຽງ ເລືອກເອົາ ສະມາຊິກ ສະພານິຕິບັນຍັດ


ຊາຍຄົນນຶ່ງຖືໃບໂຄສະນາ ຂອງຮູບພາບ ບັດລົງຄະແນນສຽງ ໃນຂະນະທີ່ ສະແດງທ່າທີ ຕໍ່ໜ້າກ້ອງຖ່າຍພາບ ຢູ່ໃນເມືອງ Caracas, ປະເທດເວເນຊູເອລາ, ວັນທີ 5 ທັນວາ 2015.
ຊາຍຄົນນຶ່ງຖືໃບໂຄສະນາ ຂອງຮູບພາບ ບັດລົງຄະແນນສຽງ ໃນຂະນະທີ່ ສະແດງທ່າທີ ຕໍ່ໜ້າກ້ອງຖ່າຍພາບ ຢູ່ໃນເມືອງ Caracas, ປະເທດເວເນຊູເອລາ, ວັນທີ 5 ທັນວາ 2015.

ແນວໂຮມພັກຝ່າຍຄ້ານ ຂອງເວເນຊູເອລາ ຫວັງວ່າ ຈະໄດ້ຮັບ
ໄຊຊະນະ ຄອງອຳນາດນິຕິບັນຍັດ ໃນການເລືອກຕັ້ງ ໃນຄວາມ
ພະຍາຍາມຂອງກຸ່ມດັ່ງກ່າວ ທີ່ຈະຄວບຄຸມ ສະພາແຫ່ງຊາດ.

ບັນດານັກວິເຄາະ ກ່າວວ່າ ການລົງຄະແນນສຽງນັ້ນ ແມ່ນເຫັນ
ວ່າ ເປັນການລົງປະຊາມະຕິ ກ່ຽວກັບ ນະໂຍບາຍເສດຖະກິດ
ສັງຄົມນິຍົມ ຂອງມື້ລາງປະທານາທິບໍດີ Hugo Chavez ແລະ ຜູ້ສືບທອດຕຳແໜ່ງ ທີ່
ຕົນໄດ້ຄັດເລືອກເອົານັ້ນ ກໍຄືປະທານາທິບໍດີ Nicolas Maduro ຄົນປັດຈຸບັນ.

ເວເນຊູເອລາ ມີນ້ຳມັນ ສຳຮອງຫຼາຍທີ່ສຸດຂອງໂລກ ແຕ່ລາຄາຂອງນ້ຳມັນ ທີ່ຕົກຕ່ຳລົງ
ໄດ້ເຮັດໃຫ້ປະເທດໃນທະວີບອາເມຣິກາໃຕ້ ເປັນປະເທດນຶ່ງ ທີ່ມີສະພາບການເງິນ ເຟີ້ມ
ທີ່ສູງທີ່ສຸດ ການຂາດແຄນສິນຄ້າ ແລະ ມີຜູ້ຄົນລຽນແຖວຍາວຢຽດ ຕາມຮ້ານຂາຍເຄື່ອງ ໃຊ້ພື້ນຖານຕ່າງໆ.

ການສຳຫລວດຕ່າງໆ ກ່ອນໜ້າການເລືອກຕັ້ງ ໄດ້ຊີ້ໃຫ້ເຫັນວ່າ ກຸ່ມແນວໂຮມຝ່າຍຄ້ານ
ແມ່ນຄ້າຍຄືວ່າ ຈະໄດ້ຮັບໄຊຊະນະ ດ້ວຍຄະແນນສຽງສ່ວນຫຼາຍ.

ໃນວັນເສົາວານນີ້ ທ່ານ Maduro ໄດ້ພົບປະກັບ ບັນດາອະດີດຜູ້ນຳປະເທດ ໂບລີເວຍ
ໂຄລອມເບຍ ຄອັສຕາຣິກາ ແລະ ສະເປນ ຜູ້ທີ່ຮັບໜ້າທີ່ ເປັນຜູ້ສັງເກດການ ການເລືອກ
ຕັ້ງສາກົນ.

Venezuela's opposition coalition is hoping to win legislative power at the polls Sunday in the bloc's attempt to take control of the National Assembly.

Analysts say the vote is widely seen as a referendum on the socialist economic policies of late president Hugo Chavez and his handpicked successor, current President Nicolas Maduro.

Venezuela has the world's largest oil reserves, but plunging oil prices have left the South American country with one of the world's highest inflation, widespread product shortages and long lines to shop for basics.

Surveys leading up to the elections indicated the opposition coalition is likely to win the majority of votes.

On Saturday, Maduro met with the former heads of state of Bolivia, Colombia, Costa Rica and Spain who are serving as international observers of the election.

Some material for this report came from AP, AFP and Reuters.

XS
SM
MD
LG