ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຕຳຫລວດກັບ ພວກປະທ້ວງ ປະທະກັນອີກ ຢູ່ເວເນເຊູເອລາ (ວີດີໂອ)


Venezuela Protest -13 April 14
please wait

No media source currently available

0:00 0:01:12 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ຄວາມເຄັ່ງຕຶງແມ່ນ​ຢູ່​ໃນ​ລະດັບ​ສູງ ​ໃນ​ວັນອາທິດມື້​ນີ້ ​ຢູ່​ໃນ
ນະຄອນຫຼວງ Caracas ຂອງ​ປະ​ເທ​ດ Venezuela ພາຍຫຼັງ
ທີ່​ພວກ​ປະ​ທ້ວງ​ຕໍ່ຕ້ານລັດຖະບານ​ ໄດ້​ປະທະກັບ​ເຈົ້າໜ້າທີ່​
ຕຳຫຼວດ 2 ມື້ ກ່ອນ​ໜ້າ​ ​ການ​ພົບ​ປະ​ເຈ​ລະ​ຈາກັນ​ອີກຮອບ​ນຶ່ງ ​
ເພື່ອ​ຍຸດຕິ​ຄວາມ​ບໍ່ສະຫງົບ​ທາງ​ການ​ເມືອງ​ ທີ່ໄດ້ເຮັດ​ໃຫ້​ປະຊາ
ຊົນ​ເສຍ​ຊີວິດ​ໄປ​ ຫລາຍ​ສິບ​ຄົນ​ໃນ​ບໍ່​ເທົ່າ​ໃດ​ເດືອນ​ຜ່ານ​ມາ​ນີ້.

ໃນ​ວັນ​ເສົາວານ​ນີ້ ຕຳຫຼວດໄດ້ຍິງ​ແກ໊ສນ້ຳຕາ ແລະ​ປືນ​ນ້ຳ​ ຕອບ​ໂຕ້ໃສ່ພວກ​ປະ​ທ້ວງ​ທີ່
ແກວ່ງ​ກ້ອນ​ຫິນແລະ​ແກ໊ສນ້ຳຕາໃສ່​ເຂົາ​ເຈົ້າ ຢູ່​ນະຄອນຫຼວງ Caracas ນັ້ນ. ນັກຮຽນຜູ້​
ໜຶ່ງ​ທີ່​ອອກ​ມາ​ປະ​ທ້ວງ​ກ່າວ​ວ່າ:

“ດຽວ​ນີ້ ພວກ​ເຮົາ​ເປັນ​ຕົວ​ແທນ​ຂອງ​ເຍົາວະ​ຊົນ ບໍ່​ແມ່ນພວກທີ່ເຂົ້າ​ຮ່ວມໃນ​ການເຈລະຈາ​ເລື້ອງ​ນີ້​ຢູ່​ພາຍໃນ​ຫ້ອງ​ແອ​ເຢັນ. ພວກ​ເຮົາ​ຢູ່ທີ່​ນີ້​ຢູ່​ຕາມ​ຖະໜົນ.”

ຜູ້ກ່ຽວ​ກ່າວ​ເຍາະ​ເຍີ້​ຍການ​ເຈ​ລະ​ຈາທີ່​ມີ​ຂຶ້ນ​ໃນ​ວັນ​ພະຫັດ​ຜ່ານ​ມານີ້ ​ຢູ່ນະຄອນຫລວງ​ນັ້ນ. ປະທານາທິບໍດີ Venezuela ທ່ານ Nicolas Maduro ​ໄດ້​ພົບ​ປະ​ກັບ​ກຸ່ມຝ່າຍ​ກົງກັນຂ້າມ ​ເປັນ​ເວລາ​ເຖິງ 6 ຊົ່ວໂມງ​ໃນ​ກອງ​ປະຊຸມ​ ທີ່​ຄະນະ​ລັດ​ຖະມົນຕີ​ຕ່າງປະ​ເທດ ຈາກກຸ່ມ ​Unasur ກໍ​ຄື​ບັນດາ​ລັດຖະບານໃນ​ເຂດອາ​ເມຣິກາ​ໃຕ້ ​ເປັນ​ຜູ້​ໄກ່​ເກ່ຍ ​ໃຫ້​ມີ​ຂຶ້ນ.

ຢູ່ທ້ອງ​ຖະໜົນນັ້ນ ພວກ​ປະ​ທ້​ວງຈຳນວນ​ນຶ່ງ​ກ່າວ​ວ່າ ກຳ​ລັງຂອງລັດຖະບານ​ເປັນຝ່າຍ​ຍຸ​ແຍ່
​ໃຫ້​ເກີດ​ຄວາມ​ຮຸນແຮງ. ນັກສຶກສາ​ມະຫາ​ວິທະຍາ​ໄລ​ຜູ້​ໜຶ່ງເວົ້າ​ວ່າ:

“​ລັດຖະບານ​ບໍ່​ປ່ອຍໃຫ້​ພວກ​ເຮົາ​ຍ່າງໄປມາ​ໄດ້​ຢ່າງ​ເສລີ ​ແລະຍາມ​ໃດ ພວກ​ເຂົາ​
ກໍໂຈມ​ຕີ​ພວກ​ເຮົາ​ ​ເວລາ​ພວກ​ເຮົາ​ທຳ​ການປະ​ທ້ວງ​ຢ່າງ​ສະຫງົບ.”


ການ​ເຈ​ລະ​ຈາຮອບຕໍ່​ໄປ​ກຳນົດຈະມີ​ຂຶ້ນອີກ​ ໃນ​ວັນອັງຄານຈະ​ມາ​ເຖິງ​ນີ້.


Tensions are running high in Venezuela's capital (Caracas) Sunday after protesters clashed with police, two days before another round of talks on ending the political unrest that has killed dozens of people in recent months.

Police used tear gas and water cannon Saturday against protesters who were throwing rocks and tear gas at them in Caracas.

A student protester:
“We represent the young now, not those people gathered together for a dialogue to talk about things in an air conditioned room. No, we are in the street.”

The protester was mocking talks held Thursday in Caracas. Venezuelan President Nicolas Maduro met for six hours with opposition groups in a session mediated by foreign ministers from the Unasur block of South American governments.
Back on the street, some protestors say government forces of inciting the violence.

A university student:
“The government won’t let us walk around freely and they always attack us when we are protesting peacefully.

Another round of talks is set for Tuesday.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG