ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄາດໝາຍວ່າ ປ. ມາດູໂຣ ຈະຊະນະ ການເລືອກຕັ້ງ ສະໄໝທີ ສອງ ອີກ 6 ປີ


ປະທານາທິບໍດີ ເວເນຊູເອລາ ທ່ານນິໂຄລັສ ມາດູໂຣ ສົ່ງ
ສັນຍາລັກ ຂອງໄຊຊະນະ ຫຼັງຈາກໄດ້ພົບປະກັບ ອະດີດ ນາຍົກລັດຖະມົນຕີ ຂອງສະເປນ ທ່ານ ໂຮເຊ ລູອິສ ໂຣຣີແກັສ ຊາປາແຕໂຣ ຢູ່ທີ່ຜາສາດ ປະທານາທິບໍດີ ໃນນະຄອນຫຼວງ ກາຣາກາສ ຂອງເວເນຊູເອລາ, ວັນທີ 18 ພຶດສະພາ 2018.
ປະທານາທິບໍດີ ເວເນຊູເອລາ ທ່ານນິໂຄລັສ ມາດູໂຣ ສົ່ງ ສັນຍາລັກ ຂອງໄຊຊະນະ ຫຼັງຈາກໄດ້ພົບປະກັບ ອະດີດ ນາຍົກລັດຖະມົນຕີ ຂອງສະເປນ ທ່ານ ໂຮເຊ ລູອິສ ໂຣຣີແກັສ ຊາປາແຕໂຣ ຢູ່ທີ່ຜາສາດ ປະທານາທິບໍດີ ໃນນະຄອນຫຼວງ ກາຣາກາສ ຂອງເວເນຊູເອລາ, ວັນທີ 18 ພຶດສະພາ 2018.

ປະທານາທິບໍດີ ເວເນຊູເອລາ ທ່ານນິໂຄລັສ ມາດູໂຣ ກຳລັງລົງແຂ່ງຂັນການເລືອກຕັ້ງ
ເປັນປະທານາທິບໍດີ ສະໄໝທີສອງ ໄລຍະ 6 ປີ ໃນວັນອາທິດມື້ນີ້ ທີ່ກຸ່ມຝ່າຍຄ້ານໄດ້
ພາກັນຂວ້ຳບາດ ໃນຂະນະທີ່ມີ “ພິທີການແຕ່ງຕັ້ງ” ຂອງຜູ້ນຳຜະເດັດການ ແລະ
ການປະນາມຢ່າງຫຼວງຫຼາຍ ຂອງປະຊາຄົມນານາຊາດ ພວມມີຂຶ້ນ ຢູ່ນັ້ນ.

ທ່ານມາດູໂຣ ອາຍຸ 55 ປີ ອະດີດຄົນຂັບລົດໂດຍສານ ແມ່ນຄາດກັນວ່າ ຈະຊະນະ
ການເລືອກຕັ້ງ ເຖິງແມ່ນວ່າ ຈະເກີດວິກິດການຂອງການຂາດແຄນອາຫານການກິນ
ແລະ ໄພເງິນເຟີ້ ໄດ້ເພີ່ມສູງຂຶ້ນ ໃນຂະນະທີ່ ການຜະລິດນ້ຳມັນ ຫລຸດລົງກໍຕາມ
ເຊິ່ງເປັນປະເທດນຶ່ງ ທີ່ໃນຄັ້ງນຶ່ງ ເຄີຍເປັນຜູ້ຜະລິດລາຍໃຫຍ່ທີ່ສຸດຂອງໂລກນັ້ນ.

ທະຫານພິທັກຊາດ ຊາວເວເນຊູເອລາ ຢືນຍາມ ເຄື່ອງປ່ອນບັດຄະແນນສຽງ ຢູ່ທີ່ໜ່ວຍເລືອກຕັ້ງ ແຫ່ງນຶ່ງ ໃນນະຄອນຫຼວງ ກາຣາກາສ ຂອງເວເນຊູເອລາ, ວັນທີ 18 ພຶດສະພາ 2018.
ທະຫານພິທັກຊາດ ຊາວເວເນຊູເອລາ ຢືນຍາມ ເຄື່ອງປ່ອນບັດຄະແນນສຽງ ຢູ່ທີ່ໜ່ວຍເລືອກຕັ້ງ ແຫ່ງນຶ່ງ ໃນນະຄອນຫຼວງ ກາຣາກາສ ຂອງເວເນຊູເອລາ, ວັນທີ 18 ພຶດສະພາ 2018.

ອະດີດຜູ້ປົກຄອງລັດ ທ່ານ ເຮັນຣີ ຟອລກອນ ເປັນຜູ້ທ້າຊີງຄົນສຳຄັນຂອງ ທ່ານ
ມາດູໂຣ ແຕ່ໂອກາດຂອງທ່ານນັ້ນ ແມ່ນຖືກບັ່ນທອນ ໂດຍການມີໜ້າຂອງຄູ່ແຂ່ງຄົນ
ທີສອງ ຜູ້ສະໝັກທີ່ຕໍ່ຕ້ານທ່ານມາດູໂຣ ກໍຄື ນັກສອນສາສະໜາ ທ່ານ ຮາວີແອຣ
ເບີຣຕູຊີ.

ໄຊຊະນະຂອງທ່ານມາດູໂຣ ອາດຈະກໍ່ໃຫ້ເກີດ ມີການວາງມາດຕະການລົງໂທດ
ຫຼາຍຂຶ້ນຕື່ມ ລວມທັງ ມາດຕະການລົງໂທດດ້ານນ້ຳມັນ ຈາກລັດຖະບານ ສະຫະລັດ
ແລະ ມີການຕິຕຽນຫຼາຍຂຶ້ນຕື່ມ ຈາກສະຫະພາບຢູໂຣບ ແລະ ປະເທດອາເມຣິກາ
ລາຕິນ ນຳດ້ວຍ.

ທ່ານມາດູໂຣ ຜູ້ທີ່ປະກາດຕົນເອງ ວ່າ ເປັນ “ລູກຊາຍ” ຂອງ ທ່ານຮູໂກ ຊາເວັສ ນັ້ນ
ໄດ້ກ່າວໃນວັນເສົາວານນີ້ວ່າ ທ່ານກຳລັງຕໍ່ສູ້ ກັບ “ຈັກກະພັດ” ສະຫະລັດ ທີ່ວາງແຜນ
ຈະທຳລາຍ ລະບອບສັງຄົມນິຍົມ ແລະ ຈະຍຶດເອົາ ອົງການ OPEC ຊຶ່ງເປັນຊັບສິນ
ນ້ຳມັນຂອງປະເທດ.

ໃນວັນສຸກທີ່ຜ່ານມານີ້ ລັດຖະບານຂອງທ່ານທຣຳ ໄດ້ບວກຊື່ພັນທະມິດຂອງທ່ານ
ມາດູໂຣ ລົງຕື່ມໃສ່ໃນບັນຊີລາຍຊື່ ບັນດາເຈົ້າໜ້າທີ່ລະດັບສູງ ທີ່ໄດ້ຕົກເປັນເປົ້າໝາຍ
ຂອງການຖືກລົງໂທດດ້ານການເງິນ ໂດຍເປັນການກ່າວຫາວ່າ ຫົວໜ້າພັກສັງຄົມນິຍົມ
ທ່ານ ດີອອສດາໂດ ກາແບລໂລ ເປັນນັກຄ້າຢາເສບຕິດ ແລະ ສໍ້ໂກງ.

ພວກຝ່າຍຄ້ານຕໍ່ຕ້ານທ່ານມາດູໂຣ ກ່າວວ່າ ຜູ້ນຳຫົວຊ້າຍຈັດນີ້ ໄດ້ທຳລາຍເສດຖະກິດ
ຂອງເວເນຊູເອລາ ຊຶ່ງໃນຄັ້ງນຶ່ງ ເຄີຍຮັ່ງມີ ແລະ ໄດ້ທັບມ້າງພວກທີ່ບໍ່ເຫັນດີເຫັນພ້ອມ
ຢ່າງໂຫດຫ້ຽມ. ການຢັ່ງຫາງສຽງ ຍັງໄດ້ສະແດງໃຫ້ເຫັນວ່າ ພວກຊາວເວເນຊູເອລາ ໄດ້ຖິ້ມໂທດໃສ່ທ່ານມາດູໂຣ ຢ່າງຖ້ວມລົ້ນ ສຳລັບບັນຫາຕ່າງໆ ທີ່ເກີດຂຶ້ນຕໍ່ພວກ
ເຂົາເຈົ້າ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG