ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ ເວເນຊູເອລາ ຢືນຢັນວ່າ ມີ ຜູ້ເສຍຊີວິດ 4 ຄົນ ໃນການປະທ້ວງ


ຜູ້ປະທ້ວງຄົນໜຶ່ງຖືກແບກໂດຍສະມາຊິກອາສາສະໝັກ ກຸ່ມຕອບສະໜອງການຮັກສາເບື້ອງຕົ້ນ ໃນລະຫວ່າງການ
ປະທ້ວງຕໍ່ຕ້ານລັດຖະບານປະທານາທິບໍດີ ເວເນຊູເອລາ
ທ່ານ ນິໂຄລາ ມາດູໂຣ ໃນນະຄອນຫຼວງ ຄາຣາຄາສ, ເວເນຊູເອລາ. 1 ກໍລະກົດ, 2017.
ຜູ້ປະທ້ວງຄົນໜຶ່ງຖືກແບກໂດຍສະມາຊິກອາສາສະໝັກ ກຸ່ມຕອບສະໜອງການຮັກສາເບື້ອງຕົ້ນ ໃນລະຫວ່າງການ ປະທ້ວງຕໍ່ຕ້ານລັດຖະບານປະທານາທິບໍດີ ເວເນຊູເອລາ ທ່ານ ນິໂຄລາ ມາດູໂຣ ໃນນະຄອນຫຼວງ ຄາຣາຄາສ, ເວເນຊູເອລາ. 1 ກໍລະກົດ, 2017.

ຢ່າງໜ້ອຍ 4 ຄົນໄດ້ເສຍຊີວິດ ໃນລະຫວ່າງການປະທ້ວງຕໍ່ຕ້ານລັດຖະບານໃນເມືອງ
ບາຄີຊີເມໂຕ ຕັ້ງຢູ່ພາກຕາເວັນຕົກສຽງເໜືອຂອງປະເທດ ເວເນຊູເອລາ ອີງຕາມການ
ກ່າວ ຂອງບັນດາເຈົ້າໜ້າທີ່ໃນວັນເສົາວານນີ້.

ເຈົ້າໜ້າທີ່ໄດ້ຢືນຢັນການຕາຍ ທີ່ໄດ້ເກີດຂຶ້ນໃນການປະທະກັນຢູ່ເມືອງ ບາຄີຊີເມໂຕ
ໃນຕອນແລງວັນສຸກທີຜ່່ານມາ ແຕ່ບໍ່ໄດ້ໃຫ້ຂໍ້ມູນຫຍັງ.

ມີການປະທ້ວງຕໍ່ຕ້ານລັດຖະບານຂອງປະທານາທິບໍດີ ທ່ານ ນິກໂຄລາ ມາດູໂຣ ເກືອບ
ວ່າທຸກໆມື້ ໃນສາມເດືອນຜ່ານມາ.

ການຕາຍໄດ້ເພີ່ມຈຳນວນຜູ້ເສຍຊີວິດສູງສຸດເປັນຢ່າງໜ້ອຍ 83 ຄົນນັບຕັ້ງແຕ່ເດືອນ
ເມສາຜ່ານມາ. ບັນດາເຈົ້າໜ້າທີ່ກ່າວວ່າ ປະຊາຊົນຫຼາຍກວ່າ 1,000 ຄົນໄດ້ຮັບບາດ
ເຈັບ.

ໃນວັນເສົາວານນີ້, ພວກປະທ້ວງຕໍ່ຕ້ານລັດຖະບານສອງສາມພັນຄົນ ໄດ້ເດີນຂະບວນ
ຢູ່ຖະໜົນຂອງນະຄອນຫຼວງ ຄາຣາຄັສ.

ພວກຜູ້ຄັດຄ້ານທ່ານ ມາດູໂຣ ໄດ້ໂຕ້ແຍ້ງວ່າ ຜູ້ນຳຂອງປະເທດ ໄດ້ທຳລາຍປະຊາທິ
ປະໄຕ ໂດຍການຍົກເລີກການລົງປະຊາມະຕິທີ່ສຳຄັນ ແລະ ການເຂົ້າແຊກແຊງໜ້າທີ່
ຂອງລັດຖະສະພາ ກໍແມ່ນໜຶ່ງໃນບັນຫາອື່ນໆ. ພວກປະທ້ວງໄດ້ຮຽກຮ້ອງ ໃຫ້ມີການລົງຄະແນນສຽງກ່ຽວກັບປະທານາທິບໍດີ ແລະ ການແກ້ໄຂບັນຫາຄວາມອຶດຫິວ ແລະ ການ
ຂາດແຄນທາງການແພດ.

ທ່ານ ມາດູໂຣ ໄດ້ອອກມາເຕືອນໃນຕົ້ນສັບປະດານີ້ວ່າ ທ່ານ ແລະ ຜູ້ສະໜັບສະໜູນ
ຂອງທ່ານຈະໃຊ້ອາວຸດ ຖ້າລັດຖະບານສັງຄົມນິຍົມຂອງທ່ານ ຈະຖືກໂຄ່ນລົ້ມດ້ວຍ
ຄວາມຮຸນແຮງ ໂດຍການປະທ້ວງຂອງພວກຝ່າຍຄ້ານຢູ່ຕາມທ້ອງຖະໜົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Venezuela Protest Deaths
please wait

No media source currently available

0:00 0:01:45 0:00

XS
SM
MD
LG