ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ສະ​ຖານ​​ທູດ ເວ​ເນ​ຊູ​ເອ​ລາ ກາຍເປັນສະ​ຖານ​ທີ່​ຕໍ່ສູ້​ກັນ ​ຂອງພວກ​ຜູ້​ສະ​ໜັບ​ສະ​ໜຸນ ທ່ານ​ມາ​ດູ​ໂຣ ກັບທ່ານ ​ກວາ​ອີ​ໂດ


Venezuelan Embassy in DC Embroiled in Maduro-Guaido Standoff
please wait

No media source currently available

0:00 0:01:48 0:00

ການສູ້​ຢັນກັນ​ເພື່ອ​ຊີງອຳ​ນາດ​ຄວບ​ຄຸມເວ​ເນ​ຊູ​ເອ​ລາ ຍັງເກີດ​ຂຶ້ນ​ຢູ່ຫ້ອງ​ການ​ຜູ້​ຕາງ​ໜ້າ
​ທີ່​ເປັນທາງ​ການຢູ່​ໃນນະ​ຄອນ​ຫລວງ​ວໍ​ຊີງ​ຕັນອີກ​ດ້ວຍ. ນັກ​ຂ່າວ​ຂອງວີ​ໂອ​ເອ Mykhailo Komadovsky ໄດ້​ໄປ​ຢ້ຽມ​ຢາມ​ສະ​ຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດບ່ອນ​ທີ່​ພວກ​ສະ​ໜັບ​
ສະ​ໜຸນ ທ່ານ ນິ​ໂຄ​ລັ​ສ ມາ​ດູ​ໂຣ ພາກັນ​ຍຶດ​ຄອງ​ຕຶກ​ດັ່ງ​ກ່າວໄວ້ ເພື່ອບໍ່​ໃຫ້ມັນຕົກ​ຢູ່​ໃນ
ກຳ​ມື​ຂອງ​ພວກ​ຜູ້​ນຳຝ່າຍ​ຄ້ານ ຊຶ່ງວັນ​ນະ​ສອນ​ມີ​ລາຍລະ​ອຽດມາ​ສະ​ເໜີ​ທ່ານ​
ໃນ​ອັນ​ດັບ​ຕໍ່​ໄປ.

ບັນ​ດາ​ນັກ​ການ​ທູດເວ​ເນ​ຊູ​ເອ​ລາ ຈາກ​ຝ່າຍ​ລັດ​ຖະ​ບານ ທ່ານນິ​ໂຄ​ລັ​ສ ມາ​ດູ​ໂຣ ໄດ້​ຖອນ
​ຕົວອອກ​ຈາກ​ສະ​ຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດຫຼາຍ​ເດືອນ​ກ່ອນ​ໜ້າ​ນີ້​ແລ້ວ. ແຕ່​ວ່າ ກໍ​ຍັງບໍ່
​ທັນ​ເປົ່າ​ແປນ​ເທື່ອ.

ພວກ​ນັກ​ເຄື່ອນ​ໄຫວ​ທີ່ຫົວ​ດື້ ແລະ​ພວກ​ທີ່​ສະ​ໜັບ​ສະ​ໜຸນ​ທ່ານ​ມາ​ດູ​ໂຣ ຊຶ່ງ​ສ່ວນ​ໃຫຍ່​
ແມ່ນ​ຊາວ​ອາ​ເມ​ຣິ​ກັນພາ​ກັນ​ຍຶດ​ຄອງຕຶກ​ດັ່ງ​ກ່າວໄວໍ່ ເພື່ອບໍ່​ໃຫ້​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ
ແລະ​ຝ່ານ​ຄ້ານ​ເວ​ເນ​ຊູ​ເອ​ລາເຂົ້າ​ຍຶດ​ເອົາ.

ນາງ Margaret Flowers ນັກ​ເຄື່ອນ​ໄຫວ ກ່າວ​ວ່າ “ພວກ​ເຮົາ​ບໍ່​ແມ່ນ​ພວກ​ທີ່ລະ​ເມີດ
​ກົດ​ໝາຍ. ພວກ​ເຮົາ​ໄດ້​ຮັບ​ອະ​ນຸ​ຍາດຢ່າງ​ເຕັມ​ສ່ວນທັງ​ໝົດ ຈົນ​ຮອດ​ປະ​ທາ​ນາ​ທິ​ບໍ​ດີ​
ມາ​ດູ​ໂຣ ໄດ້ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ​ຢ່າງ​ເຕັມ​ປ່ຽມ​ເພື່ອ​ໃຫ້​ຢູ່​ທີ່​ນີ້…ສະ​ນັ້ນ ຖ້າ​ຫາກ
ວ່າກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ກົດ​ໝາຍເຂົ້າ​ມາ​ຍັງ​ອາ​ຄານ
ດັ່ງ​ກ່າວ​ນີ້ແລ້ວ ແລະ​ພວກ​ເຮົາກໍ​ມີ​ປ້າຍຕິດ​ໄວ້​ຫັ້ນ​ແລ້ວ, ພວກ​ເຂົາ​ເຈົ້າ​ນັ້ນ​ລະ
ແມ່ນເປັນພວກ​ທີ່ລະ​ເມີດ​ກົດ​ໝາຍ.”

ພວກ​ທີ່ສະ​ໜັບ​ສະ​ໜຸນທ່ານກວາຍ​ອີ​ໂດ ພາ​ກັນ​ໂຮມ​ຊຸມ​ນຸມ​ຢູ່​ຂ້າງນອກ ຖືກ​ຫ້າມ ບໍ່​ໃຫ້​
ເຂົ້າ​ໄປ​ໃນ​ອາ​ຄານ​ດັ່ງ​ກ່າວ.​

ຊາຍ​ຜູ້​ນີ້ ຜູ້​ຊຶ່ງ​ປະ​ສົງ​ບໍ່​ອອກ​ຊື່ ໄດ້​ກ່າວ​ວ່າ ລາວ​ແມ່ນ​ຊາວ​ເອ​ເນ​ຊູ​ເອ​ລາແລະ ໃຊ້​ເວ​ລາ
ໂອ້​ລົມ​ກັບ​ຊາວ​ອາ​ເມ​ຣິ​ກັນທີ່ສະ​ໜັບ​ສະໜຸນທ່ານ​ ມາ​ດູ​ໂຣ ກ່ຽວກັບ​ວ່າ ແມ່ນ​ຫຍັງ​ເກີດ
​ຂຶ້ນ​ຢູ່​ໃນ​ປະ​ເທດ​ຂອງ​ລາວ.

ຊາຍ​ທີ່ສະ​ໜັບ​ສະ​ໜຸນ​ທ່ານກວາຍ​ອີ​ໂດ​ກ່າວ​ວ່າ “ຄວາມ​ເປັນ​ຈິງ​ທີ່​ຂ້ອຍ​ກຳ​ກັບ
ແມ່ນ​ແຕກ​ຕ່າງ​ຫຼາຍ​ໄປ​ຈາກຄວາມ​ເປັນ​ຈິງ​ທີ່ພວກ​ເຂົາກຳ​ກັບ. ພວກ​ເຂົາ​ສອນ​ຂ້ອຍ
​ກ່ຽວ​ກັບ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ. ຂ້ອຍ​ແມ່ນ​ພະ​ຍາ​ຍາມ​ທີ່​ຈະ​ສອນ​ຄວາມ​ເປັນ​ຈິງ​ທີ່​
ເກີດຂຶ້ນ​ໃນ​ປະ​ເທດ​ຂ້ອຍ.”

ເວ​ລາແມ່ນມີໜ້ອຍ​ຫຼາຍ ສຳ​ລັບພວກ​ນັກ​ເຄື່ອນ​ໄຫວ. ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ບໍ່​ໄດ້​ຮັບ​ຮູ້​
ລັດ​ຖະ​ບານ​ຂອງ​ທ່ານ​ມາ​ດູ​ໂຣ, ແຕ່​ວ່າ ພວກ​ປະ​ທ້ວງກໍກ່າວ​ວ່າ ພວກ​ເຂົາ​ເຈົ້າ​ພ້ອມແລ້ວ
ຖ້າ​ຫາກວ່າຖືກ​ບັງ​ຄັບ​ໃຫ້​ອອກ​ຈາກ​ທີ່​ນັ້ນ.

ພວກ​ນັກ​ເຄື່ອນ​ໄຫວ ກ່າວ​ວ່າ “ຖ້າ​ຫາກວ່າ​ຕຳ​ຫຼວດ​ເຂົ້າ​ມາ​ຈັບ​ພວກ​ເຮົາ​ໄປ, ເອົາ​ພວກ
​ເຮົາ​ໄປ. ພວກ​ເຮົາ​ບໍ່​ມີ​ອຳ​ນາດ​ທີ່​ຈະ​ຂັດ​ຂືນ​ໃດໆ ແລະ​ພວກ​ເຮົາ​ບໍ່ຢາກທຳ​ການ​ຂັດ​ຂືນ
ໃດໆແບບ​ຮຸນ​ແຮງ. ສະ​ນັ້ນ ພວກ​ເຮົາ ກໍ​ຈະ​ຍອມ​ຮັບ​ຄວາມ​ສ່ຽງ​ເຫຼົ່າ​ນັ້ນ.”

ນັກ​ຂ່າວ​ຂ່າວ​ວີ​ໂອ​ເອ Mykhailo Komadovskyi ກ່າວ​ວ່າ ສະ​ຖານ​ເອກ​ອັກ​ຄະ​ລັດ​ຖະ​
ທູດ​ເວ​ນີ​ຊູ​ເອ​ລາ ປັດ​ຈຸ​ບັນ​ນີ້ເປັນ​ຕົວ​ແທນ​ຂອງວິ​ກິດ​ການ​ໃນ​ປະ​ເທດ. ມີປະ​ທາ​ນາ​ທິ​ບໍ​ດີ
2 ທ່ານ. ມີສອງອຸ​ດົມ​ການ​ທີ່​ແຕກຕ່າງກັນ. ປະ​ຊາ​ຊົນ​ທັງ​ສອງ​ຝ່າຍແມ່ນ​ຍຶດ​ໝັ້ນ​ຢູ່​ໃນ​
ຈຸດ​ຢືນ​ຂອງ​ໃຜ​ລາວ ແຕ່​ວ່າ ແມ່ນ​ໃຜ​ລະທີ່​ຈະເປັນ​ຜູ້ຊະ​ນະ ໃນບັ້ນ​ສຸດ​ທ້າຍ?

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

The power struggle for control of Venezuela is also playing out at
the country's official mission in Washington, DC. VOA's Mykhailo Komadovsky visited the embassy where supporters of Nicolas Maduro are occupying the building, keeping it out of the hands of opposition leaders.


Venezuelan diplomats from Nicolas Maduro's government withdrew from the embassy months ago. But it's not yet empty.

Defiant activists and Maduro supporters, most of whom are American, are occupying the building to keep it from U.S. officials and the Venezuelan opposition.

Margaret Flowers / Activist: "We're the ones that are not breaking the law. We have the full permission all the way up to President Maduro. The full support to be here.... So if the State Department and law enforcement enter this building and we have a sign up to that effect, they are the ones breaking thelaw."

Guaido supporters gather outside, barred from entering.

This man, who declined to provide his name, said he is Venezuelan, and spends time talking with American Maduro supporters about what's happening in his country.

Guaido Supporter: "TherealityImanage is verydifferent than therealitytheymanage. Theyteachme aboutthe UnitedStates. I am trying to teach about my reality of my country."

Time is running out for the activists. U.S. officials do not recognize the Maduro government, but protesters say they are ready if they are forced to leave.

"Ifthepolicecometakeusaway,theytakeusaway. We accept that we don't have the power to resist and wedon'twanttoresistviolently inanycase. Soweacceptthoserisks."

Mykhailo Komadovskyi, VOA News:
The Venezuelan embassy now embodies the country's crisis. Two presidents. Two different ideologies. Two sides of the population standing their ground. But who will win in the end?

XS
SM
MD
LG