ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະທ້ວງ ຍັງສືບຕໍ່ ຮຸນແຮງ ແລະມີຄົນເສຍຊີວິດ ເພີ້ມຂຶ້ນ ໃນເວເນຊູເອລາ (ສະໄລດ໌/ວີດີໂອ)


venezuela23mar14
please wait
Embed

No media source currently available

0:00 0:00:34 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້

ຈຳນວນ​ຜູ້​ເສຍ​ຊີວິດ​ໃນ​ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ໃນ
Venezuela ​ໄດ້​ເພີ່ມ​ຂຶ້ນ​ເປັນຢ່າງ​ໜ້ອຍ 30 ຄົນ​ແລ້ວ.

ພວກ​ເຄາະ​ຮ້າຍ 3 ຄົນຫລ້າສຸດ​ ເສຍ​ຊີວິດໄປໃນ​ວັນ​ເສົາ​ວານ
​ນີ້ ​ໃນ​ການ​ໂຮມ​ຊຸມນຸມ​ປະ​ທ້ວງ​ແຂ່ງ​ກັນ ຂອງ​ຝ່າຍ​ກົງກັນຂ້າມ
ໃນ​ນະຄອນຫລວງ Caracas.

ພວກ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ ​ໄດ້​ໃຊ້​ແກັສນ້ຳຕາ ຂັບ​ໄລ່​ພວກ​ຜູ້​ຊາຍ​ຈຸ​ນຶ່ງ​ທີ່​ໃສ່​ໜ້າ
ກາກ ທີ່ພະຍາຍາມຈະ​ຕັນ​ຖະໜົນ​ສາຍ​ນຶ່ງ.

ພວກ​ຄັດຄ້ານ​ລັດຖະບານ​ກຳລັງ​ກົດ​ດັນ​ໃຫ້​ປະທານາທິບໍດີ ມາ​ດູ​ໂຣ ລາ​ອອກ​ຈາກ​ຕຳ
ແໜ່​ງ ​ໂດຍ​ຈົ່ມ​ວ່າ ທ່ານ​ບໍ່​ໄດ້​ດຳ​ເນີນ​ການຢ່າງພຽງ​ພໍ ​ເພື່ອ​ແກ້​ໄຂ​ບັນຫາການ​ຂາດ​ແຄນ​ເຂົ້າ​ປາ​ອາຫານ ບັນຫາອາ​ຊະ​ຍາ​ກຳ ​ແລະ​ເງິນ​ເຟີ້​ນັ້ນ.


ປະທານາທິບໍດີ ມາ​ດູ​ໂຣ ກ່າວ​ວ່າ ທ່ານ​ຈະ​ບໍ່​ລາ​ອອກ​ຈາກ​ຕຳ​ແໜ່​ງ. ຫວ່າງ​ໄວໆ​ມາ​ນີ້ ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ໂອ້​ລົມ​ສົນທະ​ນາ​ກັນ​ກັບ​ຝ່າຍ​ຄ້ານ ​ແຕ່ກໍ​ບໍ່​ມີການສົນທະນາ
​ໃດໆ​ເກີດ​ຂຶ້ນ.

ການ​ປະ​ທ້ວງ​ຕ່າງໆ​ເຫຼົ່າ​ນີ້ ​ໄດ້​ເປັນ​ການ​ທ້າ​ທາຍ​ຢ່າງ​ໃຫຍ່​ຫຼວງ​ທີ່​ສຸດ ສຳລັບ​ປະທານາ
ທິບໍດີ ມາ​ດູ​ໂຣ ຊຶ່ງ​ດຳລົງ​ຕຳ​ແໜ່​ງມາ​ເກືອບ​ຮອດ ​ນຶ່ງ​ປີແລ້ວ​ນັ້ນ.

ວີດີໂອ: ຄວາມວຸ້ນວາຍໃນເວເນຊູເອລາ ກຳລັງຂົ່ມຂູ່ຕໍ່ ມູນເຊື້ອຂອງທ່ານ Chavez:

In Venezuela, Chavez Legacy Under Fire
please wait

No media source currently available

0:00 0:02:19 0:00

The death toll in anti-government protests in Venezuela has risen to at least 30.
The three latest victims died Saturday, as dueling rallies were held in Caracas.
Security forces used tear gas to disperse a group of masked men trying to block a road.
Government opponents are seeking Mr. Maduro's resignation , saying has not done enough to address food shortages, crime, and inflation.
President Maduro says he will not step down.
He recently called for talks with the opposition, but no discussions have taken place.
The protests have been on the biggest challenges for President Maduro,who is approaching his first anniversary in office.
XS
SM
MD
LG