ລິ້ງ ສຳຫລັບເຂົ້າຫາ

logo-print

ທຶນ​ຊ່ວຍ​ເຫລືອທີ່ເພີ້ມ​ຂຶ້ນຂອງ ສ​ຫລ ແກ່​ລາວ ຊ່ວຍ​ຮຳ​ບາດ​ແຜ​​ ຕົກ​ຄ້າງ​ຈາກ​ສົງ​ຄາມ​ຫວຽດ​ນາມ ທີ່​ຮ້າຍ​ກາດນັ້ນ


ນັກ​ວິ​ຊາ​ການ​ເກັບ​ກູ້​ລະ​ເບີດ​ເອົາ​ເຄື່ອງ​ກວດ​ຫາລູກ​ລະ​ເບີດ ບໍ່​ທັນ​ແຕກ ຫລື UXO ກວດ​ໄປ​ທົ່ວ​ທົ່ງ​ນາ​​ແຫ່ງນຶ່ງ ໃນ​ແຂວງຊຽງ​ຂວາງ​ຂອງ​ລາວ ໃນ​ເດືອນທັນ​ວາ ປີ 2014 (ພາບ​ຖ່າຍ​ໂດຍ​ທ່ານ Sean Sutton ຈາກ​ອົງ​ການ MAG)

ມັນແມ່ນ​ວັນ​ທີ 2 ມີ​ນາ ປີ 2014, ຊຶ່ງ​ເປັນ​ມື້​ທີ່​ມີແສງແດດ​ກ້າ, ທີ່ນາງບົວ​ຄຳ ຈື່​ໄດ້​ວ່າ ລູກ​ລະ​ເບີດ​ທີ່​ສະ​ຫະ​ລັດ​ຖິ້ມ​ໃສ່​ລາວ​ໃນ​ສະ​ໄໝ​ນານກວ່າ 4 ທົດ​ສະ​ວັດ​ນັ້ນ ໄດ້​ຕັດ​ຂາ​ຂວາ​ຂອງ​ນາງ​ອອກ​ເປັນ​ສອງ​ປ່ຽງ.

ນາງ ແລະ​ລູກ​ຊາຍ​ສອງ​ຄົນ​ກຳ​ລັງ​ພາ​ກັນຂວັດ​ເຂ່ຍຂີ້​ດິນຢູ່​ທົ່ງ​ນາ​ໃກ້​ບ້ານ​ຂອງ​ເຂົາ​ເຈົ້າຢູ່​ແຂວງ​ຊຽງ​ຂວາງ ໃນ​ພາກ​ເໜືອ​ຂອງ​ລາວ ເພື່ອ​ຊອກ​ຫາລະ​ເບີດ​ລູກ ຫວ່ານ ທີ່​ສະ​ຫະ​ລັດ​ໄດ້ຖິ້ມ​ລົງ​ໃສ່​ປະ​ເທດນີ້ ຢູ່ໃນ​ສະ​ໄໝສົງ​ຄາມ​ຫວຽດ​ນາມ. ພວກ​ເຂົາ​ເຈົ້າ​ຫວັງ​ວ່າຈະ​ໄດ້​ເຫັນໂລ​ຫະ​ທີ່​ມີ​ຄ່າ ແລະ​ຂາຍໃຫ້​ຜູ້​ຊາຍ​ຫວຽດ​ນາມ 2 ຄົນ ທີ່​ໄປ​ນຳ​ພວກ​ເຂົາ​ເຈົ້າ​ນັ້ນ.

ນາງ​ເລົ່າ​ສູ່​ວີ​ໂອ​ເອ​ຟັງ​ວ່າ “ຂ້ອຍ​ເຮັດ​ແນວນີ້​ມາ​ໄດ້ 10 ປີ​ແລ້ວ; ໄດ້​ຊອກ​ທ້ອນ​ເອົາໂລ​ຫະ ເພື່ອ​ຂາຍ​ໃຫ້​ຄົນ​ຫວຽດ​ນາມ,” ໃນ​ຂະ​ນະ​ທີ່​ຍົກ​ມືທີ່ກຳ​ກ່ຳ​ປັ້ນ​ແບບ​ຫລົມໆ​ຂຶ້ນ ເພື່ອ​ສະ​ແດງ​ໃຫ້​ເຫັນ​ຄືກັບ​ໜ່ວຍ​ລະ​ເບີດ, ທີ່​ມີ​ຂະ​ໜາດ​ເທົ່າ​ກັນ​ກັບ ໝາກ​ບານ​ເທັນ​ນິ​ສ ​ໜ່ວຍ​ນຶ່ງ.

ແຕ່​ວ່າ​ໃນ​ຂະ​ນະ​ທີ່​ເອົາລູກ​ລະ​ເບີດຕ່າງໆ ​ໃສ່​ໃນ​ຖົງ​ຢາງປ​ລ​າ​ສ​ຕິກຢູ່​ໃນ​ມື້ນັ້ນ ກໍ​ມີ​ຜູ້​ນຶ່ງ​ໃນ​ນັ້ນ ໄດ້​ຂຸດ​ໄປ​ຖືກ​ລູກ​ລະ​ເບີດອີກ​ໜ່ວຍນຶ່ງ ແລະ​ມັນ​ກໍ​ໄດ້​ແຕກ​ໃສ່​ໃກ້​ຕີນ​ຂອງ​ນາງ. ສະ​ເກັດ​ລູກ​ລະ​ເບີດ ​ທີ່​ຊອດ​ອອກ​ຈາກຂາ​ຂອງ​ນາງ, ໄດ້​ໄປ​ຖືກ​ໜ້າເອິກ​ຂອງ​ລູກ​ຊາຍ​ຄົນ​ນຶ່ງ ແລະ​ຟົ້ງ​ໃສ່​ຕາ​ຂອງ​ລູກ​ຊາຍ​ອີກ​ຄົນ​ນຶ່ງຂອງ​ລາວ ແລະ​ກໍ​ໄດ້​ເຮັດ​ໃຫ້​ຜູ້​ຊາຍ​ຊາວ​ຫວຽດ​ນາມ​ຄົນ​ນຶ່ງ​ເສຍ​ຊີ​ວິດຄາ​ທີ່.

​ນາງ​ເວົ້າ​ອີກວ່າ "ຫລັງ​ຈາກ​ລະເບີດ​ໄດ້​ແຕກ​ຂຶ້ນ ຂ້ອຍ​ເຫັນ​ວ່າ​ຂາ​ຂອງ​ຂ້ອຍ​ກ້ຳ​ນຶ່ງ​ໄດ້​ຫາຍ​ໄປ​ແລ້ວ ແລະ​ຂ້ອຍ​ໄດ້​ເອີ້ນ​ຫາ​ຜົວ​ຂອງ​ຂ້ອຍ. ສິ່ງ​ທຳ​ອິດ​ຕອນ​ຂ້ອຍ​ຮູ້​ເມື່ອ​ຂຶ້ນ​ມາ ຈື່​ໄດ້​ວ່າແມ່ນ​ຕອນ​ຂ້ອຍນອນ​ຢູ່​ໂຮງ​ໝໍ.”

ໃນ​ຕອນ​ທ່ານ​ໄປ​ຢ້ຽມ​ຢາມລາວໃນ​ປີ 2016 ນັ້ນ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ບາ​ຣັກ ໂອ​ບາ​ມາ ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະ​ເອົາ​ເງິນ​ໃຫ້​ເພີ້ມ 90 ລ້ານ​ໂດ​ລາ ​ເຂົ້າ​ໃນ​ເງິນ “ພັນ​ທະ​ທາງ​ສິນ​ລະ​ທຳ” ຂອງ​ອາມ​ເຣິ​ກາ ເພື່ອ​ຊ່ວຍ​ເຫລືອລາວກຳ​ຈັດ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກ​ ຊຶ່ງ​ມັກ​ເອີ້ນ​ກັນ​ວ່າ UXO ທີ່​ເປັນ​ລະ​ເບີດຕົກ​ຄ້າງຈາກ​ລະ​ເບີດ 2 ລ້ານ​ໂຕນ ທີ່​ສະ​ຫະ​ລັດ​ໄດ້​ຖິ້​ມລົງ​ໃສ່​ປະ​ເທດ​ນ້ອຍໆ ແຫ່ງນັ້ນ​ ແຕ່​ປີ 1964 ຫາ 1973. ເຄິ່ງ​ນຶ່ງ​ຂອງ​ເງິນ​ຈຳ​ນວນ​ນັ້ນ ແມ່ນ​ໃຊ້​ເພື່ອທຳ​ການສຳ​ຫລວດ​ຢ່າງ​ລະ​ອຽດ​ໃນ​ທົ່ວ​ປະ​ເທດ ເພື່ອ​ຊອກ​ຫາລະ​ເບີດ​ທີ່​ບໍ່​ທັນ​ແຕກ ເທົ່າ​ທີ່​ເຄີຍ​ມີ​ມາໃນ​ລາວ.

ເມື່ອມໍ່ໆ​ມານີ້ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຍືດ​ເວ​ລາ​ອອກ​ໃຫ້​ແກ່​ລາວ ຕໍ່​ເປົ້າ​ໝາຍ​ປີ 2020 ທີ່​ປະ​ເທດ​ດັ່ງ​ກ່າວ ​ໄດ້​ຕົກ​ລົງ​ຢູ່​ໃນ​ສົນ​ທິ​ສັນ​ຍາ ​ວ່າດ້ວຍ​ລະ​ເບີດລູກ​ຫວ່ານ ວ່າ​ຈະ​ກຳ​ຈັດ​ລະ​ເບີດອອກ​ໃຫ້​ໝົດ, ໂດ​ຍືດ​ອອກ​ໄປ​ຮອດ​ປີ 2025. ລັດ​ຖະ​ບານ​ລາວ​ໄດ້​ວາງ​ເປົ້າ​ໝາຍ​ຂອງ​ຕົນ​ເອງໃສ່​ປີ 2030, ແຕ່​ວ່າ ພວກ​ນັກ​ຊ່ຽວ​ຊານ​ບາງ​ຄົນ​ເວົ້າ​ວ່າ ບໍ່​ມີ​ໃຜ​ສາ​ມາດ​ເວົ້າ​ໄດ້​ວ່າວຽກ​ນີ້​ຈະ​ໃຊ້​ເວ​ລາ​ອີກ​ດົນ​ປານ​ໃດ.

"ມັນ​ເປັນ​ຄຳ​ຖາມ​ທີ່​ຄົນ​ມັກ​ຖາມ​ຫລາຍ​ທີ່​ສຸດຕໍ່​ພວກ​ເຮົາ, ທີ່​ເວົ້າ​ວ່າ​ປານ​ໃດ​ມັນ​ຈະ​ຖືກ​ກຳ​ຈັດ​ໃຫ້​ໝົດ​ໄປ, ແຕ່​ວ່າ ແນ່ນອນ ມັນ​ຄື​ກັບ​ຖາມ​ວ່າ ເຊືອກ​ເສັ້ນ​ນຶ່ງ​ມັນ ​ຍາ​ວ​ຫລາຍ​ປານ​ໃດ ແມ່ນບໍ່? ທຸກ​ສິ່ງ​ທຸກ​ຢ່າງ​ແມ່ນ​ຂຶນ​ກັບ​ການ​ມີທຶນ," ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານ​ນາງ Sarah Goring, ເຈົ້າ​ໜ້າ​ທີ່ຂອງ​ໂຄງ​ການ​ປະ​ຈຳ​ປະ​ເທດ ສຳ​ລັບ​ກຸ່ມ Mines Advisory Group ທີ່​ຕັ້ງ​ຢູ່​ອັງ​ກິດ ທີ່​ໄດ້​ດຳ​ເນີນ​ກິດ​ຈະ​ການກຳ​ຈັດ​ລະ​ເບີດ​ໃຫຍ່​ທີ່​ສຸດ​ໃນ​ລາວ ຮອງ​ຈາກ​ອົງ​ການ​ຂອງ​ລັດ​ຖະ​ບານ​ລົງ​ມາ.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດໄດ້​ເລື່ອນ​ເວ​ລາ​ຢູ່​ໃນ​ເປົ້າ​ໝາຍ​ໄປ​ຮອດ​ປີ 2025 ກໍ​ເພາະ​ວ່າ​ອົງ​ການນັ້ນ​ສາ​ມາດ​ເລື່ອນ​ເວ​ລາ​ໃຫ້​ໄດ້​ແຕ່ 5 ປີ​ເທົ່າ​ນັ້ນ, ອີງ​ຕາມ​ທ່ານ​ນາງ Goring.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG