ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

BP ເລີ້ມອັດນ້ຳມັນຮົ່ວໄຫລຄັ້ງໃໝ່


BP ເລີ້ມອັດນ້ຳມັນຮົ່ວໄຫລຄັ້ງໃໝ່
BP ເລີ້ມອັດນ້ຳມັນຮົ່ວໄຫລຄັ້ງໃໝ່

ບໍລິສັດ​ນ້ຳມັນ​ຍັກ​ໃຫຍ່ BP ກຳລັງ​ດຳ​ເນີນ​ງານ​ຢ່າງ​ຂຸ້ນຂ້ຽວ​ເພື່ອ​ວາງຝາອັດ​ໃໝ່​ໃສ່​ບໍ່​ນ້ຳມັນ​ທ່ີ​ສົ່ງ​ນ້ຳມັນ​ຮົ່ວ​ໄຫລ

ຂຶ້ນ​ມາ​ໃນ​ອ່າວ​ເມັກ​ຊິ​ໂກ​ນັ້ນ. ອຸບປະກອນເຄື່ອງ​ອັດຕະ​ໂນ​ມັດ​ໃຕ້​ທະ​ເລ​ໄດ້​ປົດ​ຝາອັດ​ບໍ່​ນ້ຳມັນ​ອັນ​ເກົ່າອອກ

ໃນ​ວັນ​ເສົາ​ວານ​ນີ້ ຊຶ່ງ​ການ​ກະທຳ​ດັ່ງກ່າວ​ນີ້​ຈະ​ເຮັດ​ໃຫ້​ນ້ຳມັນ​ຮົ່ວ​ໄຫລ​ຂຶ້ນ​ມາຢ່າງ​ຫລວງຫລາຍ ​ສູ່​ໜ້າ​ນ້ຳຈົນ​ຮອດ​ເວລາໃດ
ມີ​ການວາງຝາ​ອັດ​ໃໝ່​ນີ້​ໄດ້ຢ່າງ​ຄັກ​ແນ່. ບໍລິສັດ​ນ້ຳມັນ BP ກ່າວ​ວ່າ ມັນ​ຈະ​ໃຊ້ເວລາ​ອີກ​ຫລາຍ​ມື້
ກ່ອນ​ຈະ​ໃສ່​ຝາອັດ​ບໍ່​ນ້ຳມັນ​ໃໝ່​ນີ້​ໄດ້​ຢ່າງ​ແໜ້ນໆ​ນັ້ນ.

ຄາດ​ກັນ​ວ່າ ນ້ຳມັນ​ຈະ​ຮົ່ວ​ໄຫລ​ຂຶ້ນ​ມາ​ຢ່າງ​ເຕັມ​ອັດຕາ ຊຶ່ງ​ກະ​ປະມານ​ວ່າ ນ້ຳມັນ​ຈະ​ຮົ່ວ​ໄຫລ​ຂຶ້ນ​ມາ​ 60 ພັນ​ຖັງ​ຫລາຍ​ກວ່າ​ນັ້ນ​ໃນ​ແຕ່​ລະ​ມື້

ຈົນ​ກວ່າ​ຈະ​ມີ​ການວາງ​ຝາອັດ​ໃໝ່​ໄດ້​ຢ່າງ​ແນ່ນອນ.ຖ້າ​ການ​ກະທຳ​ດັ່ງກ່າວ​ໄດ້​ຮັບ​ຜົນສຳ​ເລັດ ​ເຈົ້າ​ໜ້າ​ທ່ີ​ຂັ້ນ​ສູງ​ສຸດ​ຂອງສະຫະລັດ

ທ່ີ​ກຳກັບ​ນຳ​ການ​ເບິ່ງ​ແຍງ​ການເຮັດ​ໃຫ້​ນຳ​ໝັນ​ຢຸດ​ຮົ່ວ​ໄຫລຂຶ້ນ​ມາ​ນີ້ ກ່າວ​ວ່າ ​ໃນ​ທີ​ສຸດ​ພວກ​ເຮົາ​ຈະ​ປະກາດ​ໄດ້​ວ່າ ນ້ຳມັນ​ຮົ່ວ​ໄຫລ

ນີ້​ໄດ້​ຖືກ​ຄວບ​ຄຸມ​ໄວ້​ໄດ້. ອະດີດ​ນາຍ​ພົນ​ເບ້ຍ​ບຳນານ Thad Allen ໜ່ວຍ​ຍາມ​ຝັ່ງ ສະຫະຣັດ ກ່າວ​ວ່າ ການ​ອັດ​ຕັນ​ບໍ່​ນ້ຳມັນ

ທ່ີ​ວ່າ​ນີ້​ຈະ​ເປັນພຽງ​ແຕ່​ການ​ແກ້​ໄຂ​ບັນຫາ​ຊົ່ວຄາວ​ຊື່ໆ ຈົນ​ກວ່າ​ບໍ່​ນ້ຳມັນ​ນັ້ນ​ຈະ​ຖືກ​ອັດ​ຕັນໄວ້​ໄດ້​ຢ່າງ​ຖາວອນ.

ຄວາມ​ຫວັງ​ສຳລັບ​ການ​ແກ້​ໄຂ​ບັນຫາ​ຢ່າງ​ຖາວອນ​ນັ້ນ​ຍັງ​ຈະ​ຂຶ້ນ​ຢູ່​ກັບການ​ເຈາະ​ບໍ່​ນ້ຳມັນ​ຂຶ້ນ​ສຳລັບ​ການ​ແກ້​ໄຂ​ບັນ​ເທົາ​ຊົ່ວຄາວ

ຊຶ່ງ​ເວລາ​ນີ້ກຳລັງ​ເຈາະ​ຢູ່ ທ່ີ​ມີ​ເປົ້າ​ໝາຍ​ເພື່ອ​ຢຸດ​ການ​ຮົ່ວ​ໄຫ​ນ້ຳມັນໄວ້​ໄດ້​ຢ່າງ​ສົມບູນ​ນັ້ນ.

XS
SM
MD
LG