ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ​ໃຫ້ກາ​ນຊ່ວຍ​ເຫຼືອ​ລາວ​ 1.7 ລ້ານໂດ​ລາ ​ເພື່ອນຳ​ໃຊ້ ​ໃນ​ການ​ພັດທະນາ ເຂື່ອນ​ໄ​ຟຟ້າ


ການຊ່ວຍເຫຼືອ ແບ່ງອອກເປັນ 3 ໂຄງການ ກໍຄື ໂຄງການ ຄວາມປອດໄພຂອງເຂື່ອນ ແລະ ການຄວບຄຸມອຸທຸກກະໄພ ໂຄງການລະບາຍຕະກອນອອກຈາກເຂື່ອນ ແລະ ໂຄງການ ສ້າງປື້ມຄູ່ມືເຕັກນິກ.
ການຊ່ວຍເຫຼືອ ແບ່ງອອກເປັນ 3 ໂຄງການ ກໍຄື ໂຄງການ ຄວາມປອດໄພຂອງເຂື່ອນ ແລະ ການຄວບຄຸມອຸທຸກກະໄພ ໂຄງການລະບາຍຕະກອນອອກຈາກເຂື່ອນ ແລະ ໂຄງການ ສ້າງປື້ມຄູ່ມືເຕັກນິກ.

ອົງການ​ພັດທະນາ​ສາກົນຂອງສະຫະລັດ ​ໃຫ້ກາ​ນຊ່ວຍ​ເຫຼືອ
ລັດຖະບານ​ລາວ​ໃນ​ມູນ​ຄ່າ 1 ລ້ານ 7 ​ແສນ​ດອນ​ລາ​ສຳ​ຫລັບ
ນຳ​ໃຊ້​ໃນ​ການ​ພັດທະນາເຂື່ອນ​ໄ​ຟຟ້າ ​ແບບ​ຍືນ​ຍົງ​ທີ່​ເປັນ​ມິດ
​ກັບ​ສິ່ງ​ແວ​ດລ້ອມ​ທຳ​ມະ​ຊາດ ​ແລະ ​ສັດ​ນ້ຳ.

ການຕົກລົງໃຫ້ການຊ່ວຍເຫຼືອ ໃນການພັດທະນາເຂື່ອນໄຟຟ້າ ແບບຍືນຍົງໃນລາວ ໃນ
ຄັ້ງນີ້ ໄດ້ມີຂຶ້ນເມື່ອບໍ່ນານມານີ້ ຢູ່ນະຄອນຫລວງວຽງຈັນ ໂດຍເປັນການລົງນາມຮ່ວມກັນ
ລະຫວ່າງ ທ່ານ Thomas A. Shannon ທີ່ປືກສາພິເສດ ຂອງລັດຖະມົນຕີວ່າການຕ່າງ
ປະເທດ ສະຫະລັດອາເມຣິກາ ກັບ ທ່ານນາງສຸນທອນ ໄຊຍະຈັກ ລັດຖະມົນຕີຊ່ວຍວ່າ
ການຕ່າງປະເທດຂອງລາວ.

ທັງນີ້ ໂດຍໄດ້ມີການແບ່ງການຊ່ວຍເຫຼືອອອກເປັນ 3 ໂຄງການ ກໍຄື ໂຄງການຄວາມ
ປອດໄພຂອງເຂື່ອນ ແລະ ການຄວບຄຸມອຸທຸກກະໄພ ທີ່ກ່ຽວກັບການບໍລິຫານຈັດການ
ແລະ ດຳເນີນການຜະລິດໄຟຟ້າຂອງເຂື່ອນ ໂຄງການລະບາຍຕະກອນອອກຈາກເຂື່ອນ
ໄຟຟ້າ ແລະ ໂຄງການສ້າງປື້ມຄູ່ມືເຕັກນິກ ກ່ຽວກັບເຂື່ອນໄຟຟ້າແບບຍືນຍົງ ທີ່ເປັນມິດ
ກັບສັດນ້ຳ.

ໂດຍການຊ່ວຍເຫຼືອດັ່ງກ່າວນີ້ ຖືວ່າເປັນສ່ວນໜຶ່ງພາຍໃຕ້ ຂໍ້ລິເລີ້ມການຮ່ວມມື ໃນແມ່
ນ້ຳຂອງຕອນລຸ່ມ ຊຶ່ງລັດຖະບານສະຫະລັດ ໄດ້ມອບໝາຍໃຫ້ອົງການພັດທະນາສາກົນ
ແຫ່ງສະຫະລັດ (USAID) ເປັນໜ່ວຍງານທີ່ຮັບຜິດຊອບການດຳເນີນງານ ທີ່ມີມູນຄ່າ
ການຊ່ວຍເຫຼືອ ລວມ 1 ລ້ານ 7 ແສນດອນລາ ດ້ວຍການນຳໃຊ້ເຕັກນິກ ທີ່ທັນສະໄໝ
ເຂົ້າໃນການພັດທະນາເຂື່ອນໄຟຟ້າໃນລາວ ທີ່ເປັນມິດກັບສິ່ງແວດລ້ອມທຳມະຊາດ
ຢ່າງແທ້ຈິງ.

ຍິ່ງໄປກວ່ານັ້ນ ທາງການສະຫະລັດ ຍັງເຊື່ອວ່າການຊ່ວຍເຫຼືອດັ່ງກ່າວນີ້ ຈະມີສ່ວນຢ່າງ
ສຳຄັນ ໃນການພັດທະນາລາວ ໃຫ້ເປັນຜູ້ສົ່ງອອກ ພະລັງໄຟຟ້າລາຍໃຫຍ່ ຫຼື ໝໍ້ໄຟຂອງ
ອາຊ່ຽນ ໂດຍສະເພາະ ແມ່ນໃນກຸ່ມອາຊ່ຽນ ທີ່ມີແຜນການຈະເຊື່ອມຕໍ່ ລະບົບໂຄງຂ່າຍ
ສາຍສົ່ງກະແສໄຟຟ້າເຂົ້າດ້ວຍກັນນັ້ນ.

ທ່ານສຸລິວົງ ດາລາວົງ ລັດຖະມົນຕີວ່າການ ກະຊວງພະລັງງານ ແລະບໍ່ແຮ່ ໄດ້ໃຫ້ການຢືນຢັນວ່າ: “ການພັດທະນາໄຟຟ້າ ຢູ່ສປປ ລາວ ສ່ວນໃຫຍ່ ແມ່ນໄຟຟ້ານ້ຳຕົກ.”
ທ່ານສຸລິວົງ ດາລາວົງ ລັດຖະມົນຕີວ່າການ ກະຊວງພະລັງງານ ແລະບໍ່ແຮ່ ໄດ້ໃຫ້ການຢືນຢັນວ່າ: “ການພັດທະນາໄຟຟ້າ ຢູ່ສປປ ລາວ ສ່ວນໃຫຍ່ ແມ່ນໄຟຟ້ານ້ຳຕົກ.”

ກ່ອນໜ້ານີ້ ດຣ. Li Yanfei ນັກວິຊາການສະຖາບັນວິໄຈ
ເສດຖະກິດ ໃນພູມິພາກເອເຊຍຕະເວັນອອກ ແລະອາຊ່ຽນ
ໄດ້ສະເໜີລາຍງານ ການສຶກສາວິໄຈ ກ່ຽວກັບຄວາມຕ້ອງການ
ພະລັງງານໃນອາຊ່ຽນວ່າ ການເຊື່ອມຕໍ່ລະບົບໂຄງຂ່າຍສາຍສົ່ງ
ກະແສໄຟຟ້າ ລະຫວ່າງປະເທດສະມາຊິກ ໃນອາຊ່ຽນເຂົ້າດ້ວຍ
ກັນ ທີ່ເອີ້ນວ່າ ASEAN Power Grid ໃຫ້ໄດ້ຢ່າງແທ້ຈິງຕາມ
ແຜນການທີ່ວາງໄວ້ພາຍໃນປີ 2018 ນັ້ນ ຈະເປັນຜົນເຮັດໃຫ້
ປະເທດສະມາຊິກໃນອາຊ່ຽນ ປະຢັດເງິນທຶນໄດ້ເຖິງ 26 ຕື້
ດອນລາ ພາຍໃນລະຍະເວລາ 10 ປີ.

ໂດຍສະເພາະແມ່ນການເຊື່ອມຕໍ່ລະບົບໂຄງຂ່າຍສາຍສົ່ງກະແສ
ໄຟຟ້າ ຈາກລາວໄປໄທ-ມາເລເຊຍແລະສິງກະໂປ ນັ້ນ ຖືເປັນລະ
ບົບໂຄງຂ່າຍ ທີ່ສາມາດ ຈະເຊື່ອມຕໍ່ລະຫວ່າງກັນໄດ້ທັນທີ ເພາະ
ວ່າ ໃນແຕ່ລະປະເທດ ມີໂຄງຂ່າຍພື້ນຖານທີ່ເຊື່ອມຕໍ່ກັນຢູ່ແລ້ວ ກໍຄືໂຄງຂ່າຍທີ່ເຊື່ອມຕໍ່
ລະຫວ່າງລາວກັບໄທ ໄທກັບມາເລເຊຍ ແລະ ມາເລເຊຍກັບສິງກະໂປ ເພາະສະນັ້ນ ຖ້າ
ເອົາທຸກໂຄງຂ່າຍ ເຊື່ອມຕໍ່ເຂົ້າກັນ ຍ່ອມຈະເຮັດໃຫ້ສາມາດສົ່ງກະແສໄຟຟ້າຈາກລາວ
ໄປສິງກະໂປໄດ້ ຕະຫລອດເວລານັ້ນເອງ.

ການສະເໜີລາຍງານການສຶກສາວິໄຈດັ່ງກ່າວນີ້ ໄດ້ມີຂຶ້ນໃນໂອກາດ ການປະຊຸມລະດັບ
ລັດຖະມົນຕີດ້ານພະລັງງານອາຊ່ຽນ ຄັ້ງທີ 32 ທີ່ລັດຖະບານລາວເປັນເຈົ້າພາບໃນວັນທີ
22-24 ກັນຍາ ທີ່ນະຄອນຫລວງວຽງຈັນ ຊຶ່ງກໍປາກົດວ່າ ທາງການສິງກະໂປ ໄດ້ສະແດງ
ເຈດຕະນາລົມ ທີ່ຈະຊື້ກະແສໄຟຟ້າຈາກລາວ ໃນຂັ້ນເບື້ອງຕົ້ນ 100 ເມັກກາວັດຕໍ່ປີ ແລະ ຈະເພີ້ມຂຶ້ນຢ່າງຕໍ່ເນື່ອງ ເມື່ອໄດ້ເຊື່ອມຕໍ່ໂຄງຂ່າຍເຂົ້າດ້ວຍກັນແລ້ວ.

ທັງນີ້ໂດຍຈາກການສຶກສາ ໃນລະຍະທີ່ຜ່ານມາພົບວ່າ ການກໍ່ສ້າງເຂື່ອນ ໃນລາວ ຢ່າງ
ເຕັມກຳລັງນັ້ນ ຈະເຮັດໃຫ້ສາມາດຜະລິດພະລັງໄຟຟ້າໄດ້ ລວມກັນລະຫວ່າງ 28,000
ເຖິງ 30,000 ເມັກກາວັດ (MW) ຊຶ່ງທາງການລາວເຊື່ອວ່າ ຈະສົ່ງຜົນດີຕໍ່ການພັດທະນາ
ທາງເສດຖະກິດ ເພື່ອຍົກລະດັບ ຄຸນນະພາບຊີວິດການເປັນຢູ່ ຂອງປະຊາຊົນລາວ ໃຫ້
ດີຂຶ້ນເທື່ອລະກ້າວ ເພາະນອກຈາກຈະມີລາຍຮັບ ຈາກການຂາຍກະແສໄຟຟ້າແລ້ວ
ການຕອບສະໜອງໄຟຟ້າ ໄປໃຫ້ປະຊາຊົນລາວໄດ້ຊົມໃຊ້ ຢ່າງກວ້າງຂວາງຫຼາຍຂຶ້ນ ນັບມື້ນັ້ນ ຍັງໄດ້ປະກອບສ່ວນ ຢ່າງສຳຄັນເຂົ້າໃນການພັດທະນາ ການຜະລິດຕ່າງໆ ໄດ້ເປັນຢ່າງດີດ້ວຍ ດັ່ງທີ່ ທ່ານສຸລິວົງ ດາລາວົງ ລັດຖະມົນຕີວ່າການ ກະຊວງພະລັງງານ ແລະບໍ່ແຮ່ ໄດ້ໃຫ້ການຢືນຢັນວ່າ:

“ການພັດທະນາໄຟຟ້າ ຢູ່ສປປ ລາວ ສ່ວນໃຫຍ່ແມ່ນໄຟຟ້ານ້ຳຕົກ ຊຶ່ງຈັດເປັນ
ພະລັງງານ ໃນກຸ່ມແຫລ່ງ ພະລັງງານທີ່ສະອາດ ເປັນພະລັງງານທີ່ທົດແທນໄດ້
ແລະ ມີຜົນກະທົບນ້ອຍ ຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ ພ້ອມກັນນັ້ນ
ຍັງໄດ້ປະກອບສ່ວນອັນໃຫຍ່ຫລວງ ຕໍ່ການພັດທະນາຊົນນະບົດ ເປັນການ
ປະກອບສ່ວນສ້າງລາຍຮັບແຫ່ງຊາດ ຈາກການຂາຍໄຟຟ້າ ແລະ ເປັນການ
ຊ່ວຍໃຫ້ຂະແໜງການອື່ນໆ ໄດ້ຮັບການພັດທະນາອີກດ້ວຍ.”

ທັງນີ້ໂດຍກະຊວງພະລັງງານ ແລະບໍ່ແຮ່ ໄດ້ວາງແຜນການ ທີ່ຈະເພີ້ມລະດັບຄວາມອາດ
ສາມາດ ໃນການຜະລິດພະລັງໄຟຟ້າ ຈາກ 3,200 MW ໃນປັດຈຸບັນ ເປັນບໍ່ນ້ອຍກວ່າ
12,500 MW ໃນປີ 2020.

XS
SM
MD
LG