ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສ​ຫລ ສະ​ໜັບ​ສະ​ໜຸນ ພວກ​ນັກ​ວິ​ທະ​ຍາ​ສາດ ໄວ​ໜຸ່ມ ຈາກ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ


ເອກ​ອັກ​ຄ​ະລັດ​ຖະ​ທູດ ສ​ຫລ ປະ​ຈຳ ສ​ປ​ປ ລາວ ທ່ານ​ນາງ​ຣິ​ນາ ບິດ​ເຕີ (ທີ 4 ຈາກ​ຊ້າຍແຖວ​ໜ້າ) ແລະ​ຄະ​ນະ ຖ່າຍ​ຮູບ​ຮ່ວມ​ກັນ ໃນ​ວັນສະເຫຼີມສະຫຼອງເປີດໂຄງ ການ ນັກວິທະຍາສາດ ໄວໜຸ່ມ ​ຂອງຂໍ້​ລິ​ເລີ່​ມ​ແມ່​ນ້ຳຂອງ​ຕອນ​ລຸ່ມ ກັບສະຫະລັດ ຫຼື Lower Mekong Initiative Young Scientists Program.
ເອກ​ອັກ​ຄ​ະລັດ​ຖະ​ທູດ ສ​ຫລ ປະ​ຈຳ ສ​ປ​ປ ລາວ ທ່ານ​ນາງ​ຣິ​ນາ ບິດ​ເຕີ (ທີ 4 ຈາກ​ຊ້າຍແຖວ​ໜ້າ) ແລະ​ຄະ​ນະ ຖ່າຍ​ຮູບ​ຮ່ວມ​ກັນ ໃນ​ວັນສະເຫຼີມສະຫຼອງເປີດໂຄງ ການ ນັກວິທະຍາສາດ ໄວໜຸ່ມ ​ຂອງຂໍ້​ລິ​ເລີ່​ມ​ແມ່​ນ້ຳຂອງ​ຕອນ​ລຸ່ມ ກັບສະຫະລັດ ຫຼື Lower Mekong Initiative Young Scientists Program.

ສະຫະລັດ ສືບຕໍ່ແບ່ງປັນຄວາມຮູ້ ແລະຮ່ວມມືກັບບັນດານັກວິທະຍາສາດໄວໜຸ່ມ
ກ່ຽວກັບບັນດາສິ່ງທ້າທາຍ ດ້ານສຸຂະພາບ ທີ່ສໍາຄັນ. ໃນວັນທີ 1 ກໍລະກົດ 2019
ຜ່ານ​ມານີ້ ເຈົ້າໜ້າທີ່ ຈາກສະຖານທູດສະຫະລັດ ກະຊວງສາທາ​ລະ​ນະສຸກ ແລະ
ມະຫາວິທະຍາໄລແຫ່ງຊາດ ໄດ້ຕ້ອນຮັບຄະນະນັກວິທະຍາສາດ 33 ທ່ານ ຈາກ
ປະເທດລາວ ກໍາປູເຈຍ ມຽນມາ ໄທ ແລະຫວຽດນາມ ເພື່ອຮ່ວມສະເຫຼີມສະຫຼອງ
ເປີດໂຄງການນັກວິທະຍາສາດໄວໜຸ່ມ ​ຂອງຂໍ້​ລິ​ເລີ່​ມ​ແມ່​ນ້ຳຂອງ​ຕອນ​ລຸ່ມ ກັບສະ
ຫະລັດ ຫຼື Lower Mekong Initiative Young Scientists Program.

ການຈັດງານຄັ້ງນີ້ ເປັນເຈົ້າພາບໂດຍ ຄະນະວິສະວະກໍາ ຂອງມະຫາວິທະຍາໄລ
ແຫ່ງຊາດ (NUOL) ເພື່ອສະເຫຼີມສະຫຼອງ ພາລະກິດພາກສະໜາມປະຈໍາປີ ຂອງ
ໂຄງການນັກວິທະຍາສາດໄວໜຸ່ມ ​ຂອງຂໍ້​ລິ​ເລີ່​ມ​ ແມ່​ນ້ຳຂອງ​ຕອນ​ລຸ່ມ ຂອງສະຫະ
ລັດທີ່ຈັດຂື້ນເປັນປີທີ 2 ເຊິ່ງແມ່ນໂຄງການລິເລີ່ມ ການພັດທະນາ ວິທະຍາສາດ
ເຕັກໂນໂລຈີ ວິສະວະກໍາແລະຄະນິດສາດ (STEM) ລະດັບພາກພື້ນ ທີ່ໄດ້ຮັບທຶນ ຈາກສະຫະລັດອາເມຣິກາ ແລະຈັດຕັ້ງປະຕິບັດ ໂດຍ ມະຫາວິທະຍາໄລລັດອາຣິ
ໂຊນາ. ໂຄງການນີ້ ແນໃສ່ສະໜັບສະໜູນແລະສົ່ງ ເສີມການຮ່ວມມືດ້ານວິທະຍາ
ສາດ ໃນເຂດລຸ່ມແມ່ນໍ້າຂອງ ແລະສົ່ງເສີມການ ແບ່ງປັນຄວາມຮູ້ກ່ຽວກັບວິທີການ
ປະຕິບັດທີ່ດີທີ່ສຸດດ້ານວິທະຍາສາດແລະເຕັກ ໂນໂລຈີ ແລະແນວຄວາມຄິດດ້ານ
ການຄົ້ນຄວ້າຕ່າງໆ.

ຕະຫຼອດເດືອນກໍລະກົດ, ຄະນະນັກວິທະຍາສາດລະດັບປະລິນຍາໂທແລະປະລິນ
ຍາເອກຈະເຮັດວຽກຢູ່ນະຄອນຫຼວງວຽງຈັນແລະສະຖານທີ່ຕ່າງໆທົ່ວປະເທດລາວ ເພື່ອຄົ້ນຄວ້າ ແລະ ພັດທະນາບັນດາວິທີການແກ້ໄຂ ທີ່ມີ ລັກສະນະນະວັດຕະກໍາ ຕໍ່ກັບພະຍາດທີ່ເກີດຈາກແມງໄມ້ເປັນພາຫະນໍາເຊື້ອ ເຊັ່ນ ໄຂ້ມາເລເຣຍ ແລະໄຂ້
ເລືອດອອກ ທີ່ຍຸງເປັນພາຫະນໍາເຊື້ອ. ຄະນະນັກວິທະຍາສາດດັ່ງກ່າວມີຄວາມຊໍາ
ນິຊໍານານ ໃນດ້ານຕ່າງໆ ນັບຕັ້ງແຕ່ດ້ານລະບາດວິທະຍາ ຈົນໄປເຖິງເຄມີວິເຄາະ ແລະວິສະວະກໍາຄອມພິວເຕີ. ໃນບັນດານັກວິທະຍາສາດ 36 ທ່ານນັ້ນ 9 ທ່ານມາ
ຈາກປະເທດລາວ.

ໃນການ​ໃຫ້​ຄວາມ​ເຫັນ ຕໍ່​ພວກນັກວິທະຍາສາດ​ນັ້ນ ເຈົ້າໜ້າທີ່ຂອງ ສປປ ລາວ
ແລະ ຄະນະຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ເອກອັກຄະລັດຖະທູດສະຫະລັດ
ທ່ານ​ນາງ ຣີນາ ບິດເຕີ ໄດ້ເນັ້ນຍໍ້າເຖິງຄວາມສໍາຄັນ ຂອງການຮ່ວມມືຫຼາຍປະ ເທດໃນການແກ້ໄຂບາງບັນຫາ ທີ່ພາກພື້ນກໍາລັງປະເຊີນ ດັ່ງນີ້ “ການປ່ຽນແປງ
ດິນຟ້າອາກາດ ພະຍາດຕິດຕໍ່ ແລະໄພພິບັດທໍາມະຊາດບໍ່ໄດ້ຈໍາແນກເຂດແດນ ລະຫວ່າງປະເທດ. ມັນເປັນສິ່ງສໍາຄັນທີ່ສຸດ ທີ່ພວກເຮົາຕ້ອງເຮັດວຽກຮ່ວມກັນ ຖ້າພວກເຮົາຈະສາມາດ​ຮັບ​ມືກັບບັນດາສິ່ງທ້າທາຍ ທີ່ມີລັກສະນະຮ່ວມກັນເຫຼົ່າ
ນີ້”.

ກະຊວງການຕ່າງປະເທດສະຫະລັດ ເລີ່ມໃຫ້ທຶນໂຄງການຂໍ້​ລິ​ເລີ່​ມ​ແມ່​ນ້ຳຂອງ​
ຕອນ​ລຸ່ມ (LMI) ໃນປີ 2009 ໂດຍມີເປົ້າໝາຍເສີມຂະຫຍາຍທັກສະ ສ້າງສາຍ
ພົວພັນ ແລະການຮ່ວມມື ລະຫວ່າງບັນດາປະເທດ ລຸ່ມແມ່ນໍ້າຂອງ ຄື ປະເທດ
ກໍາປູເຈຍ ມຽນມາ ລາວ ໄທ ແລະ ຫວຽດນາມ. ໂຄງການນັກວິທະຍາສາດໄວ
ໜຸ່ມ ແມ່ນຂໍ້ລິເລີ່ມໜຶ່ງຂອງ LMI ທີ່ສະໜັບສະໜູນບັນດານັກວິຊາການໄວໜຸ່ມ ໂດຍການສ້າງໂອກາດການເຮັດວຽກຮ່ວມກັນ ເສີມຂະຫຍາຍການຮ່ວມມືດ້ານ
ວິທະຍາສາດ ໃນເຂດລຸ່ມແມ່ນໍ້າຂອງ ແລະສົ່ງເສີມການແບ່ງປັນຄວາມຮູ້ ກ່ຽວ
ກັບວິທີການປະຕິບັດທີ່ດີທີ່ສຸດດ້ານວິທະຍາສາດ ແລະເຕັກໂນໂລຈີ ແລະແນວ
ຄວາມຄິດດ້ານການຄົ້ນຄວ້າຕ່າງໆ.

​ສ່ວນ​ນຶ່ງ​ຂອງ​ພວກ​ນັກ​ວິ​ທະ​ຍາ​ສາດ​ໄວ​ໜຸ່ມ ທີ່​ເຂົ້າ​ຮ່ວມ​
​ສ່ວນ​ນຶ່ງ​ຂອງ​ພວກ​ນັກ​ວິ​ທະ​ຍາ​ສາດ​ໄວ​ໜຸ່ມ ທີ່​ເຂົ້າ​ຮ່ວມ​

VIENTIANE, LAO PDR — The United States continues to share knowledge and collaborate with young Lao scientists on important health challenges. On July 1, 2019, officials from the U.S. Embassy, Lao Ministry of Health, and the National University of Laos welcomed a group of 33 scientists from Laos, Cambodia, Myanmar, Thailand, and Vietnam to celebrate the launch of the Lower Mekong Initiative Young Scientists Program.

Hosted by the National University of Laos’ (NUOL) Faculty of Engineering, the event commemorated the second-annual field mission of the Lower Mekong Initiative Young Scientists program, a regional STEM development initiative funded by the United States and implemented by Arizona State University. The program aims to foster and promote scientific collaboration within the Lower Mekong Delta region, and to promote knowledge sharing on science and technology best practices and research ideas.

Throughout July, the Masters- and PhD-level science practitioners will work in Vientiane and sites around Laos to research and develop innovative solutions to vector-borne diseases like mosquito-transmitted malaria and dengue. The group of scientists have expertise in fields ranging from epidemiology to analytical chemistry and computer engineering. Of the 36 scientific experts, nine are from Laos.

In her remarks to the scientists, Lao PDR officials, and NUOL faculty, U.S. Ambassador Rena Bitter stressed the importance of multinational cooperation to tackle some of the issues facing the region. “Climate change, infectious diseases and natural disasters do not recognize international borders. If we are to be able to respond to these shared challenges—which are not only regional, but also global—it is crucial for us all to work together,” said Ambassador Bitter.

The U.S. Department of State began funding the Lower Mekong Initiative (LMI) program in 2009 with the goal of strengthening the skills, relationships, and cooperation between the Lower Mekong countries—Cambodia, Myanmar, Laos, Thailand and Vietnam. The Young Scientists program is one LMI initiative that supports young professionals by creating opportunities for collaboration, fostering scientific collaboration within the Lower Mekong Delta region, and promoting knowledge sharing on science and technology best practices and research ideas.

XS
SM
MD
LG