ສະຫະລັດ ຈະລົງທຶນເຖິງ 1 ຕື້ໂດລາເພື່ອຕໍ່ສູ້ກັບການແຜ່ລະບາດຂອງໄຂ້ຫວັດນົກ, ລວມທັງຂະຫຍາຍການນຳເຂົ້າໄຂ່, ອີງຕາມການກ່າວຂອງລັດຖະມົນຕີກະຊວງກະສິກຳ ທ່ານນາງ ບຣຸກ ໂຣລລິນສ໌ ໃນວັນພຸດມື້ນີ້.
ການລະບາດຂອງໄຂ້ຫວັດນົກສາມປີໃນສັດປີຂອງ ສະຫະລັດ ໄດ້ເຮັດໃຫ້ໄກ່ຕາຍ 166 ລ້ານໂຕນັບຕັ້ງແຕ່ປີ 2022 ເປັນຕົ້ນມາ, ອີງຕາມຂໍ້ມູນຂອງກະຊວງກະສິກຳສະຫະລັດ.
ໄວຣັສດັ່ງກ່າວຍັງໄດ້ຕິດແປດຝູງສັດເກືອບ 1,000 ຝູງ ແລະ ເກືອບ 70 ຄົນ, ລວມທັງຜູ້ເສຍຊີວິດນຶ່ງຄົນ, ໃນຕົ້ນປີ 2024.
ກະຊວງກະສິກຳສະຫະລັດ ຈະໃຊ້ເງິນເຖິງ 500 ລ້ານໂດລາເພື່ອສະໜອງການ ກວດກາຄວາມປອດໄພທາງຊີວະພາບໂດຍບໍ່ເສຍຄ່າໃຊ້ຈ່າຍໃຫ້ຟາມຕ່າງໆ ແລະ 400 ລ້ານໂດລາເພື່ອຂຶ້ນອັດຕາຄ່າຈ້າງຕໍ່ຜູ້ເຮັດວຽກຢູ່ຟາມຜູ້ທີ່ຕ້ອງໄດ້ຂ້າໄກ່ຂອງເຂົາເຈົ້າຍ້ອນໄຂ້ຫວັດນົກ, ທ່ານນາງ ໂຣລລິນສ໌ ກ່າວຢູ່ກອງປະຊຸມຂອງບັນາເຈົ້າໜ້າທີ່ກະສິກຳລັດ.
ເງິນຈຳນວນນຶ່ງຈະມາຈາກການຕັດຄ່າໃຊ້ຈ່າຍຂອງກະຊວງກະສິກຳໂດຍພະແນກປະສິດທິພາບລັດຖະບານຂອງທ່ານ ອີລອນ ມັສຄ໌, ທ່ານນາງ ໂຣລລິນສ໌ ກ່າວໃນວັນພຸດວານນີ້ ຢູ່ໃນລາຍງານຄວາມຄິດບັນນາທິການຂອງວາລະສານ Wall Street.
ກະຊວງກະສິກຳແມ່ນກຳລັງຄົ້ນຄິດຢາວັກຊີນສຳລັບໄກ່ ແຕ່ບໍ່ໄດ້ອະນຸມັດການນຳໃຊ້ມັນເທື່ອ, ທ່ານນາງ ໂຣລລິນສ໌ ກ່າວ. ອຸດສາຫະກຳສັດປີກແມ່ນບໍ່ເຫັນພ້ອມກັນ ກ່ຽວກັບວ່າຈະໃຊ້ຢາວັກຊີນໄກ່ຫຼືບໍ່ ຍ້ອນຜົນກະທົບທາງດ້ານການຄ້າທີ່ອາດເປັນໄປໄດ້.
ລັດຖະບານມີແຜນທີ່ຈະຂະຫຍາຍການນຳເຂົ້າ ແລະ ຫຼຸດການສົ່ງອອກໄຂ່ເພື່ອຂະຫຍາຍການສະໜອງພາຍໃນປະເທດ ແລະ ຕໍ່ສູ້ກັບລາຄາໄຂ່ທີ່ສູງເປັນປະຫວັດການ, ທ່ານນາງ ໂຣລລິນສ໌ ກ່າວ. ປະເທດ ເທີກີ ໄດ້ກ່າວວ່າເຂົາເຈົ້າຈະສົ່ງອອກໄຂ່ 15,000 ໂຕນມາ ສະຫະລັດ ໃນເດືອນກໍລະກົດ.
ໃນເດືອນພຶດສະພາທີ່ຜ່ານມາ, ລັດຖະບານຂອງອະດີດປະທານາທິບໍດີ ໂຈ ໄບເດັນ ໄດ້ຈັດສັນເງິນຫຼາຍກວ່າ 800 ລ້ານໂດລາເພື່ອຕໍ່ສູ້ກັບໄຂ້ຫວັດນົກໃນສັດລ້ຽງ. ປະມານ 450 ລ້ານໂດລາຂອງເງິນທີ່ວ່ານັ້ນແມ່ນຍັງເຫຼືອຢູ່, ເຈົ້າໜ້າທີ່ກະຊວງກະສິກຳຄົນນຶ່ງໄດ້ກ່າວເມື່ອວັນອັງຄານທີ່ຜ່ານມາ ຢູ່ກອງປະຊຸມຂອງສະມາຄົມລັດແຫ່ງຊາດຂອງກະຊວງກະສິກຳ.
ອ່ານຂ່າວນີ້ເປັນພາສາອັງກິດ
The U.S. will invest up to $1 billion to combat the spread of bird flu, including increasing imports of eggs, agriculture secretary Brooke Rollins said on Wednesday.
A three-year bird flu outbreak in U.S. poultry has killed 166 million chickens since 2022, according to USDA data.
The virus has also infected nearly 1,000 dairy herds and almost 70 people, including one death, since early 2024.
The USDA will spend up to $500 million to provide free biosecurity audits to farms and $400 million to increase payment rates to farmers who need to kill their chickens due to bird flu, Rollins said at a conference of state agriculture officials.
Some of the money will come from cuts to USDA spending by Elon Musk's Department of Government Efficiency, Rollins said in a Wednesday Wall Street Journal op-ed.
The USDA is exploring vaccines for chickens but is not yet authorizing their use, Rollins said. The poultry industry is divided on whether to vaccinate chickens because of potential trade implications.
The administration plans to increase imports and decrease exports of eggs to boost domestic supply and combat record high egg prices, Rollins said. Turkey has said it will export 15,000 tons of eggs to the U.S. through July.
In May, the administration of former president Joe Biden allocated more than $800 million to combat bird flu in livestock. About $450 million of that money is still available, a USDA official said on Tuesday at the National Association of State Departments of Agriculture conference.
ຟໍຣັມສະແດງຄວາມຄິດເຫັນ