ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ 'ຈະບໍ່ຢຸດເຊົາ' ຈົນກວ່າຊາວອາເມຣິກັນ ທີ່ຖືກຂັງຄຸກ ໃນຣັດເຊຍ ເປັນເວລາ 5 ປີ ຈະໄດ້ກັບຄືນບ້ານ


ແຟ້ມພາບ - ທ່ານພອລ ວີແລນ, ອະດີດທະຫານມາຣີນ ສະຫະລັດ ຜູ້ທີ່ຖືກຈັບໃນຂໍ້ຫາສອດແນມ,​ ຟັງຄຳຕັດສິນ ຢູ່ໃນຫ້ອງສານ ຢູ່ສານນະຄອນຫຼວງມົສກູ,​ ວັນທີ 15 ມິຖຸນາ 2020.
ແຟ້ມພາບ - ທ່ານພອລ ວີແລນ, ອະດີດທະຫານມາຣີນ ສະຫະລັດ ຜູ້ທີ່ຖືກຈັບໃນຂໍ້ຫາສອດແນມ,​ ຟັງຄຳຕັດສິນ ຢູ່ໃນຫ້ອງສານ ຢູ່ສານນະຄອນຫຼວງມົສກູ,​ ວັນທີ 15 ມິຖຸນາ 2020.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ ແອນໂທນີ ບລິງເກັນ ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ສະ​ຫະ​ລັດ​ຈະ​ບໍ່​ຢຸດເຊົາ​ຈົນ​ກວ່າ ທ່ານ ພອລ ວີແລນ (Paul Whelan) ຄົນ​ອາ​ເມ​ຣິ​ກັນ​ ທີ່​ຖືກຂັງ​ຄຸກ​ຢູ່​ໃນຣັດ​ເຊຍ ຈະ​ກັບ​ຄືນ​ບ້ານ​ຢ່າງ​ປອດ​ໄພ.

ຄຳ​ໝັ້ນ​ສັນຍາ​ຫຼ້າ​ສຸດ​ຂອງ​ລັດຖະບານ ​ມີ​ຂຶ້ນ​ໃນ​ວັນ​ພະຫັດ​ມື້​ນີ້​ ເຊິ່ງເປັນ​ວັນ​ຄົບ ຮອບ 5 ປີ ​ນັບ​ຕັ້ງ​ແຕ່​ເຈົ້າໜ້າ​ທີ່ຣັດ​ເຊຍ ​ໄດ້​ຈັບ ທ່ານວີແລນ.

ອະດີດ​ທະຫານມາຣີນ​ສະຫະລັດທ່ານນີ້ ​ພວມ​ຮັບ​ໃຊ້ໂທດ​ເປັນ​ເວລາ 16 ປີ ​ໃນ​ຂໍ້​ຫາ​ສອດ​ແນມ ທີ່​ທ່ານ ​ແລະ​ສະຫະລັດ ກ່າວ​ວ່າ ຂາດ​ພື້ນ​ຖານ​ ທາງ​ດ້ານ​ກົດ​ໝາຍ.

ທ່ານ ບລິງເກັນ ກ່າວໃນຖະແຫຼງການໃນວັນພຸດວານນີ້ວ່າ "ເປັນເວລາດົນເກີນໄປແລ້ວ ທີ່ ທ່ານພອລ ແລະຄອບຄົວຂອງລາວ ຕ້ອງທົນທຸກທໍລະມານກັບຜົນສະທ້ອນຈາກການຕັດສິນໃຈ​ຂອງລັດຖະບານຣັດເຊຍ ທີ່ຈະກັກຂັງພົນລະເມືອງສະຫະລັດ ຢ່າງບໍ່ຖືກຕ້ອງ,"

ທ່ານ​ກ່າວ​ວ່າ “ການ​ນຳ​ໃຊ້​ຄົນ​ເປັນ​ເຄື່ອງມື​ທາງ​ການ​ເມືອງ​ແມ່ນ​ເປັນສິ່ງ​ທີ່ຍອມ​ຮັບ​ບໍ່​ໄດ້,"

ໃນການໃຫ້ສໍາພາດທີ່ເຜີຍແຜ່ໂດຍ BBC ໃນອາທິດທີ່ຜ່ານມາ, ທ່ານ ວີແລນ ກ່າວວ່າ ທ່ານຮູ້ສຶກວ່າ "ຖືກປະຖິ້ມ" ໂດຍສະຫະລັດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG