ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ຍິນດີ ກັບການຕັດສິນໃຈ ຂອງ ທ່ານກາບີລາ ທີ່ຈະ ບໍ່ລົງສະໝັກອີກ


ປະທານາທິບໍດີຄອງໂກ ທ່ານ​ໂຈ​ເຊັ​ຟ ກາ​ບີ​ລາ ທີ່ເຫັນໃນ ເດືອນກໍລະກົດ ວັນທີ 19, 2018.
ປະທານາທິບໍດີຄອງໂກ ທ່ານ​ໂຈ​ເຊັ​ຟ ກາ​ບີ​ລາ ທີ່ເຫັນໃນ ເດືອນກໍລະກົດ ວັນທີ 19, 2018.

ສະຫະລັດ​ໄດ້​ຍິນ​ດີ​ຕ້ອນຮັບ ​ການ​ຕັດສິນ​ໃຈ​ ຂອງປະທານາທິບໍດີ ​ໂຈ​ເຊັ​ຟ ກາ​ບີ​ລາ ​
ແຫ່ງສາທາລະນະລັດ ປະຊາທິປະໄຕຄອງໂກ ຫລື DRC ທີ່ຈະບໍ່ລົງສະໝັກເລືອກ
ຕັ້ງ​ໃໝ່ ໂດຍກ່າວ​ວ່າ ການເຄື່ອນໄຫວຂອງພັກລັດຖະບານທີ່ຈະແຕ່ງຕັ້ງ​ຜູ້ສະໝັກ
ຄົນໃໝ່ ນອກເໜືອໄປຈາກ​ທ່າ​ນກາ​ບີ​ລານັ້ນ “​ສະ​ແດງໃຫ້​ເຫັນ​ເຖິງ ບາດ​ກ້າວ​ທີ່​ສຳ
ຄັນໄປສູ່ປະຊາທິປະໄຕ ຂອງຄອງໂກ.”

“ພວກ​ເຮົາ​ໄດ້ຮັບກຳລັງ​ຈາກ​ຮ່ອງ​ຮອຍນີ້ ທີ່​ວ່າ ທ່ານ​ກາບີລາ ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ຍຶດ
ໝັ້ນໃນຄວາ​ມໝັ້ນ​ໝາຍ​ຂອງ​ທ່ານ​ຕໍ່​ລັດຖະທຳ​ມະນູນຄອງ​ໂກ ​ແລະ​ເງື່ອນໄຂ​ຂອງ​ຂໍ້​
ຕົກລົງ ​ເຊນ ຊິ​ລ​ແວ​ສ​ເຕີ ເມື່ອເດືອນ​ທັນວາ 2016 ທີ່ຈະ​ບໍ່​ສະ​ແຫວ​ງ ຫາ​ສະ​ໄໝ​ທີ​
ສາມ” ນັ້ນຄືຄຳເວົ້າ ຂອງໂຄສົກ​ ກະຊວງ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ​ເຮ​ເຕີ
ນາວ​ເອີ​ດທ໌ ທີ່​ໄດ້​ກ່າວ​ຢູ່​ໃນ​ຖະ​ແຫຼ​ງການ.

ທ່ານ​ນາງ​ນາວ​ເອິດທ໌ ກ່າວເພີ້​ມວ່າ “ປະຊາຊົນ​ຄອງ​ໂກ ​ຕ້ອງ​ມີ​ເສລີພາບໃນ​ການສ​ະ
​ແດງທັດສະນະຂອງ​ເຂົາ​ເຈົ້າອອກ​ມາ ​ແລະ​ເລືອກ​ເອົາ​ຈາກ​ບັນດາ​ຜູ້​ສະໝັກ ໂດຍ​ປາ​
ສະ​ຈາກຄວາມ​ຢ້ານ​ກົວ ໃນການເກີດ​ຄວາມ​ຮຸນ​ແຮງ ຂົ່ມຂູ່ ຫຼືຂູ່​ຂວັນໃດໆ. ພວກ​ເຮົາ
​ຮຽກຮ້ອງ​ໃຫ້ຄະນະ​ກຳມະການ​ເລືອກ​ຕັ້ງ​ອິດ​ສະຫລະ​ຂອງ DRC ​ແລະ​ພວກເຈົ້າ​ໜ້າ
ທີ່​ຄອງ​ໂກ ​ເອົາ​ບາດກ້າວ​ທີ່​ຈຳ​ເປັນ​ເພື່ອ​ຮັບປະ ກັນ​ການ​ເລືອກ​ຕັ້ງ​ທີ່ໜ້າ​ເຊື່ອ​ຖື​ໃນ​ວັນ
ທີ 23 ​ເດືອນ​ທັນວາ 2018 ທີ່​ຈະ​ມາ​ເຖິງ​ນີ້.

ທ່ານ​ກາ​ບີ​ລາ ກ່າວ​ວ່າ ​ທ່ານ​ຈະ​ສະໜັບສະໜູນ​ອະດີດ​ລັດຖະມົນ​ຕີ​ພາຍ​ໃນທ່ານ ເອັມ
​ມາ​ນູຍ​ແອລ ຣາມາ​ຊາ​ນີ ຊາ​ດາຣີ ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ທີ່​ຈະ​ມີ​ຂຶ້ນ.

ທ່ານ​ກາ​ບີລາຄວນລາ​ອອກ​ ໃນ​ທ້າຍ​ປີ 2016 ນີ້​ເວ​ລາສ​ະ​ໄໝການດຳລົງຕຳແໜ່ງ​ທີ​
ສອງ ຂອງ​ທ່ານໝົດ​ລົງ ​ແຕ່​ທ່ານ​ໄດ້​ລົບ​ລ້າງຂໍ້ມາດຕາ​ລັດຖະທຳ​ມະນູນແລະກຳລັງ
ອາດຕໍ່ໃນຖານະຜູ້ຮັກສາການ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG