ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ກຳລັງວາງ ມາດຕະການ ເພື່ອໃຫ້ທຶນ ໃນການຮັບມື ກັບໄວຣັດ Zika


ພວກຍຸງ aedes aegypti ໃນ Cucuta, Colombia, ກຸມພາ 11, 2016
ພວກຍຸງ aedes aegypti ໃນ Cucuta, Colombia, ກຸມພາ 11, 2016

ລັດຖະສະພາ​ສະຫະລັດ ​ໄດ້​ຈັດ​ຕຽມ​ສັບປະດາ​ນີ້ ​ໃນ​ການ​ພິຈາລະນາ​ເບິ່ງ​ຫລາຍໆ​ມາດຕະ ການ ​ເພື່ອໃຫ້​ທຶນ​ສະໜັບສະ​ໜຸນ​ການຄົ້ນຄ້ວາຢາ​ວັກ​ຊີ​ນ ຕໍ່ຕ້ານ​ເຊື້ອ​ໄວຣັດ Zika ທີ່​ຮ້າຍ​ແຮງທີ່ແຜ່​ຜາຍ​ໂດຍ​ຍຸງ ​ແລະ​ແຜນການ​ໃນ​ການ​ກຳຈັດ​ພວກ​ຍຸງ​ເຫຼົ່າ​ນີ້ ​ທີ່​ເປັນ​ຕົວ​ການແຜ່​ຂະຫຍາຍ​ໂຣກດັ່ງກ່າວ.

ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ຍັງຄຳ​ຖາມ​ຍັງ​ມີ​ຢູ່ວ່າ ຈະ​ມີ​ງົບປະມານ​ຫຼາຍ​ປານ​ໃດ​ທີ່​ທາງ​ລັດຖະສະພາ​ ຈະ​ອະນຸມັດ​ໃຫ້ ​ເພື່ອນຳ​ໃຊ້​ໃນ​ການ​ຕໍ່ຕ້ານ​ໄວຣັດນີ້ ທີ່​ມີ​ຜົນ​ກະທົບ​ຢ່າງ​ຮ້າຍ​ແຮງ​ຕໍ່​ການ​ຕັ້ງ​ຄັນ ທີ່​ພາ​ໃຫ້​ເປັນ​ໂຣ​ກຫົວ​ລີບ​ ຊຶ່ງ​ພາ​ໃຫ້​ພວກ​ເດັກ​ທາລົກ​ເກີດ​ມາ​ມີ​ຫົວ​ລີ​ບ​ແລະ​ການ​ບໍ່​ສົມ ປະກອບ​ຂອງ​ສະໝອງ ​ແລະເປັນ​ໄພ​ຕໍ່ການຈະ​ເລີ​ນ​ເຕີບ​ໂຕ.

​ເມື່ອສາມ​ເດືອນກ່ອນ​ນີ້ ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ໄດ້​ສະ​ເໜີ​ແຜນ ການ ​ງົບປະມານ 1 ພັນ 9 ຮ້ອຍ​ລ້ານ​ໂດ​ລ່າ ​ໃນ​ການ​ພັດທະນາ​ຢາ​ວັກ​ຊີ​ນ ການ​ຄວບ​ຄຸມ​ພວກ​ຍຸງ ​ແລະ​ຊ່ອຍ​ເຫຼືອ​ບັນດາ​ປະ​ເທດຕ່າງໆ ​ຕໍ່ສູ້​ກັບໄວຣັດນີ້. ​ແຕ່​ວ່າພວກຝ່າຍ​ຄ້ານຈາກ ພັກ Republican ທີ່​ຄວບ​ຄຸມລັດຖະສະພາຢູ່​ໃນ​ຂະນະ​ນີ້​ ​ໄດ້​ກ່າວ​ວ່າ ນັ້ນ​ແມ່ນງົບປະມານ ທີ່​ສູງ​ໂພດ ​ແລະໄດ້​ຄັດ​ຄ້າ​ນ​ຂໍ້​ສະ​ເໜີ​ນີ້.

ພັກ Republican ຢູ່​ໃນສະພາ​ຕ່ຳ ​ໄດ້ສະເໜີ​ງົບປະມານ 622 ລ້ານ​ໂດ​ລ່າ​ໃນ​ວັນ​ຈັນ​ວານນີ້ ເພື່ອ​ນຳ​ໃຊ້​ໃນ​ການພັດທະນາ​ຢາ​ວັກ​ຊີ​ນ ​ແລະ​ການ​ຄວບ​ຄຸມຍຸງ​ໃນ​ຕ່າງປະ​ເທດ.

ສະພາ​ສູງ​ສະຫະລັດ ​ແມ່ນ​ວາງ​ແຜນ​ທີ່​ຈະ​ລົງ​ຄະ​ແນນ​ສຽງ ​ໃນ​ວັນ​ອັງຄານ​ມື້​ນີ້ ກ່ຽວ​ກັບ​ແຜນ ການ​ຂອງ​ທ່ານ​ໂອ​ບາ​ມາ ຊຶ່ງແຜນການທາງ​ເລືອກ​ຂອງພັກ Republican ​ແມ່ນ​ມີ​ມູນ ຄ່າ 1 ພັນ 1 ຮ້ອຍ​ລ້າ​ນ​ໂດ​ລ່າ.

​ເຖິງ​ແມ່ນ​ວ່າ ມາດ​ຕະການ​ດັ່ງກ່າວຈະ​ຜ່ານ​ທັງສ​ອງສະພາ​ແລ້ວ​ກໍ​ຕາມ ລາຍ​ລະອຽດ​ຕ່າງ​ໆ​ຂອງ​ແຜນການຂັ້ນ​ສຸດ​ທ້າຍນັ້ນ ຍັງ​ບໍ່ທັນຊັດ​ເຈນ​ເທື່ອ.​
ກະລຸນາອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ

XS
SM
MD
LG