ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ພວມຫາລື ກ່ຽວກັບ ການມີໜ້າ ຢູ່ອັຟການິສຖານ ຫລັງປີ 2014


ສະຫະລັດ ຈະສົນທະນາກັນກ່ຽວກັບ ກໍາລັງທະຫານ ສະຫະລັດ ຫລັງຈາກປີ 2014
ສະຫະລັດ ຈະສົນທະນາກັນກ່ຽວກັບ ກໍາລັງທະຫານ ສະຫະລັດ ຫລັງຈາກປີ 2014
ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດສະຫະລັດ ທ່ານ Leon Panetta
ກ່າວ​ວ່າ ທໍານຽບຫ້າ​ແຈແລະ​ທໍາ​ນຽບຂາວ ພວມ​ສົນທະນາ​ກັນ
ຫາລື​ກັນ​ກ່ຽວ ກັບ​ການ​ມີໜ້າ​ຂອງທະ​ຫານ​ສະຫະລັດ ຢູ່​ໃນອັ​ຟ
ກາ​ນິສຖານ ລຸນຫຼັງທີ່​ໄດ້​ມີການ​ຖອນ​ກຳລັງ​ສູ້​ລົບອອກຈາກ​ປະ​
ເທດ​ດັ່ງກ່າວໃນ​ປີ 2014​.


ທ່ານ Panetta ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ ຢູ່​ເທິງ​ເຮືອບິນ​ກອງທັບທີ່​ເດີນ​ທາງໄປຍັງອອສ​ເຕຣ​ເລຍວ່າ ຜູ້​ບັນຊາ​ການກໍາລັງ​ປະສົມ​ NATO ທີ່​ນໍາພາ​ໂດຍສະຫະລັດ ​ໃນອັຟກາ​ນິສ
ຖານ ນາຍພົນ John Allen ​ໄດ້​ນຳສະ​ເໜີ​ແຜນ​ທີ່​ຈະ​ໃຫ້ການ​ສະໜັບສະໜຸນ​ເພື່ອຕໍ່ຕ້ານ​ການກໍ່​ການ ຮ້າຍ ​ແລະ​ການ​ຝຶກ​ອົບຮົມກໍ​າລັງ​ທະຫານອັ​ຟກາ​ນິສຖານ.

ທ່ານ Panetta ​ເວົ້າວ່າ “ນາຍ​ພົນ Allen ​ໄດ້​ເຮັດ​ວຽກ ກ່ຽວ​ກັບ​ທາງ ​ເລືອກ​ຫລາຍ​ຢ່າງ ຊຶ່ງ​ເຮົາ​ກໍາລັງ​ທໍາ​ການ​ພິຈາລະນາ ​ແລະດຳ​ເນີນ​ງານ​ຮ່ວມກັບທໍານຽບຂາວ. ​ແລະຂ້າພະ​ເຈົ້າຫວັງ​ວ່າ ພວກ​ເຮົາ​ຈະສາມາດ ດໍາເນີນ​ໃຫ້​ເປັນ​ທີ່ຮຽບຮ້ອຍ ພາຍ​ໃນສອງ​ສາມ​ອາທິດ​ຂ້າງ​ໜ້າ​ນີ້. ຂ້າ ພະ​ເຈົ້າມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ພວກ​ເຮົາ​ຈະ​ສາມາດຕົກລົງ​ກັນ​ໄດ້​ກ່ຽວ​ກັບ ຕົວ​ເລກ​ທີ່ເໝາະ​ສົມທີ່​ພວກ​ເຮົາຕ້ອງການ ​ໃຫ້ປະ​ຈໍາ​ການຢູ່​ອັຟກາ​ນິສ ຖານ ຫຼັງຈາກ​ປີ 2014​.”

ສະຫະລັດ ​ແລະອັຟກາ​ນິສຖານ ​ເຊັນຂໍ້ຕົກລົງ​ການ​ເປັນ​ພາຄີ​ຍຸດ​ທະ​ສາດ​ຮ່ວມ​ກັນ​ໃນ​ເດືອນພຶດສະພາປີ​ກາຍ ທີ່​ກ່າວ​ເຖິງຄວາມ​ສຳພັນ​ໃນ ອະນາ​ຄົນ​ ອານ​າຄົດຂອງ​ທັງ​ສອງ​ປະ​ເທດ. ມັນ​ບໍ່​ໄດ້​ກ່າວ​ເຖິງ​ຈຳນວນ ທີ່​ສະ​ເພາະ​ເຈາະ​ຈົງ​ໃນ​ການ​ມີໜ້າ​ຂອງ​ທະຫານ​ອ​າ​ເມຣິກັນ ​ແຕ່​ໃຫ້​ຄຳ ໝັ້ນສັນຍາ​ກ່ຽວ​ກັບ​ການ​ຊ່ອຍ​ເຫຼືອຂອງ​ສະຫະລັດ​ຕໍ່​ອັຟກາ​ນິສຖານ
ຢ່າງ ນ້ອຍ​ເປັນ​ເວລາ​ນຶ່ງ​ທົດ​ສະ​ວັດ ຫຼັງຈາກ​ກຳລັງ​ນາໆຊາດ​ຖອນ​ອອກ​ໄປ ຈາກ​ປະ​ເທດ​ດັ່ງກ່າວ​ແລ້ວ.
XS
SM
MD
LG