ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອພິຄາດສະຫະລັດ ແລ່ນເຂົ້າໄປໃກ້ ກັບ ໝູ່ເກາະ ທີ່ມີການຜິດຖຽງກັນ ໃນທະເລຈີນໃຕ້


ແຜນທີ່ໝູ່ເກາະ Paracel ໃນທະເລຈີນໃຕ້.
ແຜນທີ່ໝູ່ເກາະ Paracel ໃນທະເລຈີນໃຕ້.

ເຮືອ​ພິຄາດຂອງກອງທັບ​ເຮືອສະຫະລັດ ​ໄດ້​ລ່ອງລອຍຢູ່ພາຍໃນ 22 ກິ​ໂລ​ແມັດ ຫລື
12 ​ໄມລ ຈາກ​ເກາະ​ນ້ອຍໆ​ທີ່ມີ​ການ​ຜິດຖຽງກັນ​ຢູ່​ທະ​ເລ​ຈີນໃຕ້.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ກ່າວ​ວ່າ ກຳ​ປັ່ນ​ລົບ USS Stethem ​ໄດ້​ລ່ອງ​ຜ່ານ​ເກາະ
Triton ທີ່ໄດ້​ອ້າງ​ເອົາ​ໂດຍ​ຈີນ ​ໃຕ້​ຫວັນ ​ແລະ​ຫວຽດນາມ ໃນ​ວັນ​ອາທິດຜ່ານ​ມາ.

ການ​ເຝິກຊ້ອມດັ່ງກ່າວເປັນຂີດໝາຍ​ຂອງ​ການ​ປະຕິບັດ​ງານເທື່ອ​ທີ​ສອງຂອງ​ກອງທັບ​
ເຮືອ​ສະຫະລັດ ​ເພື່ອ​ສະ​ແດງ​ໃຫ້​ເຫັນເຖິງເສລີພາບໃນ​ການ​ເດີ​ນ​ເຮືອ​ຢູ່​ໃນນ່ານນໍ້າ​ທີ່​ໂຕ້
​ແຍ້​ງກັນ ນັບ​ແຕ່​ປະທານ​າທິບໍດີ ດໍ​ໂນ​ລ ທຣໍາ ​ໄດ້ຂຶ້ນ​ກຳ​ຕຳແໜ່​ງ​ໃນເດືອນ​ມັງ​ກອນເປັນ
ຕົ້ນມາ.

​ເຈົ້າໜ້າ​ທີ່​ທ່ານນຶ່ງຂອງກອງ​ທັບ ສຫຣ ກ່າວ​ຕໍ່​ວີ​ໂອ​ເ​ອວ່າ ກຳ​ປັ່ນ​ລົບສອງ​ລຳ ​ແລະ​ເຮືອ​
ກວດ​ລະ​ເບີດລຳນຶ່ງ ຂອງ​ຈີນ​ ​ໄດ້​ຕິດຕາມ​ເຮືອ​ພິຄາດ​ສະຫະລັດລຳດັ່ງກ່າວໄປ. ​

ຈີນ​ໄດ້​ກ່າວ​ຫາກ​ອງທັບ​ເຮືອ​ສະຫະລັດວ່າ ລ່ວງ​ລໍ້າເຂດນໍ້າ ​ແຕ່​ບັນດາ​ເຈົ້າ​ໜ້າ​ທີ່​ສະ
ຫະລັດ ກ່າວ​ວ່າ ​ເຮືອ​ພິຄາດ​ລຳດັ່ງກ່າວ ປະຕິບັດ​ການ​ເຝິກຊ້ອ​ມແບບ​ເປັນ​ປະຈຳ​ຢູ່​
ນ່ານນໍ້າສາກົນ.

ກອງທັບເຮືອພິຄາດ ສະຫະລັດ USS Stethem ຢູ່ນ່ານນໍ້າ ພາກຕາເວັນອອກຂອງແຫລມເກົາຫລີ.
ກອງທັບເຮືອພິຄາດ ສະຫະລັດ USS Stethem ຢູ່ນ່ານນໍ້າ ພາກຕາເວັນອອກຂອງແຫລມເກົາຫລີ.

ທ່ານ Lu Kang ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ຈີນ ກ່າວ​ຢູ່​ໃນ​ຖະ​ແຫລ​ງການຄັ້ງນຶ່ງ​ວ່າ
ການ​ເຄື່ອນ​ໄຫວ​ຂອງ​ສະຫະລັດຄັ້ງນີ້ ​ “​ເປັນ​ການ​ກໍ່​ກວນ​ທາງ​ການ​ເມືອງຮ້າຍແຮງ ​ແລະການເກາະຜິດທາງ​ທະຫານ​” ​ແລະ​ການ​ກະທຳດັ່ງກ່າວ​ ຝ່າຝືນ ‘ອະທິປະ​ໄຕ​ຂອງ​
ຈີນ ​ແລະ​ຂົ່ມຂູ່ສະຖຽນລະ​ພາບ​ຂອງຈີນ.”

ຊາ​ວສອງ​ກິ​ໂລ​ແມັດ ເປັນ​ໄລຍະທາງທີ່​ສາກົນ​ຮັບ​ຮູ້​ ​ຍື່ນ​ກາຍອອກ​ໄປຈາກຝັ່ງ​ທະ​ເລ
ຂອງ​ປະ​ເທດ​ທັງ​ໝົດ. ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ຫລ່ອງລອຍຂອງ​ກຳ​ປັ່ນ Stethem
ພາຍ​ໃນ 22 ກິ​ໂລ​ແມັດ​ຂາກ​ເກາະ Triton ຊຶ່ງເປັນ​ພາກສ່ວນ​ຂອງ​ໝູ່​ເກາະ Paracel
ໝາຍ​ເຖິງການສະແດງໃຫ້ເຫັນ​ວ່າ ສະຫະລັດ​ບໍ່​ຮັບ​ຮູ້​ການ​ອ້າງ​ເອົາກຳມະສິດເຂດນໍ້າ
ແດນດິນ​ຂອງ​ລັດຖບານ​ໃດໃນແຫ່ງດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG