ພວກນັກລົບຂອງກຸ່ມລັດອິສລາມໃນຊີເຣຍ ບໍ່ຄວນຄາດໝາຍວ່າ ຈະໄດ້ຮັບການບັນ
ເທົາໃດໆຈາກການໂຈມຕີ ທາງອາກາດຂອງ ສະຫະລັດ ແລະກຸ່ມແນວໂຮມ ໃນເວລານີ້.
ການຄ້ຳປະກັນ ຈາກທຳນຽບຫ້າແຈ ໃນວັນພະຫັດວານນີ້ ເປັນລາຍລະອຽດນຶ່ງ ທີ່ເປີດ
ເຜີຍໃຫ້ຮູ້ ໂດຍບັນດາເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ພຽງນຶ່ງ ວັນຫຼັງຈາກ ປະທາ-
ນາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ປະກາດໄຊຊະນະ ໃນການຕໍ່ສູ້ຕ້ານກຸ່ມ
ກໍ່ການຮ້າຍລັດອິສລາມ ຫຼື IS ເຊິ່ງຕົນໄດ້ປະກາດຕົນເອງວ່າ ເປັນຄາລີເຟຕ ແລະ
ປະທະນາທິບໍດີ ທຣຳ ໄດ້ປະກາດວ່າ ຈະຖອນທະຫານສະຫະລັດ ຢູ່ໃນຊີເຣຍ ກັບຄືນ
ປະເທດ.
ການຕັດສິນໃຈດັ່ງກ່າວ ໄດ້ເຮັດໃຫ້ບັນດາເຈົ້າໜ້າທີ່ ໃນກະຊວງປ້ອງກັນປະເທດ ແລະ
ບັນດານັກການທູດ ພ້ອມດ້ວຍບັນດາສະມາຊິກສະພາຫຼາຍໆທ່ານ ຕື່ນຕົກໃຈ ເຊິ່ງມັນ
ໄດ້ເຮັດໃຫ້ບັນດາພັນທະມິດຂອງສະຫະລັດທີ່ຢູ່ໃນຂົງເຂດ ເສຍຂວັນ ແລະມີຄຳຖາມ
ຫຼາຍຢ່າງວ່າ ແມ່ນຫຍັງຈະຕິດຕາມມາ.
ແຕ່ຢ່າງໜ້ອຍ ໃນເວລານີ້ ການໂຈມຕີທາງອາກາດ ຕໍ່ກຸ່ມ IS ຈະຍັງດຳເນີນ ຕໍ່ໄປເຖິງ
ແມ່ນວ່າ ຂອບເຂດ ແລະ ຄວາມຮຸນແຮງ ຂອງການໂຈມຕີທາງອາ ກາດດັ່ງກ່າວ ຍັງບໍ່
ມີຄວາມຊັດເຈນເທື່ອ.
“ຕາມໃດທີ່ມີທະຫານສະຫະລັດຢູ່ພາກພື້ນດິນ ພວກເຮົາຈະທຳການໂຈມຕີທາງ
ອາກາດ ແລະ ດ້ວຍປືນໃຫຍ່ ເພື່ອສະໜັບສະໜຸນ ກອງກຳລັງຂອງພວກເຮົາ”
ເຈົ້າໜ້າທີ່ ກະຊວງປ້ອງກັນປະເທດ ທ່ານນຶ່ງ ໄດ້ກ່າວຕໍ່ວີໂອເອ ເຊິ່ງຜູ້ກ່ຽວ ໄດ້ປະຕິ
ເສດ ທີ່ຈະໃຫ້ຄວາມກະຈ່າງແຈ້ງ ກ່ຽວກັບວ່າ ການໂຈມຕີທາງອາກາດ ໃດໆທີ່ໄດ້
ປະຕິບັດການໄປນັ້ນ ເປັນການສະໜັບສະໜຸນບັນດາພາຄີ ເຊັ່ນວ່າ ກຳລັງເພື່ອປະຊາ
ທິປະໄຕ ໃນຊີເຣຍ ຫຼື SDF ຫຼືບໍ່.
ເຈົ້າໜ້າທີ່ທ່ານນີ້ ໄດ້ກ່າວອີກວ່າ “ພວກເຮົາຈະບໍ່ໃຫ້ການຄາດຄະເນ ກ່ຽວກັບ
ປະຕິບັດການ ໃນອະນາຄົດ.”
ເມື່ອສອງສາມອາທິດຜ່ານມານີ້ ກຸ່ມແນວໂຮມ ພາຍໃຕ້ການນຳພາຂອງສະຫະລັດ ໄດ້
ເພີ້ມການໂຈມຕີທາງອາກາດຂຶ້ນເປັນ ເກືອບສາມເທົ່າ ຕໍ່ທີ່ຕັ້ງຂອງກຸ່ມລັດອິສລາມ
ແລະອ້ອມແອ້ມເມືອງຮາຈິນ ບ່ອນທີ່ພວກນັກລົບຂອງກຸ່ມລັດອິສລາມເກືອບ 2,000
ຄົນ ໄດ້ຕ້ານຢັນຢູ່ທີ່ໝັ້ນສຳຄັນແຫ່ງສຸດທ້າຍ ຂອງກຸ່ມດັ່ງກ່າວ.
ການໂຈມຕີທາງອາກາດໄດ້ອຳນວຍໃຫ້ກຳລັງປະຊາທິປະໄຕໃນຊີເຣຍຫຼື SDF ຊຶ່ງ
ເປັນກອງກຳລັງປະສົມລະຫວ່າງຊາວເຄີດ ແລະ ອາຣັບ ສາມາດບຸກເຂົ້າໄປໃນເມືອງ
ຮາຈິນ ຫຼັງຈາກໄດ້ມີການສູ້ລົບກັນເປັນເວລາຫຼາຍໆອາທິດ ໃນຂະນະທີ່ ພວກເຈົ້າໜ້າ
ທີ່ສະຫະລັດແລະຜູ້ນຳຂອງ SDF ເຕືອນວ່າ ອາດຈະໃຊ້ເວລາ ຫຼາຍໆເດືອນກ່ອນທີ່
ຂົງເຂດດັ່ງກ່າວທັງໝົດ ຈະຖືກປົດປ່ອຍຈາກການຄວບຄຸມ ຂອງກຸ່ມລັດອິສລາມ.