ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ໄບເດັນ ເຕືອນ ກ່ຽວກັບ ການດຳເນີນການ ທີ່ຮ້າຍແຮງ ຖ້າ ຣັດເຊຍ ບຸກລຸກ ຢູເຄຣນ


ທະຫານ ຢູເຄຣນ ຂົນເຄື່ອງຊ່ວຍເຫຼືອທາງທະຫານລົງຈາກເຮືອບິນ ອັນ​ເປັນສ່ວນນຶ່ງຂອງການຊ່ວຍເຫຼືອດ້ານຄວາມປອດໄພຂອງ ສະຫະລັດ ອາເມຣິກາ ຕໍ່ ຢູເຄຣນ, ສະໜາມບິນສາກົນ ໂບຣີສປິລ໌, ນອກນະຄອນຫຼວງ ກີຢິບ, ປະເທດ ຢູເຄຣນ. 25 ມັງກອນ, 2022.
ທະຫານ ຢູເຄຣນ ຂົນເຄື່ອງຊ່ວຍເຫຼືອທາງທະຫານລົງຈາກເຮືອບິນ ອັນ​ເປັນສ່ວນນຶ່ງຂອງການຊ່ວຍເຫຼືອດ້ານຄວາມປອດໄພຂອງ ສະຫະລັດ ອາເມຣິກາ ຕໍ່ ຢູເຄຣນ, ສະໜາມບິນສາກົນ ໂບຣີສປິລ໌, ນອກນະຄອນຫຼວງ ກີຢິບ, ປະເທດ ຢູເຄຣນ. 25 ມັງກອນ, 2022.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໃນວັນອັງຄານວານນີ້ໄດ້ເຕືອນ ກ່ຽວກັບ “ຜົນຕາມມາທີ່ຮ້າຍແຮງ” ແລະ “ໃຫຍ່ຫຼວງ” ສຳລັບປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ລວມທັງມາດຕະການລົງໂທດສ່ວນຕົວ ຕໍ່ທ່ານ ປູຕິນ ເອງ ຖ້າຜູ້ນຳ ຣັດເຊຍ ເຄື່ອນໄຫວກອງທະຫານ 127,000 ຄົນ ຜູ້ທີ່ຕຽມພ້ອມທີ່ຈະໂຈມຕີຢູ່ຕາມເຂດຊາຍແດນ ຢູເຄຣນ.

ທ່ານ ໄບເດັນ ໄດ້ກ່າວວ່າ “ຂ້າພະເຈົ້າໄດ້ເວົ້າຢ່າງກະຈ່າງແຈ້ງກ່ອນໜ້ານີ້ຕໍ່ປະທານາທິບໍດີ ປູຕິນ ຖ້າລາວເຄື່ອນເຂົ້າໄປໃນ ຢູເຄຣນ, ມັນຈະມີຜົນຕາມມາທີ່ຮ້າຍແຮງ, ລວມທັງມາດຕະການລົງ ໂທດທາງເສດຖະກິດທີ່ຮຸນແຮງ ເຊັ່ນດຽວກັບຂ້າພະເຈົ້າຮູ້ສຶກຖືກບັງຄັບໃຫ້ຂະຫຍາຍການມີໜ້າຂອງພວກເຮົາ, ການມີໜ້າຂອງອົງການ NATO, ຢູ່ແນວໜ້າກໍ້າຕາເວັນອອກ, ໂປແລນ, ໂຣມາເນຍ ແລະ ອື່ນໆ.” ທ່ານໄດ້ກ່າວຕື່ມວ່າ “ຖ້າທ່ານເຄື່ອນເຂົ້າໄປພ້ອມກັບກອງກຳລັງທັງ​ໝົດນັ້ນ, ມັນຈະເປັນການບຸກລຸກທີ່ໃຫຍ່ທີ່ສຸດນັບຕັ້ງແຕ່ສົງຄາມໂລກຄັ້ງທີ 2. ມັນຈະປ່ຽນແປງໂລກ.”

ທ່ານຍັງໄດ້ກ່າວຢໍ້າວ່າບໍ່ມີໃຜໃນກຳລັງທະຫານ ສະຫະລັດ 8,500 ຄົນທີ່ຖືກແຈ້ງໃຫ້ເຕືອນຄວາມພ້ອມລະດັບສູງໃນອາທິດນີ້ຈະເຄື່ອນເຂົ້າໄປໃນເຂດແດນຂອງ ຢູເຄຣນ, ແລະ ເຂົາເຈົ້າຈະຖືກສົ່ງໄປອັນ​ເປັນສ່ວນນຶ່ງຂອງການປະຕິບັດການອົງການ NATO, ບໍ່ແມ່ນການປະຕິບັດການຂອງ ສະຫະລັດ ຜູ້ດຽວ. ທ່ານບໍ່ໄດ້ເວົ້າວ່າເວລາໃດທ່ານອາດຕັດສິນໃຈທີ່ຈະສັ່ງກອງທະຫານທີ່ວ່ານັ້ນເຂົ້າໄປປະຕິບັດການ.

ທ່ານ ໄບເດັນ ໄດ້ກ່າວວ່າ ສະຫະລັດ ມີ “ພັນທະທີ່ສັກສິດ” ເພື່ອມາຊ່ວຍບັນດາພັນທະມິດອົງການ NATO ທີ່ປະເຊີນກັບໄພຂົ່ມຂູ່. ຢູເຄຣນ ບໍ່ແມ່ນສະມາຊິກຂອງອົງການ NATO, ແນວໃດກໍຕາມເຂົາເຈົ້າແມ່ນຢາກຈະເປັນ. ສະນັ້ນ, ຣັດເຊຍ ທີ່ເປັນເພື່ອນບ້ານເຫັນຄວາມເປັນໄປໄດ້ໃນການເປັນສະມາ ຊິກອົງການ NATO ເປັນໄພຂົ່ມຂູ່ ແລະ ໄດ້ຮຽກຮ້ອງໃຫ້ພັນທະມິດດ້ານຄວາມປອດໄພນັ້ນ ຫ້າມ ຢູເຄຣນ ບໍ່ໃຫ້ເປັນສະມາຊິກ. ທ່ານ ປູຕິນ ໄດ້ກ່າວວ່າທ່ານບໍ່ມີເຈຕະນາທີ່ຈະຮຸກຮານ ຢູເຄຣນ ແຕ່ເຫັນການຂະຫຍາຍຕົວຂອງອົງການ NATO ໄປສູ່ກໍ້າຕາເວັນອອກ ເປັນໄພຂົ່ມຂູ່.

ທ່ານ ໄບເດັນ ໄດ້ກ່າວວ່າ “ແລະ ຂ້າພະເຈົ້າໄດ້ລົມກັບທຸກຄົນໃນພັນທະມິດ NATO ຂອງພວກເຮົາທາງອອນໄລນ໌, ແລະ ພວກເຮົາທຸກຄົນກໍເຫັນພ້ອມກັນ. ພວກເຮົາຕ້ອງເຮັດໃຫ້ຈະແຈ້ງວ່າມັນບໍ່ມີເຫດຜົນສຳລັບໃຜ, ສະມາຊິກໃດຂອງອົງການ NATO ທີ່ຈະເປັນຫ່ວງຫຼືບໍ່ວ່າພວກເຮົາອົງ ການ NATO ຈະມາເພື່ອປ້ອງກັນເຂົາເຈົ້າ.“

ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ໄດ້ໃຊ້ການກ່າວຄຳປາໄສທີ່ຖ່າຍທອດທາງໂທລະພາບໃນວັນອັງຄານວານນີ້ເພື່ອຮຽກຮ້ອງຄວາມສະຫງົບຢູ່ໃນປະເທດ.

ທ່ານ ເຊເລັນສກີ ໄດ້ກ່າວວ່າ “ມັນບໍ່ມີແກ້ວສີດອກກຸຫຼາບ,​ ບໍ່ມີພາບລວງຕາແບບເດັກນ້ອຍ, ທຸກຢ່າງແມ່ນບໍ່ງ່າຍ ແຕ່ມັນມີຄວາມຫວັງ. ປົກປ້ອງຮ່າງກາຍຂອງພວກເຈົ້າຈາກໄວຣັສ, ສະໝອງຈາກຄວາມຂີ້ຕົວະ, ຫົວໃຈຈາກຄວາມກັງວົນ.”

ທ່ານ ເຊເລັນສກີ ໄດ້ກ່າວວ່າ ແຜນການຕ່າງໆແມ່ນໄດ້ຖືກເຮັດ ສຳລັບທ່ານ ເພື່ອພົບປະກັບຜູ້ນຳ ຣັດເຊຍ, ເຢຍຣະມັນ ແລະ ຝຣັ່ງ. ບັນດາເຈົ້າໜ້າທີ່ຈາກສີ່ປະເທດດັ່ງກ່າວແມ່ນມີກຳນົດທີ່ຈະຈັດ ການເຈລະຈາໃນນະຄອນຫຼວງ ປາຣີ ວັນພຸດມື້ນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG