ສະຖານທູດສະຫະລັດ ໃນນະຄອນຫຼວງໂຄລອມໂບຂອງສຣີລັງກາ ໄດ້ແນະນຳປະຊາ
ຊົນຂອງຕົນ ໃຫ້ຫລີກເວັ້ນການໄປຍັງສະຖານທີ່ທາງສາສະໜາ ຢູ່ໃນສຣີລັງການ ໃນ
ຕະຫຼອດໄລຍະທ້າຍສັບປະດາ ຈະມາເຖິງນີ້ ໂດຍອ້າງອີງເຖິງລາຍງານຂອງສຣີລັງກາ
ທີ່ເວົ້າວ່າ ການໂຈມຕີອາດຈະເກີດຂຶ້ນຕື່ມອີກ ກໍເປັນໄດ້.
“ໃຫ້ສືບຕໍ່ລະມັດລະວັງຢູ່ສະເໝີ ແລະໃຫ້ຫລີກເວັ້ນບ່ອນທີ່ມີຝຸງຄົນໜາແໜ້ນ” ນັ້ນ
ແມ່ນຂໍ້ຄວາມທີ່ໄດ້ຂຽນລົງໃນບັນຊີທວີດເຕີ ຂອງທາງການສະຖານທູດ ໃນວັນພະຫັດ
ວານນີ້.
ການແຈ້ງເຕືອນດັ່ງກ່າວ ມີຂຶ້ນບໍ່ເທົ່າໃດວັນ ຫຼັງຈາກການໂຈມຕີທີີ່ຮ້າຍແຮງ ຕໍ່ໂບດ
ແລະໂຮງແຮມຫຼາຍແຫ່ງ ໃນບຸນອີດສ໌ເຕີ ວັນອາທິດຜ່ານມາ ເມື່ອພວກຜູ້ຮ້າຍລະເບີດ
ສະຫຼະຊີບ ໄດ້ສັງຫານຫຼາຍກວ່າ 250 ຄົນ. ໃນເບື້ອງຕົ້ນ ບັນດາເຈົ້າໜ້າທີ່ໄດ້ລະບຸ
ວ່າຈຳນວນຜູ້ເສຍຊີວິດມີຢູ່ 350 ຄົນ ແຕ່ໄດ້ດັດແກ້ຕົວເລກນັ້ນ ໃນວັນພະຫັດວານນີ້
ໂດຍກ່າວວ່າ ຊາກສົບຂອງບາງຄົນ ອາດຖືກນັບສອງເທື່ອ.
ບັນດາເຈົ້າໜ້າທີ່ສຣີລັງກາ ກ່າວວ່າ ຜູ້ຕ້ອງສົງໄສທີ່ອອກຫົວຄິດວາງແຜນການໂຈມຕີ
ຄື ທ້າວ ຊາຣານ ຮາຊີມ ນັ້ນ ກໍໄດ້ຖືກຂ້າຕາຍ ຢູ່ໃນລະຫວ່າງການໂຈມຕີຕໍ່ໂຮງແຮມ
Shangri-La.
ໜັງສືພິມ Daily Mirror ຂອງສຣີລັງກາ ລາຍງານວ່າ ເອື້ອຍຂອງທ້າວຮາຊີມ ກ່າວວ່າ
ພໍ່ແມ່ ພ້ອມດ້ວຍອ້າຍເອື້ອຍນ້ອງຂອງນາງ ໄດ້ຫາຍສາບສູນໄປ ຕັ້ງແຕ່ວັນທີ 18 ເມສາ
ຜ່ານມາ.
ປະທານາທິບໍດີ ໄມຕຣີປາລາ ສີຣິເສນາ ໄດ້ກ່າວວ່າ ຜູ້ບັນຊາການຕຳຫຼວດຂອງ
ສຣີລັງກາ ທ່ານ ປູຈິດ ຈາຢາສູນດາຣາ ໄດ້ລາອອກ ໃນວັນສຸກມື້ນີ້ ຍ້ອນຄວາມລົ້ມ
ແຫລວໃນດ້ານການຮັກສາຄວາມໄພ ທີ່ພົວພັນກັບການໂຈມຕີ ດັ່ງກ່າວ.
ໃນວັນພະຫັດວານນີ້ ລັດຖະມົນຕີປ້ອງກັນປະເທດ ທ່ານເຫມາສີຣິ ເຟີນານໂດ ກໍໄດ້ລົງ
ຈາກຕຳແໜ່ງ ທ່າມກາງເຫດການໂຈມຕີດ້ວຍລະເບີດ ແລະ ການຮຽກຮ້ອງໂດຍປະທາ
ນາທິບໍດີ ຂອງສຣີລັງກາ ໃຫ້ທ່ານລາອອກ.
ທ່ານ ສີຣິເສນາ ໄດ້ຮຽກຮ້ອງຕໍ່ທ່ານເຟີນານໂດ ແລະ ທ່ານຈາຢາສູນດາຣາ ໃຫ້ລົງຈາກ
ຕຳແໜ່ງ ຫຼັງຈາກທີ່ ທ່ານໄດ້ໃຫ້ຄຳໝັ້ນສັນຍາ ໃນການກ່າວຄຳປາໄສ ຜ່ານທາງໂທລະ
ພາບວ່າ ຈະເອົາມາດຕະການທີ່ເຂັ້ມງວດ ຕໍ່ພວກເຈົ້າໜ້າທີ່ ຜູ້ທີ່ບໍ່ໄດ້ແຈ້ງໃຫ້ທ່ານຊາບ
ກ່ຽວກັບຂໍ້ມູນລັບເຕືອນໄພຕ່າງໆ ທີ່ໄດ້ສົ່ງມາຈາກອິນເດຍ ເມື່ອບໍ່ເທົ່າໃດວັນ ກ່ອນໜ້າ
ການໂຈມຕີດ້ວຍລະເບີດ ຕໍ່ໂບດ ແລະໂຮງແຮມຫຼູຫຼາຕ່າງໆນັ້ນ.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ