ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ເຕືອນຈີນ ວ່າຄວາມເສຍຫາຍຂອງການປິດລ້ອມໄຕ້ຫວັນ ຈະ 'ສູງຫຼາຍ'


ກຳປັ່ນພິຄາດຕິດລູກສອນໄຟນຳວິຖີ USS Ralph Johnson ປະຕິບັດການຕາມປົກະຕິ ໃນຊ່ອງແຄບໄຕ້ຫວັນ ໃນວັນທີ 9 ກັນຍາ 2023 (ກອງທັບເຮືອສະຫະລັດ ຜ່ານອົງການຂ່າວເອພີ). ເຈົ້າໜ້າທີ່ສະຫະລັດ ກ່າວໃນວັນທີ 5 ຕຸລາ 2023 ວ່າ ຈີນອາດຈະບໍ່ມີຄວາມປາດຖະໜາທີ່ຈະພະຍາຍາມປິດລ້ອມໄຕ້ຫວັນ.
ກຳປັ່ນພິຄາດຕິດລູກສອນໄຟນຳວິຖີ USS Ralph Johnson ປະຕິບັດການຕາມປົກະຕິ ໃນຊ່ອງແຄບໄຕ້ຫວັນ ໃນວັນທີ 9 ກັນຍາ 2023 (ກອງທັບເຮືອສະຫະລັດ ຜ່ານອົງການຂ່າວເອພີ). ເຈົ້າໜ້າທີ່ສະຫະລັດ ກ່າວໃນວັນທີ 5 ຕຸລາ 2023 ວ່າ ຈີນອາດຈະບໍ່ມີຄວາມປາດຖະໜາທີ່ຈະພະຍາຍາມປິດລ້ອມໄຕ້ຫວັນ.

ສະຫະລັດ ກຳລັງມີຄວາມ​ສົງ​ໄສ​ຕໍ່​ຄວາມຕັ້ງ​ໃຈ​ຂອງ​ຈີນ​ທີ່​ຈະ​ເປີດ​ການ​ປິດ​ລ້ອມ​ໄຕ້​ຫວັນ ​ເຊິ່ງ​ເປັນ​ສ່ວນນຶ່ງ​ຂອງທຸກ​ຄວາມ​ພະ​ຍາ​ຍາມ​ ​ຂອງ​ປັກ​ກິ່ງ​ທີ່​ຈະ​ຍຶດ​ເອົາ​ເກາະ​ດັ່ງ​ກ່າວ.

ກອງທັບຈີນ ໄດ້ທຳການຊ້ອມລົບຫຼາຍຄັ້ງ, ຫຼ້າສຸດໃນເດືອນເມສາຜ່ານມານີ້, ເຊິ່ງສື່ມວນ​ຊົນຂອງທາງ​ການໄດ້ອະທິບາຍວ່າ ເປັນຄວາມພະຍາຍາມເພື່ອຈຳ ລອງການປິດລ້ອມທີ່ອາດຈະເປັນໄປໄດ້. ​ແຕ່​ເຈົ້າ​ໜ້າ​ລະດັບສູງທີ່​ທຳ​ນຽບຫ້າ​ແຈ ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ຄວາມ​ພະຍາຍາມ​ໃດໆກໍຕາມ​ຂອງ​ຈີນ ​ໃນ​ການ​ດຳ​ເນີນ​ການ​ປິດ​ລ້ອມ, ​ໃນຕົວ​ຈິງ​ນັ້ນ, ອາດ​ຈະສົ່ງຜົນຕອບກັບທີ່ຮ້າຍແຮງ.

"ຄວາມເສຍຫາຍສໍາລັບປັກກິ່ງເບິ່ງສູງຫຼາຍ ແລະຄວາມສ່ຽງເບິ່ງຄືວ່າສູງຫຼາຍ," ທ່ານອີລາຍ ແຣັດເນີ (Ely Ratner), ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ ຝ່າຍຄວາມໝັ້ນຄົງເຂດອິນໂດ-ປາຊີຟິກ ກ່າວຕໍ່ຜູ້ຟັງໃນວໍຊິງຕັນ.

"ຈະມີຫຍັງເກີດຂື້ນໃນນາທີທີ່ສາທາລະນະລັດ ປະຊາຊົນ ຈີນ ເລີ່ມປິດລ້ອມໄຕ້ ຫວັນ? ເສດຖະກິດໂລກຊຸດໂຕລົງ,” ທ່ານກ່າວ. "ຈະບໍ່ມີໃຜໜີພົ້ນ ຈາກຄວາມ ເຈັບປວດທາງດ້ານເສດຖະກິດທີ່ ສ​ປ​ ຈີນ ສ້າງໄວ້ໃນໂລກ."

ທ່ານແຣັດເນີ ກ່າວ​ວ່າ ຜົນ​ກະ​ທົບ​ທາງ​ດ້ານ​ເສດ​ຖະ​ກິດ​ທີ່ຮຸນ​ແຮງ​ຈາກ​ການ​ປິດ​ລ້ອມ ​ຍັງ​ອາດ​ຈະ​ເຮັດ​ໃຫ້​ປະ​ຊາ​ຄົມ​ສາ​ກົນ​ ຮ່ວມກັນຊ່ວຍ​ໄທ​ເປ ແລະ​ຕໍ່ຕ້ານ​ປັກ​ກິ່ງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG