ຮ້ານຊັບພະສິນຄ້າ ວອລມາຣຕ໌ (Walmart) ໄດ້ກ່າວໃນວັນອັງຄານວານນີ້ວ່າເຂົາເຈົ້າ
ຈະບໍ່ສືບຕໍ່ຂາຍປືນສັ້ນ ແລະ ລູກປືນຂອງປືນຍາວເລົາສັ້ນ ແລະ ຍັງໄດ້ຮຽກຮ້ອງຢ່າງ
ເປີດເຜີຍໃຫ້ພວກລູກຄ້າ ຢ່ານຳເອົາອາວຸດເຂົ້າມາໃນຮ້ານຢ່າງເປີດເຜີຍ ເຖິງແມ່ນວ່າ
ກົດໝາຍຂອງລັດຈະອະນຸຍາດກໍຕາມ.
ການປະກາດໄດ້ເກີດຂຶ້ນພຽງບໍ່ເທົ່າໃດມື້ ຫຼັງຈາກການຍິງສັງຫານໝູ່ທີ່ໄດ້ເອົາຊີວິດ
ຂອງເຈັດຄົນ ຢູ່ໃນເມືອງ ໂອເດັສຊາ ລັດ ເທັກຊັສ ແລະ ລຸນຫຼັງການຍິງກັນສອງຄັ້ງລຽນ
ຕິດໃນເດືອນແລ້ວນີ້ ນຶ່ງໃນຈຳນວນນັ້ນຢູ່ຮ້ານ ວອລມາຣຕ໌ ໃນເມືອງແອລປາໂຊ ລັດ
ເທັກຊັສ.
ບໍລິສັດ ເບັນຕັນວິລ (The Bentonville) ທີ່ເປັນບໍລິສັດຂາຍຫຍ່ອຍລຸດລາຄາ ມີຫ້ອງ
ການຕັ້ງຢູ່ລັດ ອາແຄັນຊໍ ໄດ້ກ່າວວ່າ ຈະຢຸດເຊົາຂາຍລູກປືນສັ້ນ ພ້ອມດ້ວຍລູກປືນສຳ
ລັບປືນເລົາສັ້ນ.
ຮ້ານ ວອລມາຣຕ໌ (Walmart) ໄດ້ກ່າວວ່າເຂົາເຈົ້າຈະຮຽກຮ້ອງຢ່າງເປີດເຜີຍໃຫ້ ພວກ
ລູກຄ້າຢ່ານຳເອົາອາວຸດເຂົ້າມາໃນຮ້ານຢ່າງເປີດເຜີຍ ເຖິງແມ່ນວ່າກົດໝາຍຂອງລັດອະ
ນຸຍາດຈະອະນຸຍາດໃຫ້ກໍຕາມ ແລະ ຈະເຊົາຂາຍປືນສັ້ນຢູ່ໃນລັດອາລັສກາ.
ຮ້ານ ວອລມາຣຕ໌ (Walmart) ໄດ້ເຊົາຂາຍປືນສັ້ນໃນກາງຊຸມປີ 1990 ຍົກເວັ້ນຢູ່ໃນ
ລັດອາລັສກາ.
ການເຄື່ອນໄຫວເທື່ອຫລ້າສຸດ ເປັນຂີດໝາຍການອອກຈາກທຸລະກິດຂາຍປືນນັ້ນ ແລະ
ອະນຸຍາດໃຫ້ເຂົາເຈົ້າເພັ່ງເລັງໃສ່ການຂາຍປືນຍາວເພື່ອລ່າສັດ ແລະ ລູກປືນທີ່ກ່ຽວ
ຂ້ອງເທົ່ານັ້ນ.