ອົງການຂ່າວເອພີ ໄດ້ລາຍງານ ໃນວັນພຸດວານນີ້ ວ່າ ລັດຖະບານທ່ານທຣຳ ກຳລັງ
ເຮັດໃຫ້ຄວາມປອດໄພ ຂອງພວກເດັກນ້ອຍ ທີ່ຖືກກັກຕົວໄວ້ ຢູ່ທີ່ສູນອົບພະຍົບແຫ່ງ
ນຶ່ງ ໃນລັດເທັກຊັສ ຕົກຢູ່ໃນຄວາມສ່ຽງ ຍ້ອນວ່າບໍ່ໃຫ້ອົງການສັນຕິບານກາງ FBI
ກວດເບິ່ງລາຍນິ້ວມື ຂອງພວກທີ່ໃຫ້ການເບິ່ງແຍງພວກເດັກນ້ອຍ ແລະ ມີພະນັກງານ
ດ້ານສຸຂະພາບຈິດ ໜ້ອຍເກີນໄປ.
ໂດຍຜ່ານການສືບສວນສອບສວນຂອງອົງການຂ່າວເອພີເອງ ແລະ ບົດບັນທຶກ
ສະບັບນຶ່ງ ຂອງ ກະຊວງສາທາລະນະສຸກ ແລະສະຫວັດດີການສັງຄົມ ທີ່ເອີ້ນຫຍໍ້
ວ່າ HHS ແລ້ວ ອົງການຂ່າວເອພີ ໄດ້ກວດສອບເບິ່ງ ສິ່ງທີ່ກຳລັງເກີດຂຶ້ນ ຢູ່ທີ່
ສະຖານທີ່ດັ່ງກ່າວ ຢູ່ໃນເຂດທະເລຊາຍຂອງລັດເທັກຊັສ ທີ່ຄວນຈະເປັນສະຖານທີ່
ກັກຕົວຊົ່ວຄາວ ໃນເວລາທີ່ມັນໄດ້ເປີດໃຊ້ ໃນເດືອນມິຖຸນາ ແຕ່ກໍຍັງຄົງເປີດຢູ່ ແລະ
ຂະຫຍາຍອອກໄປຕື່ມ ໂດຍມີປະຊາກອນ ທີ່ເປັນເດັກນ້ອຍ ເພີ້ມຂຶ້ນຈາກ 360 ຄົນ
ມາເປັນຫຼາຍກວ່າ 2,300 ຄົນ.
ອົງການຂ່າວ ເອພີ ກ່າວວ່າ ການສືບສວນຂອງຕົນ ໄດ້ພົບເຫັນວ່າ ການຂະຫຍາຍຕົວ
ຂອງສູນອົບພະຍົບ ໄດ້ສ້າງບັນຫາຮ້າຍແຮງຕ່າງໆ ລວມທັງຄ່າໃຊ້ຈ່າຍທີ່ສູງຂຶ້ນເລື້ອຍໆ
ກາຍເກີນຈຳນວນທີ່ລັດຖະບານ ໄດ້ເປີດເຜີຍ ແລະ ອາດຕົກເປັນຄ່າໃຊ້ຈ່າຍທີ່ມາຈາກ
ການເກັບພາສີຂອງປະຊາຊົນ ສະຫະລັດ ໃນຈຳນວນຫຼາຍ ເຖິງ 430 ລ້ານໂດລາ.
ອົງການຂ່ວເອພີ ຍັງໄດ້ອ້າງອີງເຖິງ ການຄົ້ນຄວ້າ ໃນໄລຍະຫຼາຍທົດສະວັດ ຜ່ານມາ
ທີ່ສະແດງໃຫ້ເຫັນວ່າ ການກັກຕົວພວກໜຸ່ມນ້ອຍຢູ່ໃນບໍລິເວນດຽວກັນ ຈະສົ່ງຜົນ
ກະທົບທີ່ເປັນອັນຕະລາຍ ຕໍ່ສຸຂະພາບທາງຈິດ ແລະວິຖີຊີວິດຂອງເຂົາເຈົ້າ.
ພວກເດັກນ້ອຍສ່ວນໃຫຍ່ທີ່ໄດ້ຖືກກັກຕົວໄວ້ຢູ່ໃນສູນຕ່າງໆແມ່ນຈະບໍ່ຖືກຟ້ອງທາງ
ອາຍາ ແຕ່ປະການໃດເລີຍ. ການຂ້າມເຂົ້າມາໃນ ສະຫະລັດ ຢ່າງຜິດກົດໝາຍ ຖືວ່າ
ເປັນການລະເມີດຕໍ່ກົດໝາຍແພ່ງ.
ບົດບັນທຶກ ຂອງກະຊວງ HHS ໄດ້ກ່າວວ່າ ພວກພະນັກງານດັ່ງກ່າວ ໃນຈຳນວນ
2,100 ຄົນ ບໍ່ມີຜູ້ໃດເລີຍ ໄດ້ຜ່ານການກວດສອບລາຍນິ້ວມື ໂດຍອົງ ການ FBI
ແຕ່ຫາກໄດ້ອະນຸຍາດ ໃຫ້ກວດສອບເບິ່ງໂດຍ ບໍລິສັດເອກກະຊົນ ທີ່ ສາມາດເຂົ້າເຖິງ
ຂໍ້ມູນທີ່ບໍ່ຄົບຖ້ວນປານໃດ ເທົ່າກັບອົງການ FBI. ຜົນທີ່ອອກມານັ້ນ ອົງການຂ່າວເອພີ
ໄດ້ກ່າວວ່າ ເປັນຄວາມສ່ຽງທີ່ເພີ້ມຫຼາຍຂຶ້ນ ເພາະວ່າ ພວກຄົນທີ່ກຳກັບນຳ ການດູແລ
ເບິ່ງແຍງພວກເດັກນ້ອຍ ອາດເຄີຍມີປະຫວັດ ອາຊະກຳມາແລ້ວ.
ບົດລາຍງານ ຍັງໄດ້ອ້າງອີງເຖິງ ກົດລະບຽບຂອງລັດຖະບານກາງຕ່າງໆ ທີ່ວ່າ ຄວນ
ຈະມີ ພະນັກງານດ້ານສຸຂະພາບທາງຈິດນຶ່ງຄົນ ຕໍ່ເດັກນ້ອຍທຸກໆ 12 ຄົນ ແຕ່ຢູ່ທີ່
ສະຖານທີ່ໃນລັດເທັກຊັສນັ້ນ ອັດຕາສະເລ່ຍ ທີ່ອະນຸຍາດໃຫ້ ແມ່ນ ພະນັກງານດ້ານ
ສຸຂະພາບທາງຈິດ ນຶ່ງຄົນ ຕໍ່ເດັກນ້ອຍທຸກໆ 100 ຄົນ.