ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ໂຈມ​ຕີ​ພວກ​ກະ​ບົດ​ຮູ​ຕີ ໃນ​ປະ​ເທດ ເຢ​ເມນ


ເຮືອ​ບິນລົບ​ລຳ​ນຶ່ງ​ຈາກ​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ ກອງ​ທັບ​ເຮືອ ສະ​ຫະ​ລັດ USS Dwight D. Eisenhower ໃນ​ລະ​ຫວ່າງ​ການ​ໂຈມ​ຕີ​ຕໍ່​ເປົ້າ​ໝາຍ​ພວກ​ຫົວ​ຮຸນ​ແຮງ ຮູ​ຕີ ໃນ​ປະ​ເທດ ເຢ​ເມນ, 3 ກຸມ​ພ​າ 2024. (U.S. Navy/Mass Communication Specialist 2nd Class Jorge LeBaron/Handout via Reuters)
ເຮືອ​ບິນລົບ​ລຳ​ນຶ່ງ​ຈາກ​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ ກອງ​ທັບ​ເຮືອ ສະ​ຫະ​ລັດ USS Dwight D. Eisenhower ໃນ​ລະ​ຫວ່າງ​ການ​ໂຈມ​ຕີ​ຕໍ່​ເປົ້າ​ໝາຍ​ພວກ​ຫົວ​ຮຸນ​ແຮງ ຮູ​ຕີ ໃນ​ປະ​ເທດ ເຢ​ເມນ, 3 ກຸມ​ພ​າ 2024. (U.S. Navy/Mass Communication Specialist 2nd Class Jorge LeBaron/Handout via Reuters)

ກອງ​ທັບ ສະ​ຫະ​ລັດ ກ່າ​ວ​ວ່າ​ເຂົາ​ເຈົ້າ​ໄດ້​ດຳ​ເນີນ​ການ​ໂຈມ​ຕີ “ປ້ອງ​ກັນ​ຕົນ​ເອງ” ເມື່ອ​ແລງວັນ​ອາ​ທິດ​ວານນີ້ ​ຕໍ່​ລູກ​ສອນ​ນຳ​ວິ​ຖີໃນ​ບໍ​ລິ​ເວນ​ທີ່​ຖືກ​ຄວບ​ຄຸມ​ໂດຍ​ກຸ່ມ​ຫົວ​ຮຸນ​ແຮງ ຮູ​ຕີ ໃນ​ປະ​ເທດ ເຢ​ເມນ.

ກອງ​ບັນ​ຊາ​ການ​ສູງ​ກາງ ສະ​ຫະ​ລັດ ໄດ້​ກ່າວ​ວ່າ​ການ​ໂຈມ​ຕີ​ໄດ້​ຖືກ​ລູກ​ສອນ​ໄຟ​ຕໍ່​ຕ້ານ​ກຳ​ປັ່ນ 4 ລູກ ທີ່​ພ້ອມ​ຈະ​ຍິງ​ໃສ່​ກຳ​ປັ່ນ​ຕ່າງໆ​ໃນ​ທະ​ເລ​ແດງ.

ຖະ​ແຫຼງ​ການ​ຂອງກອງ​ບັນ​ຊາ​ການ CENTCOM ໄດ້​ກ່າວ​ວ່າ ​ລູກ​ສອນ​ໄຟ​ຕ່າງໆ “ແມ່ນ​ໄພ​ຂົ່ມ​ຂູ່​ທີ່​ໃກ້​ຈະ​ເກີດ​ຂຶ້ນຕໍ່​ກຳ​ປັ່ນ​ກອງ​ທັບ ສະ​ຫະ​ລັດ ແລະ ກຳ​ປັ່ນ​ການ​ຄ້າ​ຢູ່​ໃນ​ພາກ​ພື້ນ.”

ການ​ໂຈ​ມ​ຕີ​ນັ້ນ​ ແມ່ນ​ການ​ເຄື່ອນ​ໄຫ​ວ​ຄັ້ງຫຼ້າ​ສຸດ ​ໂດຍກອງ​ທັບ ສະ​ຫະ​ລັດ ຕໍ່​ພວກ​ຫົວ​ຮຸນ​ແຮງ​ທີ່​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ ອີ​ຣ່ານ ເພື່ອ​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີຫຼາຍ​ຄັ້ງ​ຂອງ​ກຸ່ມ ຮູ​ຕີ ທີ່​ແນ​ເປົ້າ​ໃສ່​ກຳ​ປັ່ນ​ຕ່າງ​ໆ​ໃນ​ເສັ້ນ​ທາງ​ການ​ຂົນ​ສົ່ງ​ທີ່​ສຳ​ຄັນ​ຂອງ​ທະ​ເລ​ແດງ.

ໃນ​ຕອນ​ເຊົ້າ​ວັນ​ອາ​ທິດ​ວານນີ້, ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົ​ງ​ແຫ່ງ​ຊາດ​ຂອງ​ທຳ​ນຽບ​ຂາວ ທ່ານ ເຈກ ຊຸ​ລ​ລີ​ວານ ໄດ້​ກ່າວ​ຕໍ່​ລາຍ​ການ State of the Union ຂອງ​ໂທ​ລະ​ພາບ CNN ວ່າ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ “ຈະ​ເຮັດ​ສິ່ງ​ທີ່​ທ່ານ​ຄິດ​ວ່າ​ຕ້ອງ​ເຮັດ​ໃຫ້​ແລ້ວ” ຖ້າ​ມັນ​ມີ​ການ​ໂຈມ​ຕີ​ຕື່ມ​ອີກ​ຕໍ່​ກອງ​ກຳ​ລັງສະ​ຫະ​ລັດ ທີ່​ປະ​ຈຳ​ການ​ໃນ​ຕາ​ເວັນ​ອອກ​ກາງ ແລະ ກຳ​ປັ່ນ​ກອງ​ທັບ​ເຮື​ອ ອາ​ເມ​ຣິກາ ແລະ ກຳ​ປັ່ນ​ການ​ຄ້າ​ຕ່າງໆ​ໃນ​ທະ​ເລ​ດຳ.

ເຖິງ​ແມ່ນ​ແນວ​ນັ້ນ​ກໍ​ຕາມ, ທ່ານ ຊຸ​ລ​ລີ​ວານ ໄດ້​ກ່າວ​ວ່າ ສະ​ຫະ​ລັດ ຈະ “ພະ​ຍາ​ຍາມບໍ່​ໃຫ້​ສົ​ງ​ຄາມ​ໃນ​ຕາ​ເວັນ​ອອກ​ກາງ​ຂະ​ຫຍາຍ​ອອກ​ໄປ” ເຖິງ​ແມ່ນ​ວ່າກອງ​ກຳ​ລັງ ສະ​ຫະ​ລັດ ແລະ ອັງ​ກິດ ໄດ້​ເຂົ້​າ​ຮ່ວມ​ກັນ​ເພື່ອ​ໂຈມ​ຕີ​ພວກ​ຫົວ​ຮຸນ​ແຮງ​ທີ່​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ ອີ​ຣ່ານ ອີກ​ຄັ້ງ​ນຶ່ງ​ກໍ​ຕາມ.

ໃນ​ວັນ​ສຸກ​ທີ່​ຜ່ານ​ມາ, ສະ​ຫະ​ລັດ ໄດ້​ໂຈມ​ຕີຫຼາຍກວ່າ 85 ເປົ້າ​ໝາຍ​ທີ່​ເຊື່ອມ​ໂຍງ​ກັບ​ກອງ​ທັບ​ພິ​ທັກ​ປະ​ຕິ​ວັດ​ອິ​ສ​ລາມ​ຂອງ ອີ​ຣ່ານ ແລະ ກຸ່ມ​ຕົວ​ແທ​ນ​ຂອງ​ພວກ​ເຂົາ​ໃນ ອີ​ຣັກ ແລະ ຊີ​ເຣຍ ໃນ​ການ​ຕອບ​ໂຕ້​ຕໍ່​ການ​ສັງ​ຫານ​ທະ​ຫານ ສະ​ຫະ​ລັດ ສາມ​ຄົນ​ຢູ່​ຄ້າຍ​ທະ​ຫານ​ໃນ​ປະ​ເທດ ຈໍ​ແດັນ ບ່ອນ​ທີ່​ເຂົາ​ເຈົ້າ​ປະ​ຈຳ​ການ.

ອ່ານ​ຂ່າວ​ນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG