ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຜູ້ລົງຄະແນນສຽງ ໃນ ສະຫະລັດ ຄາດວ່າ ພັກຣີພັບບລີກັນ ຈະໄດ້ຊະນະ ການເລືອກຕັ້ງກາງສະໄໝ


ປະຊາຊົນລໍຖ້າໃນແຖວ ເພື່ອລົງຄະແນນສຽງ ຢູ່ສະຖານທີ່ໜ່ວຍປ່ອນບັດ ໃນວັນເລືອກຕັ້ງ, ນະຄອນ ລາສ ເວກັສ, ລັດເນວາດາ. 3 ພະຈິກ, 2020.
ປະຊາຊົນລໍຖ້າໃນແຖວ ເພື່ອລົງຄະແນນສຽງ ຢູ່ສະຖານທີ່ໜ່ວຍປ່ອນບັດ ໃນວັນເລືອກຕັ້ງ, ນະຄອນ ລາສ ເວກັສ, ລັດເນວາດາ. 3 ພະຈິກ, 2020.

ດ້ວຍອັດຕາເງິນເຟີ້ທີ່ສູງຂຶ້ນ, ໂຣກລະບາດທີ່ກຳລັງດຳເນີນຢູ່, ສົງຄາມຣັດເຊຍໃນຢູເຄຣນ ແລະ ຕອນນີ້ແມ່ນການຕັດສິນ ຂອງສານສູງສຸດ ກ່ຽວກັບ ການແທ້ງລູກໃກ້ຈະເກີດຂຶ້ນນັ້ນ, ເດີມພັນແມ່ນສູງຫຼາຍ ໃນຂະນະທີ່ປະຊາຊົນອາເມ ຣິກັນ ກະກຽມທີ່ຈະໄປສະຖານທີ່ປ່ອນບັດໃນເດືອນພະຈິກນີ້ ສຳລັບການເລືອກຕັ້ງກາງສະໄໝ.

ທ່ານ ແບຣນດອນ ເລກນຽນ (Brandon Legnion), ພະຍາບານໃນນະຄອນ ນິວ ອໍລີນສ໌, ລັດຫຼຸຍຊຽນນາ ໄດ້ກ່າວວ່າ “ຂ້າພະເຈົ້າມີໝູ່ຫຼາຍຄົນ ຜູ້ທີ່ກຳລັງດີ້ນຮົນຢູ່ດຽວນີ້. ໝູ່ຜູ້ທີ່ເກືອບວ່າ ຈະບໍ່ສາມາດຊື້ນໍ້າມັນໃສ່ລົດເພື່ອເດີນທາງໄປສະຖານທີ່ເຮັດວຽກຂອງເຂົາເຈົ້າ. ຂ້າພະເຈົ້າຄິດວ່າເຂົາເຈົ້າຫຼາຍຄົນແມ່ນຈະມີຄວາມກະຕືລືລົ້ນ ທີ່ຈະລົງຄະແນນສຽງ ແລະ ສະແດງຄວາມບໍ່ພໍໃຈ ໃນວິທີທີ່ປະເທດນີ້ຖືກຄວບຄຸມ.”

ການເລືອກຕັ້ງກາງສະໄໝ ບໍ່ພຽງແຕ່ເປັນຂີດໝາຍເຄິ່ງທາງ ລະຫວ່າງ ການເລືອກຕັ້ງປະທານາທິບໍດີປີ 2020 ແລະ 2024 ເທົ່ານັ້ນ ແຕ່ຈະກຳນົດທິດທາງດ້ານການເມືອງສຳລັບສະຫະລັດ, ດ້ວຍການພິຈາລະນາວ່າພັກເດໂມແຄຣັດ ຫຼື ຣີພັບບລີກັນ ຈະເປັນຜູ້ຄວບຄຸມສະພາຂອງລັດຕ່າງໆ, ພ້ອມກັບວ່າປະທານາທິ ບໍດີ ໄບເດັນ ຈະໄດ້ຮັບລັດຖະສະພາ ທີ່ສາມາດຕົກລົງກັນໄດ້ ເພື່ອຊ່ວຍປະຕິ ບັດວາລະແຜນການ ຂອງທ່ານຫຼືບໍ່.

ຕາມປະຫວັດສາດ, ການເລືອກຕັ້ງກາງສະໄໝ ແມ່ນບໍ່ໄດ້ປາກົດອອກມາດີສຳ ລັບພັກການເມືອງຂອງປະທານາທິບໍດີທີ່ກຳລັງດຳລົງຕຳແໜ່ງຢູ່, ໂດຍສະເພາະຄືພັກເດໂມແຄຣັດຂອງປະທານາທິບໍດີ ໂຈ ໄບເດັນ, ທີ່ປະທານາທິບໍດີແມ່ນດຳລົງຕຳແໜ່ງສະໄໝທຳອິດຂອງເຂົາເຈົ້າ.

ນັກລັດ​ຖະສາດການເມືອງ ຈາກມະຫາວິທະຍາໄລລັດຈໍເຈຍ ທ່ານ ຊາລສ໌ ບຸລລັອກ (Charles Bullock) ໄດ້ກ່າວຕໍ່ວີໂອເອວ່າ “ຄຳຖາມບໍ່ແມ່ນວ່າພັກເດໂມແຄຣັດຈະສູນເສຍບ່ອນນັ່ງໃນລະຫວ່າງກາງສະໄໝຫຼືບໍ່. ຄຳຖາມກໍແມ່ນວ່າເຂົາ ເຈົ້າຈະສູນເສຍບ່ອນນັ່ງ ຫຼາຍປານໃດ.”

ແນວໂນ້ມຂອງການເລືອກຕັ້ງກາງສະໄໝຈະສ້າງຄວາມເສຍຫາຍຕໍ່ພັກຂອງປະ ທານາທິບໍດີທີ່ຢູ່ໃນຕຳແໜ່ງ ແມ່ນເປັນທີ່ຮູ້ຈັກກັນດີໃນອາເມຣິກາ ເຊິ່ງຜູ້ລົງຄະ ແນນສຽງພັກເດໂມແຄຣັດບາງຄົນເບິ່ງຄືວ່າໄດ້ຖອນຕົວອອກຈາກສິ່ງທີ່ຄາດວ່າຈະເປັນວົງຈອນການເລືອກຕັ້ງທີ່ຫຍຸ້ງຍາກ.

ນາງຈູລີ ເບຍເຊັງ (Julie Beerschenk), ຜູ້ລົງຄະແນນສຽງພັກເດໂມແຄຣັດໃນນະຄອນຊິຄາໂກ, ລັດອີລີນອຍ ກ່າວວ່າ “ຂ້າພະເຈົ້າຄິດວ່າໂຊກບໍ່ດີປະເທດຂອງເຮົາຈະອຽງໄປຫາທາງຂວາ ຢ່າງຫຼວງຫຼາຍ. ຫຼາຍຢ່າງແມ່ນຮູ້ສຶກວ່າຈະບໍ່ ໝັ້ນຄົງຫຼາຍດ້ວຍໂຣກລະບາດ, ແລະ ເສດຖະກິດ ແລະ ທຸກສິ່ງທີ່ກ່ຽວຂ້ອງກັບຄວາມເທົ່າທຽມດ້ານເຊື້ອຊາດຜິວພັນ, ສະນັ້ນຂ້າພະເຈົ້າຄິດວ່າພັກຣີພັບບລີກັນຄົງຈະໄດ້ຮັບ​ໄຊຊະນະ. ມັນເປັນວົງຈອນທີ່ບໍ່ມີວັນສິ້ນສຸດທີ່ສາມາດ​ທຳ​ນາຍໄດ້, ຄືລູກຕຸ້ມທີ່ແກວ່ງໄປມາ ລະຫວ່າງຊ້າຍຈັດ ແລະປານກາງ, ຫາຂວາຈັດ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG