ທ່ານ ເບັນຈາມິນ ໂຮຣເບີຣ໌ ຊາວອາເມຣິກັນ ກ່າວວ່າ ລາວໄດ້ຄົ້ນພົບໃນສິ່ງທີ່ ລາວຢາກເຮັດ ນັ້ນກໍຄືຊ່ອຍກອງທັບຢູເຄຣນ. ໃນເບື້ອງຕົ້ນລາວໄດ້ຊ່ອຍໃນ ການຂົນສົ່ງເຄື່ອງຊ່ອຍເຫຼືອດ້ານມະນຸດສະທຳ. ບັດນີ້ ລາວຍັງອາສາສະໝັກຢູ່ ທີ່ໂຮງຕີເຫຼັກເພື່ອທະຫານ ທີ່ເຮັດອຸປະກອນສຳລັບຂຸມລີ້ເສິກ.
ທ່ານ ເບນຈາມິນ ໂຮຣເບີຣ໌ ອາຍຸ 33 ປີ ເປັນຊາວອາເມຣິກັນ ໄດ້ເດີນທາງ ມາ ຢູເຄຣນ ໃນລະດູຮ້ອນປີ 2023.
ທ່ານເບນຈາມິນ ໂຮຣເບີຣ໌ ອາສາສະໝັກຂອງສະຫະລັດ ຫຼື UKR ກ່າວວ່າ “ແມ່ຂອງຂ້ອຍເສຍຊີວິດແລ້ວ ສະນັ້ນ ມັນເຫຼືອພຽງແຕ່ພໍ່ຂອງຂ້ອຍ ແລະ ຂ້ອຍເທົ່ານັ້ນ. ຂ້ອຍບອກລາວວ່າ ຂ້ອຍຈະໄປ ຢູເຄຣນ ແລະລາວກໍເວົ້າວ່າ ລາວຮູ້ດີ ລາວບໍ່ສາມາດປຽນຈິດໃຈຂອງຂ້ອຍໄດ້ ຖ້າຂ້ອຍໄດ້ຕັ້ງໃຈຈະເຮັດ.....”
ທ່ານໂຮຣເບີຣ໌ ເປັນອາຈານສອນ ວັດທະນະທຳແລະປະຫວັດສາດ ຢູ່ມະຫາວິ ທະຍາໄລ ຈໍເຈຍເໜືອ ແລະໄຝ່ຝັນຢູ່ສະເໝີວ່າ ຢາກເດີນທາງໄປທ່ຽວທະວີບ ຢູໂຣບ. ດັ່ງນັ້ນ ເມື່ອສົງຄາມໄດ້ເລີ້ມຂຶ້ນ ລາວໄດ້ສົ່ງລົດຂອງລາວ ໄປປະເທດ ແບລຈຽມ ຕໍ່ມາສົ່ງໄປ ໂປແລນ ແລະໃນທີ່ສຸດໄປ ຢູເຄຣນ, ບ່ອນທີ່ລາວ ໄດ້ເລີ້ມໃຊ້ມັນເພື່ອຂົນສົ່ງເຄື່ອງຊ່ອຍເຫຼືອດ້ານມະນຸດສະທຳ ໄປຍັງຂົງເຂດ ຊາໂປຣີສເຊຍ.
ບໍ່ດົນຫຼັງຈາກທີ່ລາວເດີນທາງມາຮອດ, ທ່ານໂຮຣເບີຣ໌ ໄດ້ເຂົ້າຮ່ວມ ໂຮງຕີເຫຼັກ ອາສາສະໝັກຂອງ ທ່ານໂຣມັນ ທຣີໂນສ (Roman Trynos)
ທ່ານໂຮຣເບີຣ໌ ກ່າວວ່າ “ພວກເຮົາເຮັດເຫຼັກຂັດປະມານ 800 ອັນ, ແມ່ນແລ້ວ, ຕໍ່ມື້.”
ເຫຼັກຂັດທັງຫຼາຍນັ້ນ ເບິ່ງຄືກັບເຫຼັກຫຍິບເຈ້ຍນ້ອຍທີ່ໃຊ້ຍຶດເອກະສານທັງໝົດ ໄວ້ນຳກັນ ແຕ່ອັນນີ້ແມ່ນໃຫຍ່ຫຼາຍ ແລະໃຊ້ເພື່ອສ້າງພວກຂຸມລີ້ໄພ ແລະຂຸມຫລົບລີ້ຂອງທະຫານ.
ທ່ານ ໂຣມັນ ທຣີໂນສ ເປັນຊ່າງຕີເຫຼັກມາຕະຫຼອດຊີວິດຂອງລາວ. ເມື່ອຊາວປີ ກ່ອນ ທ່ານໄດ້ສ້າງໂຮງຕີເຫຼັກຢູ່ເດີ່ນບ້ານຂອງລາວ.
ນັບຕັ້ງແຕ່ປີ 2014 ທ່ານທຣີໂນສ ໄດ້ເຮັດເຕົາອົບນ້ອຍໃຫ້ແກ່ພວກທະຫານ ຢູເຄຣນ ແລະຫຼັງຈາກຣັດເຊຍ ໄດ້ບຸກລຸກໃນປີ 2022 ລາວກໍໄດ້ເລີ້ມເຮັດເຫຼັກ ຂັດທັງຫຼາຍ.
ທ່ານໂຣມັນ ທຣີໂນສ ກ່າວວ່າ “ມີຄຳຮ້ອງໃຫ້ເຮັດ ເຂົ້າມາຢ່າງຫຼວງຫຼາຍ, ບໍ່ພຽງແຕ່ສຳລັບພວກເຮົາເທົ່ານັນ, ຕໍ່ພວກຊ່າງຕີເຫຼັກອາສາສະໝັກ ອີກຫຼາຍໆຄົນ...ມັນຍາກທີ່ຈະຕອບສະໜອງຕາມຄຳຮຽກຮ້ອງທັງໝົດໄດ້.”
ວຽກງານຂອງທ່ານທຣີໂນສ ເປັນໄປໄດ້ກໍຍ້ອນເງິນບໍລິຈາກທັງຫຼາຍ. ທ່ານ ກ່າວວ່າ ລາວສາມາດຊື້ເຫຼັກເສັ້ນໄດ້ປະມານນຶ່ງກິໂລແມັດ ທີ່ເອີ້ນວ່າ ອາຣມາເທີ ໃນແຕ່ລະທິດ. ອັນນັ້ນສາມາດຜະລິດເຫຼັກຂັດໄດ້ພຽງພໍ ສຳລັບຂຸມຫຼົບລີ້ປະມານ 8 ຫາ 35 ຂຸມ.
ໃນໄລຍະສອງປີເຄິ່ງ ນັບຕັ້ງແຕ່ສົງຄາມເລີ້ມຕົ້ນຂຶ້ນ ໂຮງຕີເຫຼັກນ້ອຍແຫ່ງນີ້ ໄດ້ສົ່ງກອບເຫຼັກປະມານ 235,000 ກອບໄປຍັງເຂດແນວໜ້າແຫ່ງຕ່າງໆ.
ທ່ານໂຮຣເບີຣ໌ ໄດ້ຊ່ອຍຢູ່ທີ່ໂຮງຕີເຫຼັກຢ່າງໜ້ອຍສາມຄັ້ງຕໍ່ອາທິດ ແລະນຳສົ່ງ ເຄື່ອງຊ່ອຍເຫຼືອດ້ານມະນຸດສະທຳທຸກໆສອງສາມວັນ. ລາວຍັງຊ່ອຍປະກອບ ເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ແລະສອນພາສາອັງກິດໃຫ້ແກ່ພວກຄົນທ້ອງ ຖິ່ນນຳດ້ວຍ.
ແລະເມື່ອລາວຊ່ອຍຫຼາຍຊ່ຳໃດ ລາວກໍຮຽນຮູ້ຢູເຄຣນ ຫຼາຍຂຶ້ນຕື່ມ.
ທ່ານໂຮຣເບີຣ໌ ກ່າວວ່າ “ຂ້ອຍຢູ່ໃນຢູເຄຣນ ມາໄດ້ນຶ່ງປີ ແລະການເວົ້າ ຢູເຄຣນ ຂອງຂ້ອຍກໍພໍໃຊ້ໄດ້. ຂ້ອຍເຂົ້າໃຈຫຼາຍຂຶ້ນ ແລະຫຼາຍຂຶ້ນໃນແຕ່ລະມື້ ຂ້ອຍສາມາດເຮັດໃຫ້ຂ້ອຍເຂົ້າໃຈເອງໄດ້.”
ໃນເດືອນກັນຍາ ປີ 2024 ທ່ານໂຮຣເບີຣ໌ ໄດ້ກັບຄືນໄປລັດຟລໍຣິດາ ເພື່ອຢ້ຽມ ຢາມພໍ່ຂອງລາວ ແຕ່ກໍໄດ້ກັບຄືນມາ ຢູເຄຣນ ຢ່າງວ່ອງໄວ. ລາວກ່າວວ່າ ປະເທດທີ່ຖືກຖະຫຼົ່ມດ້ວຍສົງຄາມ ເປັນບ່ອນທີ່ລາວ ຮູ້ສຶກມີຄວາມສຸກໃນແຕ່ ລະມື້.
ທ່ານໂຮຣເບີຣ໌ ກ່າວວ່າ “ຂ້ອຍຄຶດວ່າ ຂ້ອຍຈະຢູ່ທີ່ນີ້ ຫຼັງຈາກສົງຄາມສິ້ນສຸດ ຍັງມີຫຼາຍສິ່ງທີ່ຈະເຮັດຢູ່ທີ່ນີ້. ແມ່ນແລ້ວ ຂ້ອຍຄຶດວ່າ ຂ້ອຍຈະຢູ່......”
American Benjamin Hoerber says he has discovered his calling helping Ukraine’s military. He initially helped transport humanitarian aid. Now he also volunteers at a forge, making supports for trenches.
33-year-old American Ben Hoerber came to
Ukraine in the summer of 2023.
(Benjamin Hoerber, US Volunteer) (UKR)
“My mom died, so it was just my dad and me. I told him I’m going to Ukraine, and he said he knew he couldn’t change my mind if I was set on it…”
Hoerber was a culture and history professor at the University of North Georgia, and always dreamed of traveling through Europe. So, when the war
started, he shipped his car to Belgium, then to Poland – and finally, to Ukraine, where he began using it to deliver humanitarian aid to the Zaporizhzhia region.
Soon after he arrived, Hoerber joined Roman Trynos’s volunteer forge.
(Benjamin Hoerber, US Volunteer) (UKR)
“We make about 800 staples, yeah – per day.”
Staples look exactly like the small ones used to hold documents together but are much bigger and used to build military trenches and dugouts.
Roman Trynos has been a blacksmith all his life. Twenty years ago, he built a forge in his yard.
Since 2014, Trynos has been making small stoves for the Ukrainian military, and after Russia’s invasion in 2022, he started making the staples.
(Roman Trynos, Volunteer Blacksmith) (UKR)
“There are so many requests coming in, not just to us, to many volunteer blacksmiths… It’s difficult to fulfill them all.”
Trynos works thanks to donations. He says he can afford to buy about a kilometer of the long thin rods of metal called armature every week. That can manufacture enough staples for between 8 and 35 dugouts.
In the two and a half years since the start of the war, this little forge has sent about 235,000 of the metal frames to the frontlines.
Hoerber helps at the forge at least three times a week and delivers
humanitarian aid on other days. He also helps assemble drones and teaches English to locals.
And the more he helps, the more Ukrainian he learns.
(Benjamin Hoerber, US Volunteer) (UKR)
“I’ve been in Ukraine for a year, and my Ukrainian isn’t too bad. I understand more and more each day, I can make myself understood.”
In February 2024, Hoerber went to Florida to visit his father, but quickly
returned to Ukraine. He says the war-torn country is where he feels happy these days.
(Benjamin Hoerber, US Volunteer) (UKR)
“I think I’ll stay even after the war is over, there will still be lots to do here. Yeah, I think I’ll stay…”
ຟໍຣັມສະແດງຄວາມຄິດເຫັນ