ລັດຖະບານຫວຽດນາມໄດ້ປະຕິເສດຕໍ່ລາຍງານສະບັບນຶ່ງ ທີ່ອອກໃນມື້ວານນີ້ ຂອງກະຊວງ
ການຕ່າງປະເທດສະຫະລັດ ທີ່ກ່າວຫາຫວຽດນາມວ່າ ບໍ່ໄດ້ໃຫ້ການອະນຸໂລມຜ່ອນຜັນຕໍ່ອິດ ສະຫຼະພາບໃນການນັບຖືສາສະໜາ.
ໃນລາຍງານປະຈຳປີ ກ່ຽວກັບອິດສະຫຼະພາບໃນການເຊື່ອຖືສາສະໜາຢູ່ໃນທົ່ວໂລກນັ້ນ ກະ ຊວງການຕ່າງປະເທດສະຫະລັດກ່າວວ່າ ຂະນະທີ່ລັດຖະທຳມະນູນຂອງຫວຽດນາມໃຫ້ການ
ປົກປ້ອງຄຸ້ມຄອງອິດສະຫຼະພາບໃນການນັບຖືສາສະໜາກໍຈິງແຕ່ລັດຖະບານໄດ້ອອກລະບຽບ
ຄວບຄຸມແລະໃນບາງກໍລະນີນັ້ນໄດ້ຈຳກັດຮັດແຄບການປະຕິບັດສາສະໜາກິດນຳດ້ວຍ.
ລາຍງານເວົ້າວ່າໂດຍທົ່ວໄປແລ້ວພວກເຈົ້າໜ້າທີ່ໄດ້ໃຫ້ການເຄົາລົບຕໍ່ອິດສະຫຼະພາບດັ່ງກ່າວ
ຂອງກຸ່ມສາສະໜາສ່ວນໃຫຍ່ທີ່ໄດ້ຈົດທະບຽນກັບທາງການ ແຕ່ກຸ່ມສາສະໜາບາງກຸ່ມທີ່ບໍ່ໄດ້
ຈົດທະບຽນແລະແມ່ນແຕ່ບາງກຸ່ມທີ່ໄດ້ຈົດທະບຽນແລ້ວນັ້ນ ກໍໄດ້ຖືກລ່ວງລະເມີດ.
ໂຄສົກກະຊວງການຕ່າງປະເທດຫວຽດນາມທ່ານ Luong Thanh Nghi ບໍ່ໄດ້ໃຫ້ຄວາມ
ສຳຄັນໃດໆກ່ຽວກັບເນື້ອໃນຢູ່ລາຍງານສະບັບດັ່ງກ່າວໃນວັນພະຫັດມື້ນີ້ແລະທ່ານເວົ້າວ່າລາຍ
ງານທີ່ວ່ານີ້ແມ່ນຊັ່ງຊາຕີລາຄາແບບອະຄະຕິອີງຕາມຂໍ້ມູນທີ່ບໍ່ພຽງພໍ.