ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໙ ກຸມພາ ໒໐໒໕

ສະຫະລັດ ແລະ ຫວຽດນາມ ເຈລະຈາ ກ່ຽວກັບ ການສະໜອງ ເຮືອບິນຂົນສົ່ງທາງທະຫານ C-130 ໃຫ້ກັບ ຮາໂນ່ຍ


ບັນດາລູກເຮືອຂອງເຮືອບິນ C-130 Hercules ຂຶ້ນເຮືອບິນຂອງພວກເຂົາ ໃນການປະຕິບັດພາລະກິດ ອິດສະຫຼະພາບທີ່ຍືນຍົງ ຢູ່ ຖານທັບອາກາດ Karshi-Khanabad, ອູຊເບກິສຖານ, ວັນທີ 19 ເມສາ 2005.
ບັນດາລູກເຮືອຂອງເຮືອບິນ C-130 Hercules ຂຶ້ນເຮືອບິນຂອງພວກເຂົາ ໃນການປະຕິບັດພາລະກິດ ອິດສະຫຼະພາບທີ່ຍືນຍົງ ຢູ່ ຖານທັບອາກາດ Karshi-Khanabad, ອູຊເບກິສຖານ, ວັນທີ 19 ເມສາ 2005.

ສະຫະລັດ ​ແລະ ຫວຽດນາມ ກຳລັງ​ປຶກສາ​ຫາລືກັນ ​ກ່ຽວ​ກັບ​ການ​ຂາຍເຮືອບິນ​ຂົນ​ສົ່ງທາງ​ທະຫານ C-130 Hercules ຂອງບໍລິສັດ ລັອກຮີດ ມາຕິນ (Lockheed Martin) ​ໃຫ້​ຮາ​ໂນ່ຍ, ອີງຕາມການກ່າວຂອງ​ສອງ​ຄົນ​ທີ່​ຄຸ້ນ​ເຄີຍ​ກັບ​ການ​ສົນທະນາ​ດັ່ງກ່າວ, ເຊິ່ງຖືເປັນ​ຂີດ​ໝາຍ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ຢ່າງ​ໃກ້ຊິດ​ຍິ່ງຂຶ້ນ ລະຫວ່າງ​ອະດີດ​ສັດຕູທັງສອງ, ອີງຕາມອົງການຂ່າວ Reuters.

ບັນດາ​ແຫຼ່ງຂ່າວ​ກ່າວ​ວ່າ ການ​ເຈ​ລະ​ຈາ​ ສາມາດ​ນຳ​ໄປ​ສູ່​ຂໍ້​ຕົກລົງດ້ານ​ການ​ສະໜອງ​ໃນ​ປີ​ນີ້, ​ໃນສິ່ງ​ທີ່​ຈະ​ເປັນ​ຕົວ​ແທນ​ຂອງ​ຂໍ້​ຕົກລົງ​ດ້ານ​ການ​ທະຫານທີ່​ໃຫຍ່​ທີ່​ສຸດ​ຂອງ​ຫວຽດນາມ ນັບ​ແຕ່​ໄດ້​ກ່າວ​ຢ່າງ​ເປີດ​ເຜີຍ​ໃນ​ທ້າຍ​ປີ 2022 ວ່າ​ຕົນ​ມີ​ຈຸດ​ປະສົງ​ທີ່ຈະ​ຜັນ​ຂະຫຍາຍ​ການ​ສະໜອງ​ດ້ານການ​ປ້ອງ​ກັນ​ປະ​ເທດ​ຂອງ​ຕົນ​ເຊິ່ງຕ້ອງເອື່ອຍອີງຣັດເຊຍ ຢ່າງຫຼວງຫຼາຍ ມາເປັນ​ເວລາ​ຫຼາຍ​ທົດ​ສະ​ວັດ.

ເຮືອບິນ C-130 ສາມາດ​ບັນທຸກ​ທະຫານ, ອຸປະກອນທາງ​ການ​ທະຫານ ​ແລະ ​ເຄື່ອງ​ໃຊ້​ອື່ນໆ, ​ແລະຈະຊ່ວຍ​ເພີ່ມຂີດ​ຄວາມ​ສາມາດ​ດ້ານ​ປ້ອງ​ກັນ​ປະ​ເທດ​ຂອງ​ຫວຽດນາມ ​ໃນຊ່ວງ​ເວລາ​ທີ່​ຄວາມ​ເຄັ່ງ​ຕຶງ​ຢູ່ບໍລິເວນເຂດ​ຊາຍ​ແດນ​ທະ​ເລ​ຈີນ​ໃຕ້​ ​ກັບ​ຈີນ ​ແລະ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ເພີ່ມ​ຂຶ້ນ.

​ແຫຼ່ງຂ່າວແຫຼ່ງນຶ່ງ ​ກ່າວ​ວ່າ ສະຫະລັດ ​ສາມາດໃຫ້ການສະໜັບສະ​ໜູນ​ທາງ​ດ້ານ​ການ​ເງິນ​ກັບ​ຮາ​ໂນ່ຍ ໂດຍ​ເປັນ​ສ່ວນນຶ່ງ​ຂອງ​ການ​ຂາຍ. ນຶ່ງໃນແຫຼ່ງຂ່າວດັ່ງກ່າວ ເຊິ່ງເປັນເຈົ້າໜ້າທີ່ສະຫະລັດຄົນນຶ່ງ ກ່າວວ່າ ການສະໜັບສະໜູນດັ່ງກ່າວ ອາດຈະມີມູນຄ່າຫຼາຍສິບລ້ານໂດລາ ເຊິ່ງກວມເອົາການບຳລຸງຮັກສາ ແລະຄ່າໃຊ້ຈ່າຍອື່ນໆ.

ແຫຼ່ງຂ່າວອີກແຫຼ່ງນຶ່ງ ເຊິ່ງເປັນຄົນຫວຽດນາມ ໄດ້ບັນຍາຍໂດຍຫຍໍ້ກ່ຽວກັບການເຈລະຈາ ວ່າ ເຮືອບິນລຸ້ນທີ່ກຳລັງມີການພິຈາລະນາແມ່ນ C-130J, ເຊິ່ງເປັນເຮືອບິນລຸ້ນໃໝ່ຫຼ້າສຸດ.

ແຫຼ່ງຂ່າວທັງສອງແຫຼ່ງ ບໍ່ໄດ້ລະບຸເຖິງຄ່າໃຊ້ຈ່າຍທັງຫມົດຂອງຂໍ້ຕົກລົງທີ່ເປັນໄປໄດ້ ແລະຈໍານວນເຮືອບິນທີ່ກໍາລັງເຈລະຈາກັນ. ທັງ​ສອງ​ໄດ້​ປະຕິ​ເສດທີ່ຈະເປີດເຜີຍ​ຊື່ ​ເນື່ອງຈາກ​ການ​ເຈລະຈາ​ບໍ່​ໄດ້​ຖືກເປີດ​ເຜີຍ​ຕໍ່​ສາທາລະນະ.

ບໍລິສັດ ລັອກຮີດ ມາຕິນ (Lockheed Martin) ໄດ້ບອກໃຫ້ສົ່ງຄຳຖາມຕ່າງໆ ໄປຫາລັດຖະບານຂອງສະຫະລັດ ຫຼືລັດຖະບານຫວຽດນາມ. ທຳນຽບຂາວ​ໄດ້​ປະຕິ​ເສດທີ່ຈະ​ໃຫ້​ຄວາມ​ເຫັນ, ​ແລະ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ບໍ່​ໄດ້​ຕອບ​ສະໜອງຕໍ່​ຄຳ​ຮ້ອງ​ຂໍ ໃຫ້ມີ​ຄຳ​ເຫັນ.

ອ່ານຂ່າວເປັນພາສາອັງກິດລຸ່ມນີ້:

HANOI/WASHINGTON, July 25 (Reuters) - The United States and Vietnam are discussing the sale of Lockheed Martin C-130 Hercules military transport planes to Hanoi, two people familiar with the discussions said, in a sign of closer security cooperation between the two former foes.

The talks could lead to a supply agreement this year, the sources said, in what would represent Vietnam's largest military deal since it said publicly at the end of 2022 that it intended to diversify its defence supplies, which have for decades relied heavily on Russian gear.

The C-130 can carry soldiers, military equipment and other supplies, and would boost Vietnamese defence capabilities at a time of rising South China Sea boundary tensions with China and other countries in the region.

The United States could offer Hanoi financial support as part of a sale, the sources said. One of the sources, a U.S. official, said that could amount to tens of millions of dollars covering maintenance and other costs.

The other source, a Vietnamese person briefed on the talks, said the model under consideration was the C-130J, the aircraft's latest iteration.

Neither source would indicate the total cost of the possible deal and the number of planes under discussion. Both declined to be named because the talks were not public.

Lockheed Martin referred questions to the U.S. or Vietnamese governments. The White House declined to comment, and Vietnam's defence ministry did not respond to a request for comment.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG