ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ຮຽກ​ຮ້ອງ​ການ​ຢຸດ​ຍິງ​ທັນ​ທີ​ ໃນ​ເຂດ ກາ​ຊາ


ຮອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ນາງ ຄາ​ມາ​ລາ ແຮ​ຣິ​ສ ກ່າວ​ຄຳ​ປາ​ໄສ​ຢູ່​ເມືອງ ແຊ​ລ​ມາ, ລັດ​ອາ​ລາ​ບາ​ມາ.
ຮອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ນາງ ຄາ​ມາ​ລາ ແຮ​ຣິ​ສ ກ່າວ​ຄຳ​ປາ​ໄສ​ຢູ່​ເມືອງ ແຊ​ລ​ມາ, ລັດ​ອາ​ລາ​ບາ​ມາ.

ຮອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ນາງ ຄາ​ມາ​ລາ ແຮ​ຣິ​ສ ໃນ​ວັນ​ອາ​ທິດ​ວານນີ້ ​ໄດ້​ຮຽກ​ຮ້ອງ​ສຳ​ລັບ “ການ​ຢຸດ​ຍິງ​ທັນ​ທີ” ໃນ​ເຂດ​ກາ​ຊາ, ເຊິ່ງ​ແມ່ນ​ນຶ່ງ​ໃນ​ການ​ຂໍ​ຮ້ອງ​ທີ່ແຮງ​ທີ່​ສຸດ​ອີກ​ຄັ້ງ​ນຶ່ງ ​ເພື່ອ​ຢຸດ​ສົງ​ຄາມ​ນັ້ນ​ ຈາກ​ລັດ​ຖະ​ບານ​ທ່ານ ໄບ​ເດັນ.

ທ່ານ​ນາ​ງ ແຮ​ຣິ​ສ ໄດ້​ກ່າວ​ໃນ​ລະ​ຫວ່າງ​ສຽງ​ຕົບ​ມື​ດັງກ້ອງ ​ຢູ່​ການ​ເຕົ້າ​ໂຮມ​ກັນ​ເພື່ອ​ລະ​ນຶກ​ເຖິງວັນ​ຄົນ​ຮອບ​ສິດ​ທິ​ພົນ​ລະ​ເຮືອນ​ທີ່​ສຳ​ຄັນ​ໃນ​ເມືອງ ແຊ​ລ​ມາ, ລັດ​ອາ​ລາ​ບາ​ມາ ​ວ່າ “ຍ້ອນ​ຂອບ​ເຂດ​ຄວາມ​ທຸກ​ທໍ​ລະ​ມານ​ທີ່ກວ້າງ​ຂວາງ​ໃນ​ເຂດ​ກາ​ຊາ​ນັ້ນ, ມັນ​ຕ້ອງ​ມີ​ການ​ຢຸດ​ຍິງ​ຢູ່​ທີ່​ນັ້ນ​ໃນ​ທັນ​ທີ.”

ລັດ​ຖະ​ບານ​ແມ່ນ​ໄດ້​ເຮັດ​ວຽກ​ກັບ ອີ​ຈິບ ແລະ ກາ​ຕ້າ ເພື່ອ​ໄກ່​ເກ່ຍ​ການ​ຢຸດ​ຕໍ່​ສູ້ ໄລຍະ 6 ອາ​ທິດ ​ເພື່ອ​ນຳ​ເອົາ​ຕົວ​ປະ​ກັນ​ທີ່​ຖືກ​ຈັບ​ໄປ​ໂດຍ​ກຸ່ມ​ຮາ​ມາ​ສ​ທີ່​ຍັງ​ເຫຼືອ​ຢູ່​ນັ້ນ ອອກ​ມາ ແລະ ເອົາ​ການ​ຊ່ວຍ​ເຫຼືອ​ທີ່ຫຼາຍ​ຂຶ້ນ ​ເຂົ້າ​ໄປ​ໃນ​ກາ​ຊາ, ບ່ອນ​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ເຕືອນ​ວ່າ​ ໄພ​ອຶດ​ຫິວ​ແມ່ນ​ໃກ້​ຈະ​ເກີດ​ຂຶ້ນ.

ໃນ​ການ​ກ່າວ​ຄຳ​ປາ​ໄສ​ຢູ່​ຂົວ ເອັດ​ມັນ ເພັດ​ທັ​ສ໌, ບ່ອນ​ທີ່​ຕຳຫຼວດຂີ່​ມ້າ​ໄດ້​ຕີ​ຜູ້​ເດີນ​ຂະ​ບວນ​ສິດ​ທິ​ພົນ​ລະ​ເຮືອນ ທີ່​ຮູ້​ຈັກ​ກັນ​ດັ່ງ​ກັບ​ວັນ​ອາ​ທິດ​ນອງ​ເລືອ​ດ​ເມື່ອ 59 ປີ​ທີ່​ຜ່ານ​ມາ​ນັ້ນ, ທ່ານ​ນາງ ແຮ​ຣິ​ສ ກ່າວ​ວ່າ ​ປະ​ຊາ​ຊົນ​ໃນ​ເຂດ​ກາ​ຊາ ແມ່ນ​ກຳ​ລັງ​ອຶດ​ຫິວ.

ທ່ານ​ນາງ​ໄດ້​ກ່າວ​ວ່າ “ສະ​ຖາ​ນະ​ການ​ແມ່ນ​ໂຫດ​ຮ້າຍ, ແລະ ຄວາມ​ເປັນ​ມະ​ນຸດ​ຊາດ​ທົ່ວ​ໄປ​ຂອງ​ພວກ​ເຮົາ​ ໄດ້​ບັງ​ຄັບ​ໃຫ້​ພວກ​ເຮົາ​ດຳ​ເນີນ​ການ. ລັດ​ຖະ​ບານ ອິ​ສ​ຣາ​ແອ​ລ ຕ້ອງ​ເຮັດ​ຫຼາຍກວ່ານີ້​ເພື່ອ​ຂະ​ຫຍາຍ​ການຫຼັ່ງ​ໄຫຼ​ຂອງ​ການ​ຊ່ວຍ​ເຫຼືອ​ໃຫ້ຫຼາຍ​ຂຶ້ນ ໂດຍ​ບໍ່​ມີ​ຄຳ​ແກ້​ຕົວເລີຍ.”

ໃນ​ວັນ​ເສົາ​ທີ່​ຜ່ານ​ມາ, ການ​ປະ​ຕິ​ບັດ​ການ​ຮ່ວມ​ກັນ​ໂດຍ ສະ​ຫະ​ລັດ ແລະ ກອງ​ທັບ​ອາ​ກາດ ຈໍ​ແດັນ ໄດ້​ຖິ້ມ​ອາ​ຫານທາງ​ອາ​ກາດ 38,000 ມັດ ລົງ​ໃສ່​ຕາມ​ເຂດ​ຊາຍ​ຝັ່ງ​ຂອງ​ເຂດ​ກາ​ຊາ. ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ ສະ​ຫະ​ລັດ ຄົນ​ນຶ່ງ​ໄດ້​ກ່າວ​ວ່າການ​ຖິ້ມ​ອາ​ຫານ​ທາງ​ອາ​ກາດ​ຈະ​ເປັນ​ສ່ວນ​ນຶ່ງ​ຂອງ “ຄວາມ​ພະ​ຍາ​ຍາມ​ຢ່າງ​ຕໍ່​ເນື່ອງ” ກັບ​ບັນ​ດາ​ຄູ່​ຮ່ວມ​ສາ​ກົນ ເພື່ອ​ຂະ​ຫຍາຍ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ເຂົ້າ​ໄປ​ໃນ ກາ​ຊາ.

ບັນ​ດາ​ຜູ້​ມີ​ມະ​ນຸດ​ສະ​ທຳ​ຈະ​ໃຊ້​ການ​ຖິ້ມ​ການ​ຊ່ວຍ​ເຫຼືອ​ທາງ​ອາ​ກາດ​ດັ່ງ​ກັບ​ວິ​ທີ​ການ​ສຸດ​ທ້າຍ, ເພາະ​ວ່າ​ມັນ​ມີຄ່າ​ໃຊ້​ຈ່າຍຫຼາຍ, ເປັນ​ການ​ປະ​ຕິ​ບັດ​ການ​ທີ່​ຊັບ​ຊ້ອນ ແລະ ບໍ່​ສາ​ມາດ​ນຳ​ສົ່ງ​ຂະ​ໜາດ​ການ​ຊ່ວຍ​ເຫຼືອ​ໄດ້ຫຼາຍ​ ເທົ່າ​ກັບລົດ​ບັນ​ທຸກ.

ອ່ານ​ຂ່າວນີ້​ຕື່​ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG