ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະມົນຕີ ກິດຈະການ ນັກລົບເກົ່າ ສຫລ ລາອອກ ຈາກ ຕຳແໜ່ງ (ວີດີໂອ)


US Veteran Affairs Secretary Steps Down Amid Growing Scandal
please wait

No media source currently available

0:00 0:02:39 0:00
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວ​ວ່າ
ທ່ານ​ໄດ້​ຮັບ​ເອົາ​ການ​ລາ​ອອກຂອງລັດຖະມົນຕີທີ່​ກຳກັບນຳ
ກິດຈະການນັກລົບເກົ່າ ທ່ານ Eric Shinseki ຫຼັງ​ຈາກການ
ສືບສວນຂອງລັດຖະບານໃຫ້ການຢືນຢັນ​ວ່າ​ ມີ​ບັນຫາຂາດ
ຕົກບົກຜ່ອງ ໃນຂອບເຂດທີ່ກວ້າງຂວາງ ຢູ່ໃນ​ລະບົບ​ການ
​ປິ່ນປົວສຸຂະ ພາບ ທີ່ສະຫະລັດດຳເນີນການ​ສຳລັບພວກນັກ
ລົບເກົ່າ.

ຫລັງ​ຈາກ​ໄດ້​ພົບ​ປະ​ກັບ ທ່ານ Shinseki ທີ່​ທຳນຽບຂາວ ​ໃນ​
ວັນ​ສຸກ​ວານ​ນີ້​ແລ້ວ ທ່ານ Obama ກ່າວ​ວ່າ ທ່ານ Shinseki ​
ໄດ້​ຕັດສິນ​ໃຈ​ລາ​ອອກ​ດ້ວຍຄວາມສະໝັກໃຈ ​ເພື່ອ​ບໍ່​ຢາກ​ໃຫ້
​ເປັນ“ການ​ລົບ​ກວນ” ​ຕໍ່​ການສືບ​ສວນທີ່ກຳ ລັງດຳເນີນຢູ່ໃນເວລານີ້.

ປະທານາທິບໍດີ ກ່າວ​ວ່າ ທ່ານ​ເຫັນ​ດີ​ກັບການ​ຊັ່ງ​ຊາ​ຂອງ ທ່ານ Shinseki ​ແລະ​ຮັບ​ເອົາ
​ການ​ລາ​ອອກຂອງນັກ​ລົບ​ກຽດ​ຕິ​ຍົດ ດ້ວຍ​ຄວາມ​ເສຍໃຈ.

ທ່ານ Obama ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ຫລັງ​ຈາກ​ນັ້ນ ທ່ານ​ໄດ້​ພົບ​ກັບຜູ້ຮັກສາ
ການຊົ່ວຄາວແທນທ່ານ Shinseki ຄືອະດີດ​ຮອງລັດຖະມົນຕີ ທ່ານ Sloan Gibson
​ແລະ​ໄດ້​ກ່າວ​ຢ່າງແຈ່ມ​ແຈ້ງວ່າ "ການ​ປະຕິ​ຮູບ ບໍ່ຄວນໃຫ້ມີ ການຊັກຊ້າ.”

ປະທານາ​ທິບໍດີ Obama ​ໄດ້​ຖືກ​ກົດ​ດັນເພີ້ມຂຶ້ນທາງ​ດ້ານການ​ເມືອງ​ເພື່ອໃຫ້ ປົດທ່ານ Shinseki ນາຍ​ພົນເບ້ຍບຳນານ​ສີ່​ດາວ​ ຫລັງຈາກໄດ້ມີການເປີດເຜີຍ ວ່າ ພວກນັກລົບ
ເກົ່າຕ້ອງ​ໄດ​ລໍຖ້າ​ຫລາຍ​ເດືອນ ​ກ່ອນຈະ​ໄດ້​ພົບ​ກັບ​ທ່ານໝໍແລະພວກເຈົ້າໜ້າທີ່ໄດ້ປົກ
ປິດບັນ​ຫາເຫຼົ່ານີ້ໄວ້.


XS
SM
MD
LG