ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຮຽກຮ້ອງໃຫ້ອິນເດຍ ຮ່ວມມື​ ໃນການສືບສວນ​ຂອງການາດາ ໃນການສັງຫານຜູ້ນຳຊິກ


ສາຍພານກິດກັ້ນຂອງຕຳຫລວດ ຢູ່ອ້ອມແອ້ມ ຄະນະກຳມະການສູງສຸດຂອງການາດາ ໃນນະຄອນນິວເດລີ ວັນທີ 19 ກັນຍາ 2023
ສາຍພານກິດກັ້ນຂອງຕຳຫລວດ ຢູ່ອ້ອມແອ້ມ ຄະນະກຳມະການສູງສຸດຂອງການາດາ ໃນນະຄອນນິວເດລີ ວັນທີ 19 ກັນຍາ 2023

ການກ່າວຫາແບບທີ່ບໍ່​ເຄີ​ຍມີມາກ່ອນ ໂດຍນຶ່ງ​ໃນ​ບັນ​ດາ​ປະ​ເທດ​ທີ່ນຳພາ​ແບບປະຊາທິປະໄຕທີ່ກ່າວຫາອີກ​ປະ​ເທດ​ນຶ່ງວ່າ ເປັນການລອບສັງຫານ​ທາງການ ເມືອງຢູ່ດິນແດນຂອງຕົນ ເຮັດໃຫ້ມີຄວາມເປັນຫ່ວງທີ່ສຳຄັນລະຫວ່າງບັນດາພັນທະມິດຫຼັກ​ຂອງ​ທັງສອງປະເທດ.

ພວກເຈົ້າໜ້າທີ່ໃນນະຄອນຫລວງວໍຊິງຕັນແລະລອນດອນ ກຳລັງຊັ່ງຊາສິ່ງຈະຕິດຕາມມາ ຫລັງຈາກການາດາ ໄດ້ນຳ​ເອົາລັດຖະບານອິນເດຍ​ໄປ​ພົວ​ພັນຢ່າງເປີດເຜີຍ ໃສ່​ການສັງຫານຜູ້ນຳ​ຊິກຄົນນຶຶ່ງ ເມື່ອສາມເດືອນກ່ອນ. ການນາດາໃນວັນຈັນທີ່ຜ່ານມາໄດ້ປະກາດທີ່​ເປັນການຕອບໂຕ້ ໂດຍໄດ້ຂັບໄລ່ເຈົ້າໜ້າທີ່ສືບລັບສູງສຸດຂອງອິນເດຍໃນການາ​ດາ. ອິນເດຍໃນວັນອັງຄານວານນີ້ໄດ້ຕອບໂຕ້ຄືນ ໂດຍສັ່ງໃຫ້ນັກການທູດອະວຸໂສການາດາ ອອກຈາກປະເທດ.

“ພວກເຮົາມີຄວາມເປັນຫ່ວງຢ່າງເລິກເຊິ່ງກ່ຽວກັບການກ່າວຫາ ທີ່ອ້າງ​ອີງໂດຍນາຍົກລັດຖະມົນຕີທຣູໂດ” ທີີ່ທ່ານນາງເອດຣຽນ ວັດສັນ ໂຄສົກສະພາຄວາມ​ໝັ້ນ​ຄົງແຫ່ງຊາດທຳນຽບຂາວ ໄດ້ກ່າວ. “ພວກເຮົາຍັງຮັກສາການຕິດຕໍ່ເປັນປະຈໍາກັບຄູ່ຕຳແໜ່ງ​ຝ່າຍການາດາ. ມັນເປັນ​ສິ່ງສຳຄັນທີ່ການາດາດຳເນີນການສືບ ສວນ ແລະນຳເອົາບັນດາຜູ້ກະທໍາຜິດ ມາສູ່ຍຸຕິທຳ.”

ສະຫະລັດໄດ້ຮຽກຮ້ອງໃຫ້ອິນເດຍໃຫ້ການຮ່ວມມືກັບການາດາໃນການສືບສວນ ອິງຕາມເຈົ້າໜ້າທີ່ອະວຸໂສຄົນນຶ່ງຂອງກະຊວງຕ່າງປະເທດ.

ລັດຖະບານອິນເດຍກ່າວວ່າ ການກ່າວຫາໃດໆກ່ຽວ​ກັບການພົວພັນໂດຍພວກເຈົ້າໜ້າທີ່ຂອງຕົນ ໃນການ​ກໍ່ຄວາມຮຸນແຮງຢູ່ໃນການາດາເປັນເລື້ອງ “​ໄຮ້​ສາ​ລະ ແລະບໍ່​ມີ​ຈຸດ​ປະ​ສົງ.”

“ລັດຖະບານຂອງອິນເດຍ ຕ້ອງການ​ຖືເອົາເລື້ອງນີ້ ດ້ວຍຄວາມເ​ຄັ່ງຂືມທີ່ສຸດ. ພວກເຮົາເຮັດດັ່ງນັ້ນ ພວກເຮົາບໍ່ຕ້ອງ​ການ​ທີ່​ຈະເພີ້ມ​ການ​ທ້າ​ທາຍ” ທີ່ນາຍົກ ລັດຖະມົນຕີຈັສຕິນ ທຣູໂດ ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນ

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG