ເຈົ້າໜ້າທີ່ແບລຢ້ຽມ ກ່າວໃນວັນອັງຄານວານນີ້ວ່າ ຈຳນວນຜູ້
ເສຍຊີວິດ ຍ້ອນການໂຈມຕີ ຂອງພວກກໍ່ການຮ້າຍ ໃນອາທິດ
ແລ້ວທີ່ສະນາມບິນນາໆຊາດ ແລະສະຖານີລົດໄຟໃຕ້ດິນທີ່ນະ
ຄອນ Brussels ໄດ້ປັບປ່ຽນໃຫ້ຫຼຸດລົງເປັນ 32 ຄົນໂດຍບໍ່ໄລ່
ພວກໂຈມຕີດ້ວຍລະເບີດສະຫຼະຊີບສາມຄົນ.
ກ່ອນໜ້ານີ້ເຈົ້າໜ້າທີ່ເວົ້າວ່າຈຳນວນຜູ້ເສຍຊີວິດທັງໝົດແມ່ນ
35 ຄົນ ແລະມີຄວາມຜິດພາດ ກ່ຽວກັບການນັບສາມຄົນ ທີ່ຖື
ສອງສັນຊາດຊ້ອນ.
ທ່ານນາງ Ine Van Wymersch ໂຄສົກສຳນັກງານ ໄອຍະ
ການຂອງແບລຢ້ຽມ ກ່າວວ່າ ຜູ້ເຄາະຮ້າຍທັງໝົດ ຈາກການໂຈມຕີທັງສອງບ່ອນ ໃນວັນ
ອັງຄານອາທິດຜ່ານມາ ແມ່ນໄດ້ຮັບການສັນນະສູດແລ້ວຮວມທັງຊາວແບລຢ້ຽມ 17 ຄົນ
ແລະຊາວຕ່າງປະເທດ 15 ຄົນ.
ນອກນັ້ນເຈົ້າໜ້າທີ່ຍັງກ່າວວ່າ ມີຢ່າງໜ້ອຍ 90 ຄົນຍັງຮັບການປິ່ນປົວຢູ່ທີ່ໂຮງໝໍ ແລະ
ຫລາຍກວ່າ 40 ຄົນ ແມ່ນຍັງມີອາການສາຫັດຢູ່.
ຂະນະດຽວກັນ ສະຫະລັດກ່າວວ່າ ມີຫຼາຍຢ່າງຕື່ມອີກທີ່ “ສາມາດແລະຕ້ອງເຮັດໃຫ້ສຳ
ເລັດໄດ້” ກ່ຽວກັບການເພີ່ມ ການແບ່ງປັນຂໍ້ມູນສືບລັບ ໃນຢູໂຣບຫຼັງຈາກການໂຈມຕີກໍ່
ການຮ້າຍທີ່ຮ້າຍແຮງ ໃນນະຄອນຫຼວງ Brussels ເມື່ອອາທິດແລ້ວນີ້.
ໂຄສົກຂອງທຳນຽບຂາວ ທ່ານ Josh Earnest ໄດ້ກ່າວວ່າ ການໂຈມຕີ ທີ່ສະໜາມບິນ
ແລະ ສະຖານີລົດໄຟໃຕ້ດິນໃນນະຄອນຫຼວງ Brussels ແມ່ນການເຕືອນໃຫ້ຮູ້ວ່າມັນມີ
ຄວາມສຳຄັນແນວໃດສຳລັບ “ຂໍ້ມູນຂັ້ນພື້ນຖານຂອງການສືບລັບແລະລະບຽບການດ້ານ
ຄວາມໝັ້ນຄົງແຫ່ງຊາດ” ທີ່ຕ້ອງປະຕິບັດຕາມນັ້ນ.
ທ່ານໄດ້ກ່າວຢ້ ຳເຖິງການໃຫ້ຄວາມສະໜັບສະໜຸນຂອງສະຫະລັດ ຕໍ່ແບລຢ້ຽມ ໃນລະ
ຫວ່າງທີ່ປະເທດດັ່ງກ່າວພວມທຳການສືບສວນສອບສວນຢູ່ນັ້ນ.