ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີການຮຽກຮ້ອງ ໃຫ້ ສຫລ ຊ່ອຍອິນໂດເນເຊຍ ສືບສວນ ການປາບປາມ ຕ້ານຄອມມູນິສ


ຮູບມື້ລາງປະທານາທິບໍດີ ຊູຮາໂຕ້ ຕໍ່ໜ້າພິພິດທະພັນ ໃນເມືອງ
Yogyakarta.
ຮູບມື້ລາງປະທານາທິບໍດີ ຊູຮາໂຕ້ ຕໍ່ໜ້າພິພິດທະພັນ ໃນເມືອງ Yogyakarta.

ອາທິດນີ້ ແມ່ນຂີດໝາຍຄົບຮອບ 50 ປີ ນັບຕັ້ງແຕ່ການສັງຫານ
ໝູ່ທີ່ຮ້າຍແຮງສຸດໃນປະຫວັດສາດອິນໂດເນເຊຍໄດ້ເກີດຂຶ້ນເວ
ລານາຍທະຫານ 6 ຄົນໄດ້ຖືກຂ້າຕາຍໃນຖານະທີ່ເປັນສ່ວນນຶ່ງ
ຂອງການກ່າວຫາວ່າເປັນການລຸກຮືຂຶ້ນ ຂອງພວກຝ່າຍຊ້າຍ ທີ່
ພາໄປສູ່ການປາບປາມ ທີ່ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 500
ພັນຄົນ. ພວກນັກປັນຍາຊົນ ນາຍຄູ ສະມາຊິກກຳມະບານ ສະ
ມາຊິກຂະບວນການເຄື່ອນໄຫວຂອງພວກແມ່ຍິງແລະກຸ່ມຈັດຕັ້ງ
ພົນລະເຮືອນອື່ນໆທີ່ມາຈາກທຸກພາກສ່ວນຂອງສັງຄົມຈຳນວນ
ຫຼາຍໆພັນຄົນໄດ້ຖືກຮາວີລົບ ກວນແລະຖືກສັງຫານ.

ບໍ່ຄືກັບການສັງຫານໝູ່ໃນແຫ່ງອື່ນໆເຊັ່ນຣວັນດາແລະກຳປູເຈຍ
ອິນໂດເນເຊຍ ແມ່ນບໍ່ເຄີຍໄດ້ພະຍາຍາມທີ່ຈະທຳການສຳຫຼວດກວດກາວ່າ ແມ່ນຫຍັງໄດ້ ເກີດຂຶ້ນ ຫລືຜູ້ໃດເປັນຜູ້ຮັບຜິດຊອບກ່ຽວກັບເລື້ອງນີ້.

ພວກຕຳໜິຕິຕຽນກ່າວວ່າ ເວລາໄດ້ມາເຖິງແລ້ວທີ່ລັດຖະບານຈະຕ້ອງປິດສາກບົດຕອນນີ້ ໂດຍເປີດປື້ມຂອງຕົນ. ແຕ່ບໍ່ພຽງແຕ່ລັດຖະບານທີ່ຈາກາຕ້າເທົ່ານັ້ນ ພວກສະໜັບສະໜຸນ ຕ່າງກໍໄດ້ທວງໃຫ້ ລັດຖະບານສະຫະລັດ ໃຫ້ປະຊາຊົນ ໄດ້ມີໂອກາດຮູ້ເຫັນ ເອກກະສານ ຂອງຕົນທີ່ເກັບໄວ້ໃນຍຸກສະໄໝນັ້ນ.

ດ້ວຍການເດີນທາງມາຢ້ຽມຢາມກຸງວໍຊິງຕັນຂອງປະທານາທິບໍດີອິນໂດເນເຊຍທ່ານ Joko
Widodo ໃນເດືອນນີ້ສະມາຊິກສະພາສູງສະຫະລັດທ່ານນຶ່ງກຳລັງກະກຽມຍັດຕິທີ່ຈະຮຽກ ຮ້ອງໃຫ້ເປີດເຜີຍເອກກະສານດັ່ງກ່າວ ຊຶ່ງພວກສະໜັບສະໜຸນກ່າວວ່າ ນີ້ບໍ່ພຽງແຕ່ຈະນຳ ເອົາແສງສະຫວ່າງມາສູ່ການພົວພັນແລະຄວາມຮັບຜິດຊອບຂອງສະຫະລັດເທົ່ານັ້ນແຕ່ຍັງ ຈະກົດດັນໃຫ້ອິນໂດເນເຊຍ ໃຫ້ການສະໜັບສະໜຸນພວກເຄາະຮ້າຍ ໂດຍຜ່ານຄະນະກຳ ມະການຄົ້ນຄວ້າຫາຄວາມຈິງນຳດ້ວຍ.

XS
SM
MD
LG