ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ເປີດເຜີຍແຜນການ ກ່ຽວກັບ ການສ້າງຕັ້ງລັດຖະບານ ໄລຍະຂ້າມຜ່ານ ເວເນຊູເອລາ


ທ່ານໄມຄ໌ ພອມພຽວ ລັດຖະມົນຕີກະຊວງຕ່າງປະເທດສະຫະລັດ.
ທ່ານໄມຄ໌ ພອມພຽວ ລັດຖະມົນຕີກະຊວງຕ່າງປະເທດສະຫະລັດ.

ສະຫະລັດເຕັມໃຈທີ່ຈະຍົກເລີກການລົງໂທດຕໍ່ປະເທດເວເນຊູເອລາ ເພື່ອເປັນການແລກປ່ຽນ ກັບການສ້າງຕັ້ງລັດຖະບານໄລຍະຂ້າມຜ່ານ ທີ່ປະກອບດ້ວຍພັນທະມິດຂອງປະທານາທິບໍດີນິໂກລາສ ມາດູໂຣ ແລະຜູ້ນຳຝ່າຍຄ້ານ ທ່ານຮວານ ກວາອີໂດ ອີງຕາມຄຳເວົ້າຂອງລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດ ທ່ານໄມຄ໌ ພອມພຽວ ທີ່ກ່າວໃນວັນອັງຄານວານນີ້.

ແຜນການນີ້ແມ່ນຮຽກຮ້ອງໃຫ້ທ່ານມາດູໂຣ ແລະທ່ານກວາອີໂດ ມອບອຳນາດໃຫ້ແກ່ສະພາ ທີ່ປະກອບດ້ວຍສະມາຊິກ 5 ທ່ານ ຈົນກວ່າຈະສາມາດຈັດການເລືອກຕັ້ງປະທານາທິບໍດີ ແລະສະພາແຫ່ງຊາດ ພາຍໃນປີໜ້າ.

ທ່ານພອມພຽວຮຽກໃຫ້ທ່ານມາດູໂຣ ແລະທ່ານກວາອີໂດ ສ້າງຕັ້ງລັດຖະບານໄລຍະຂ້າມຜ່ານ ຊຶ່ງຈະມີໜ້າທີ່ຮັບຜິດຊອບໃນການກຳນົດການເລືອກຕັ້ງພາຍໃນເວລາ 12 ເດືອນ.

ທ່ານພອມພຽວກ່າວວ່າ ສະຫະລັດມີຄວາມຍິນດີ ທີ່ຈະເຫັນທ່ານກວາອີໂດ ລົງສະໝັກແຂ່ງຂັນ ໃນການເລືອກຕັ້ງທີ່ຈະມີຂຶ້ນນັ້ນ ແຕ່ຍັງຮັກສາທ່າທີເດີມທີ່ວ່າ ທ່ານມາດູໂຣ ຈະຕ້ອງອອກຈາກໜ້າທີ່ຫຼັງຈາກນັ້ນ.

ສະຫະລັດແລະ 50 ກວ່າປະເທດ ໄດ້ຮັບຮູ້ວ່າ ທ່ານກວາອີໂດເປັນປະທານາທິ ບໍດີຊົ່ວຄາວຂອງເວເນຊູເອລາ.

ທ່ານພອມພຽວກ່າວທີ່ກອງປະຊຸມຖະແຫຼງຂ່າວຢູ່ວໍຊິງຕັນໃນວັນອັງຄານວານນີ້ວ່າ ພວກເຮົາໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ມາໂດຍຕະຫຼອດວ່າ ມາດູໂຣຈະບໍ່ປົກຄອງເວເນຊູເອລາອີກ.

ທ່ານພອມພຽວກ່າວວ່າ ສະຫະລັດຍັງສືບຕໍ່ໃຫ້ການສະໜັບສະໜຸນທ່ານກວາອີໂດ ແລະກ່າວຕື່ມວ່າ ເມື່ອພວກເຮົານຳສະເໜີເສັ້ນທາງໄປສູ່ປະຊາທິປະໄຕດັ່ງກ່າວນີ້ ພວກເຮົາໄດ້ເຮັດວຽກຢ່າງໃກ້ຊິດຮ່ວມກັບທ່ານ.

ຫົວໜ້ານັການທູດຂອງສະຫະລັດ ກ່າວວ່າ ການລົງໂທດຈະມີຜົນບັງຄັບຕໍ່ໄປ ແລະຈະເພີ້ມໜັກຂຶ້ນ ຈົນກວ່າອຳນາດການປົກຄອງມາດູໂຣ ຮັບເອົາການໂອນອຳນາດທາງດ້ານການເມືອງຢ່າງແທ້ຈິງ.

ເສດຖະກິດຂອງເວເນຊູເອລາ ທີ່ອຸດົມສົມບູນໄປດ້ວຍນ້ຳມັນ ໃນເວລານີ້ແມ່ນພວມປະສົບກັບຄວາມອ່ອນແອຍ້ອນການກົດດັນທາງດ້ານເສດຖະກິດຂອງສະຫະລັດນັ້ນ ຊ້ຳພັດຍັງໄດ້ຮັບຜົນກະທົບຢ່າງໜັກຈາກການລະບາດຂອງໄວຣັສໂຄໂຣນາແລະການຫລຸດລາຄາຂອງນ້ຳມັນ. ນອກນັ້ນ ໄວຣັສໂຄໂຣນາຍັງໄດ້ເຮັດໃຫ້ລະບົບສາທາລະນະສຸກຂອງປະເທດດັ່ງກ່າວເປັນອຳມະພາດ.

ຂໍ້ສະເໜີຂອງສະຫະລັດຍັງໄດ້ກ່າວເປັນທຳອິດເຖິງການຍົກເລີກການລົງໂທດຕໍ່ພາກສ່ວນນ້ຳມັນຂອງເວເນຊູເອລາ ແລະພວກເຈົ້າໜ້າທີ່ຂອງລັດຖະບານມາດູໂຣ.

ພວກເຈົ້າໜ້າທີ່ ທີ່ປະເຊີນກັບການຖືກກ່າວຫາວ່າ ລະເມີດສິດທິມະນຸດແລະຄ້າຢາເສບຕິດ ຈະບໍ່ໄດ້ຮັບການຜ່ອນຜັນ ໃນການຍົກເລີກການລົງໂທດ ແຕ່ສະມາຊິກໃນຄະນະລັດຖະບານສັງຄົມນິຍົມຂອງທ່ານມາດູໂຣ ທີ່ມີຊື່ຢູ່ໃນບັນຊີດຳ ຈະໄດ້ຮັບຜົນປະໂຫຍດຈາກເລື້ອງນີ້.

ລັດຖະບານໄລຍະຂ້າມຜ່ານ ບໍ່ມີທ່າທາງວ່າ ຈະໄດ້ຮັບການສະໜັບສະໜຸນຈາກທ່ານມາດູໂຣແລະພັນທະມິດຂອງທ່ານຫຼາຍໆຄົນ ນອກຈາກວ່າຜູ້ກ່ຽວຈະໄດ້ຮັບການຄ້ຳປະກັນວ່າ ຈະໄດ້ຮັບການປົກປ້ອງຈາກລະບົບຍຸຕິທຳຂອງສະຫະລັດ.

ທ່ານ David Smilde ເຈົ້າໜ້າທີ່ອະວຸໂສ ປະຈຳຫ້ອງການລາຕິນອາເມຣິກາທີ່ນະຄອນຫຼວງວໍຊິງຕັນ ກ່າວວ່າ ມັນຂ້ອນຂ້າງຍາກທີ່ຈະມອງເຫັນວ່າ ເລື້ອງດັ່ງ ກ່າວນີ້ ຈະສ້າງຄວາມໝັ້ນໃຈໄດ້ແນວໃດ ໃຫ້ແກ່ພວກທີ່ມີບົດບາດສຳຄັນໆຢູ່ໃນລັດຖະບານ. ພວກເຂົາເຈົ້າເບິ່ງຊົງຈະຄິດວ່າພວກທະຫານຈະເຂົ້າມາມີບົດບາດແຕ່ນັ້ນເບິ່ງຄືວ່າ ມັນເປັນໄປໄດ້ຍາກຫຼາຍ.

ແຜນການດັ່ງກ່າວນີ້ຍັງຈຳເປັນຈະຕ້ອງໄດ້ຮັບການອະນຸມັດຈາກຄິວບາ ຣັດເຊຍຫລືຈີນ ຊຶ່ງເປັນພວກສະໜັບສະໜຸນທີ່ສຳຄັນໆ ທາງດ້ານການເມືອງ ແລະເສດຖະກິດຂອງທ່ານມາດູໂຣ.

The United States is willing to lift sanctions against Venezuela in exchange for the formation of a transitional government comprised of allies of President Nicolas Maduro and opposition leader Juan Guaido, U.S. Secretary of State Mike Pompeo said Tuesday.

The plan calls on Maduro and Guaido to hand over power to a five-member council until presidential and parliamentary elections can be held within the next year.

Pompeo called on Maduro and Guaido to form a transitional government which would be tasked with scheduling elections within six to 12 months.

Pompeo said the U.S. would welcome efforts by Guaido to seek office in future elections, but maintained the U.S. position that Maduro must go.

The U.S. and more than 50 countries recognize Guaido as Venezuela’s interim leader.

“We’ve made clear all along that Nicolas Maduro will never again govern Venezuela,” Pompeo said at a Washington news conference Tuesday.

Pompeo said the U.S. continues to support Guaido and added, “When we put together this pathway to democracy, we worked closely with him.”

The U.S.’ top diplomat said sanctions “will remain in effect, and increase, until the Maduro regime accepts a genuine political transition.”

The oil-rich country’s economy, already weakened by a U.S. economic pressure campaign, has been dealt subsequent blows by the coronavirus pandemic and falling oil prices. The coronavirus has also crippled the country’s health care system.

The U.S. proposal also addresses for the first time the lifting of sanctions on Venezuela’s oil sector and Maduro officials.

Officials facing accusations of human rights abuses and drug trafficking are not eligible for sanctions relief. But members of Maduro’s socialist government who have been blacklisted would benefit.

A transitional government is unlikely to be supported by Maduro and many of his allies unless he is guaranteed protections from the U.S. justice system.

“It's a little hard to see how this is going to be convincing to the major players in the government,” said David Smilde, a senior fellow at the Washington Office on Latin America. “They seem to think the military is going to step in, but that seems extremely unlikely.”

The plan would also need the approval of Cuba, Russia or China — Maduro’s major political and economic supporters.

XS
SM
MD
LG