ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄຳສັນຍາ ທີ່ບໍ່ແນ່ນອນ ສຳລັບກິລາໂອລິມປິກ ຂອງ ສະຫະລັດ ສ້າງຄວາມເປັນຫ່ວງໃຫ້ ເກົາຫຼີໃຕ້


ຜູ້ຊາຍຄົນນຶ່ງຍ່າງກາຍສັນຍາລັກກິລາໂອລິມປິກ ພ້ອມກັບ
ສັນຍາລັກກິລາໂອລິມປິກລະດູໜາວ ພຽງຊາງ 2018, ໃນເມືອງ ພຽງຊາງ ປະເທດ ເກົາຫຼີໃຕ້. 3 ກຸມພາ, 2017.
ຜູ້ຊາຍຄົນນຶ່ງຍ່າງກາຍສັນຍາລັກກິລາໂອລິມປິກ ພ້ອມກັບ ສັນຍາລັກກິລາໂອລິມປິກລະດູໜາວ ພຽງຊາງ 2018, ໃນເມືອງ ພຽງຊາງ ປະເທດ ເກົາຫຼີໃຕ້. 3 ກຸມພາ, 2017.

ໃນຄວາມຮູ້ສຶກທີ່ແຕກຕ່າງກັນຈາກ ສະຫະລັດ ແລະ ຄວາມເປັນຫ່ວງຕ່າງໆ ກ່ຽວກັບ
ການຍຸແຍ່ຂອງ ເກົາຫຼີເໜືອ ອາດສ້າງຄວາມເສຍຫາຍຕໍ່ແຜນການຂອງ ເກົາຫຼີໃຕ້ ທີ່
ຈະໃຊ້ ໃນການແຂ່ງຂັນກິລາໂອລິມປິກລະດູໜາວ ພຽງຊາງ ຄັ້ງຈະມາເຖິງນີ້ ຕໍ່ຄວາມ
ພະຍາຍາມໃນການຮັກສາຄວາມສະຫງົບ ແລະ ປອງດອງກັນຕໍ່ໄປ.

ໃນວັນອາທິດວານນີ້, ທ່ານນາງ ນິກກີ ເຮລີ ເອກອັກຄະລັດຖະທູດ ສະຫະລັດ ປະ
ຈຳອົງການສະຫະປະຊາຊາດ, ໄດ້ກ່າວໃນການສຳພາດກັບໂທລະພາບ ຟ໋ອກສ໌ ນິວສ໌
ວ່າ ທີມໂອລິມປິກ ສະຫະລັດ ຄົບຊຸດ ຈະເຂົ້າຮ່ວມໃນກິລາລະດູໜາວ ທີ່ຈະຖືກຈັດ
ຂຶ້ນໃນ ເກົາຫຼີໃຕ້ ໃນເດືອນກຸມພານີ້. ແນວໃດກໍຕາມ, ອີກຄັ້ງນຶ່ງ ທ່ານນາງກໍບໍ່ໄດ້ກຳ
ນົດເຖິງຄວາມເປັນໄປໄດ້ວ່າ ຄວາມເປັນຫ່ວງດ້ານຄວາມປອດໄພ ທີ່ສູງຂຶ້ນນັ້ນ ຈະ
ບັງຄັບໃຫ້ ສະຫະລັດ ຕ້ອງພິຈາລະນາຄຳໝັ້ນສັນຍານີ້ຄືນອີກຫຼືບໍ່. ທ່ານນາງ ເຮລີ
ໄດ້ກ່າວວ່າ “ພວກເຮົາມັກຈະລະມັດລະວັງ ເພື່ອຜົນປະໂຫຍດທີ່ດີທີ່ສຸດຂອງປະຊາ
ຊົນ ສະຫະລັດ.”

ໃນສັບປະດາທີ່ຜ່ານມາ ທ່ານນາງ ເຮລີ ໄດ້ກ່າວວ່າ ການເຂົ້າຮ່ວມຂອງ ສະຫະລັດ
ເປັນ “ຄຳຖາມທີ່ຍັງເປີດຢູ່” ຍ້ອນຄວາມເຄັ່ງຕຶງສູງກັບ ເກົາຫຼີເໜືອ ກ່ຽວກັບ ການສືບ
ຕໍ່ທົດລອງລູກສອນໄຟ ແລະ ລະເບີດນິວເຄລຍຂອງເຂົາເຈົ້າ.

ທຳນຽບຂາວ ແລະ ກະຊວງການຕ່າງປະເທດໄດ້ສະແດງການສະໜັບສະໜູນຢ່າງບໍ່
ເຕັມທີ່ ສຳລັບການສົ່ງຄະນະກິລາໂອລິມປິກຄົບຊຸດໄປແຂ່ງຂັນ. ໂຄສົກທຳນຽບຂາວ
ທ່ານນາງ ເຊຣາ ແຊນເດີສ໌ ໄດ້ຂຽນໃນ ທວິດເຕີ ໃນວັນພະຫັດທີ່ຜ່ານມາວ່າ, “ການ
ປົກປ້ອງປະຊາຊົນ ອາເມຣິກັນ ແມ່ນບູລິມະສິດສູງສຸດຂອງພວກເຮົາ ແລະ ພວກເຮົາ
ໄດ້ພົວພັນກັບ ເກົາຫຼີໃຕ້ ແລະ ປະເທດຄູ່ຮ່ວມຂອງພວກເຮົາເພື່ອປ້ອງກັນສະຖານທີ່
ແຂ່ງຂັນຕ່າງໆ.”

ແຕ່ຄຳເຫັນທີ່ບໍ່ແນ່ນອນຂອງທ່ານນາງ ເຮລີ ໄດ້ສົ່ງຜົນໃຫ້ມີຄວາມເປັນຫ່ວງເພີ່ມ
ຂຶ້ນວ່າ ການປະເຊີນໜ້າກັບລະເບີດນິວເຄລຍ ລະຫວ່າງ ສະຫະລັດ ກັບ ເກົາຫຼີເໜືອ
ອາດທຳລາຍການແຂ່ງຂັນກໍເປັນໄດ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG