ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອັດຕາ ຄົນຫວ່າງງານ ໃນ ສຫລ ຍັງຄົງທີ່ ໃນລະດັບ 6.3% (ວີດີໂອ)


US Employers Add 217,000 Jobs; Unemployment Steady at 6.3%
please wait

No media source currently available

0:00 0:02:01 0:00

ບັນດາບໍລິສັດຫ້າງຮ້ານຂອງ ສຫລ ໄດ້ຈ້າງຄົນງານ 217,000 ຄົນ ໃນເດືອນແລ້ວນີ້ ເຮັດໃຫ້ອັດຕາຄົນຫວ່າງງານ ຍັງຄົງທີ່ ຢູ່ໃນລະດັບ 6.3%.

ອັດຕາຄົນຫວ່າງງານໃນສະຫະລັດ ຍັງຄົງໂຕໃນລະດັບ 6.3
ເປີເຊັນ ໃນເດືອນແລ້ວ ແລະເສດຖະກິດຂອງສະຫະລັດ ໄດ້ ສ້າງວຽກເຮັດງານທຳເພີ້ມຂຶ້ນ 217,000 ໜ້າວຽກ.

ລາຍງານຂອງກະຊວງແຮງງານ ທີ່ນຳອອກເຜີຍແຜ່ໃນມື້ວັນ
ສຸກຜ່ານມານີ້ຍັງສະແດງຫລັກຖານໃຫ້ເຫັນຕື່ມອີກວ່າ ເສດ ຖະກິດອາດຈະໄດ້ຮັບແຮງກະຕຸ້ນຄືນໃໝ່ຫລັງຈາກສະພາບ ອາກາດປັ່ນປ່ວນຮ້າຍແຮງ ໃນລະດູໜາວ ເຮັດໃຫ້ການເຕີບ ໂຕຂອງເສດຖະກິດໃນໄລຍະສອງສາມເດືອນທຳອິດຂອງປີີ
ນີ້ມີການຊັກຊ້າ.

ອັດຕາຄົນຫວ່າງງານ ມາຮອດເດືອນພຶດສະພາ ປີ 2014
ອັດຕາຄົນຫວ່າງງານ ມາຮອດເດືອນພຶດສະພາ ປີ 2014

ການເຕີບໂຕໃນການສ້າງວຽກເຮັດງານທຳ ແມ່ນເຂັ້ມແຂງສຸດ
ໃນພາກສ່ວນທຸລະກິດແລະການບໍລິການດ້ານອາຊີບວຽກງານ
ການຮັກສາສຸຂະພາບ ແລະການບໍລິການ ດ້ານອາຫານ.

ອັດຕາຄົນຫວ່າງງານ ແມ່ນຍັງສືບຕໍ່ຢູ່ໃນລະດັບທີ່ຕ່ຳສຸດ ໃນ
ຮອບຫ້າປີເຄິ່ງ.

ສະພາບເສດຖະກິດຕົກຕ່ຳ ໄດ້ເຮັດໃຫ້ມີການສູນເສຍ ວຽກ
ເຮັດງານທຳ 8 ລ້ານ 7 ແສນວຽກ ແລະໂຕເລກຫຼ້າສຸດນີ້ ສະ
ແດງໃຫ້ເຫັນວ່າຍັງມີການຕ້ອງການວຽກເຮັດງານທຳຕື່ມອີກ ເພື່ອໃຫ້ບັນລຸການວ່າຈ້າງ ຄົນງານຢ່າງເຕັມອັດຕາ ຍ້ອນມີປະຊາຊົນເພີ້ມຂຶ້ນ ໃນຊຸມປີ ນັບຕັ້ງແຕ່ໄດ້ມີເສດຖະກິດ ຕົກຕ່ຳນັ້ນ.
XS
SM
MD
LG