ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະ ອັງກິດ ຕອບໂຕ້ ດ້ວຍການຖິ້ມລະເບີດຫຼາຍສິບລູກ ໃສ່ເປົ້າໝາຍຂອງພວກຮູຕີ ໃນເຢເມນ


ແຜນທີ່ປະເທດເຢເມນ.
ແຜນທີ່ປະເທດເຢເມນ.

ສະຫະລັດ, ອັງກິດ ແລະ​ບັນດາ​ປະ​ເທດ​ພັນທະ​ມິດ​ອີກ​ຈຳນວນ​ນຶ່ງ​ ​ຕອບ​ໂຕ້ຕໍ່​ການ​ໂຈມ​ຕີ​ຂອງພວກກະບົດຮູຕີຫຼາຍ​ສິບ​ຄັ້ງ​ໃສ່​ການ​ຂົນ​ສົ່ງ​ສາກົນ​ຢູ່ໃນ​ທະ​ເລ​ແດງ ​ແລະບໍລິເວນອ່າວ ເອເດັນ (Aden) ດ້ວຍ​ການ​ໂຈມ​ຕີ​ທາງ​ອາກາດຮຸນແຮງ​ຫຼາຍ​ຄັ້ງ ​ເພື່ອຫຼຸດ​ຄວາມອາດ​ສາມາດ​ຂອງ​ກຸ່ມ​ທີ່ໄດ້ຮັບການ​ໜຸນ​ຫຼັງ​ໂດຍ​ອີຣ່ານ.

ສູນບັນຊາ​ການ​ຂອງ​ສະຫະລັດໃນ​ພາກ​ຕາ​ເວັນ​ອອກ​ກາງກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ການ​ໂຈມ​ຕີ​ຄັ້ງ​ນີ້ ​ໄດ້ຖືກ 60 ເປົ້າ​ໝາຍຫຼາຍກວ່າ ​ຢູ່ຕາມ​ສະ​ຖານ​ທີ່ 16 ​ແຫ່ງ ຂອງເຢເມນ​ທີ່ຖືກ​ຄວບ​ຄຸມ​ໂດຍພວກກະບົດຮູຕີ, ລວມທັງສູນ​ບັນຊາ​ການ ​ແລະ​ສູນ​ຄວບ​ຄຸມ, ຄັງແສງ, ລະບົບ​ຍິງລູກສອນໄຟ ພ້ອມດ້ວຍ​ສະຖານ​ທີ່​ ຜະ ລິດອາວຸດ.

"ພວກເຮົາໂຈມຕີພວກເຂົາຢ່າງໜັກ, ແລະກໍດີຫຼາຍ," ອີງຕາມການກ່າວ ຕໍ່ VOA ຂອງເຈົ້າໜ້າທີ່ປ້ອງກັນປະເທດຂອງສະຫະລັດ ທີ່ບໍ່ເປີດເຜີຍຊື່ ເພື່ອອະທິບາຍກ່ຽວກັບລາຍລະອຽດຂອງການປະຕິບັດງານ, ໂດຍກ່າວຕື່ມວ່າ ການໂຈມຕີດັ່ງກ່າວ ຍັງແນເປົ້າໝາຍໃສ່ ບ່ອນ​ຕັ້ງ​ເຣດາຂອງພວກກະບົດຮູຕີ ແລະລະບົບປ້ອງກັນໄພທາງອາກາດ ເຊິ່ງບໍ່ໄດ້ຍິງຕອບໂຕ້ຄືນ.

ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ກ່າວ​ວ່າ ການ​ໂຈມ​ຕີ​ຂອງ​ສະຫະລັດ ແລະ ​ອັງ​ກິດ ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ ​ອອສເຕຣເລຍ, ກາ​ນາ​ດາ, ເນ​ເທີ​ແລນ ​ແລະບາ​ຫ໌​ເຣນ, ເຊິ່ງໄດ້ປະຕິບັດການໂຈມ​ຕີຈາກ​ເຮືອ​ບິນ​ລົບ, ກຳ​ປັ່ນ​ລົບ ແລະ​ເຮືອ​ດຳ​ນ້ຳ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ, ສະເພາະສະຫະລັດເອງ ໄດ້ຖິ້ມລະເບີດທີ່ມີຄວາມແມ່ນຢໍາຫຼາຍກວ່າ 100 ລູກ ໃສ່ຖານຕິດຕັ້ງຂອງພວກກະບົດຮູຕີ, ​ພ້ອມດ້ວຍການຍິງລູກສອນໄຟໂຈມຕີພາກພື້ນດິນ ໂ​ທມາຮັອກ (Tomahawk) ໃສ່ເປົ້າໝາຍດັ່ງກ່າວນັ້ນ.

ເຈົ້າ​ໜ້າ​ທີ່​ຍັງ​ກ່າວ​ອີກ​ວ່າ ເປົ້າ​ໝາຍ​ທັງສອງທີ່​ຖືກ​ເລືອກ​ນັ້ນ ເນື່ອງຈາກ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ການ​ຂົນ​ສົ່ງ ແລະ​ບໍ່​ມີ​ພົນ​ລະ​ເຮືອນ ກ້າເດີນທາງໄປມາໄດ້ຢູ່ບໍລິເວນດັ່ງ ກ່າວ.

ໃນຖະແຫຼງການຂອງຕອນແລງວັນພະຫັດຈາກທໍານຽບຂາວ, ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ຮ້ອງການໂຈມຕີດັ່ງນີ້ກ່າວວ່າ ເປັນ "ການຕອບໂຕ້ໂດຍກົງ ທີ່ບໍ່ເຄີຍມີມາກ່ອນ ຕໍ່ການໂຈມຕີຂອງພວກກະບົດຮູຕີ" ໃສ່ການຂົນສົ່ງລະຫວ່າງປະເທດ, ໂດຍກ່າວວ່າ ພວກເຂົາເຈົ້າຈໍາເປັນຕ້ອງປະຕິບັດງານດັ່ງກ່າວນີ້ ລຸນຫຼັງພວກກະບົດຮູຕີ ບໍ່ຫົວຊາຕໍ່ຄວາມພະຍາຍາມ ທາງດ້ານການທູດ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG