ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກອງກຳລັງ ຂອງສະຫະລັດ ຈະຖອນອອກຈາກ ອັຟການິສຖານ ໃນວັນທີ 11 ກັນຍາ ປີນີ້


ທະຫານນາວິກະໂຍທິນ ສະຫະລັດ (ກາງ) ລົມກັບທະຫານບົກແຫ່ງຊາດ ອັຟການິສຖານ ໃນລະຫວ່າງການຝຶກຊ້ອມໃນແຂວງ ແຮລມານ, ປະເທດ ອັຟການິສຖານ. 5 ກໍລະກົດ, 2017.
ທະຫານນາວິກະໂຍທິນ ສະຫະລັດ (ກາງ) ລົມກັບທະຫານບົກແຫ່ງຊາດ ອັຟການິສຖານ ໃນລະຫວ່າງການຝຶກຊ້ອມໃນແຂວງ ແຮລມານ, ປະເທດ ອັຟການິສຖານ. 5 ກໍລະກົດ, 2017.

ປະທານາທິບໍດີ ສະຫະລັດ ທ່ານໂຈ ໄບເດັນ ແມ່ນມີກຳນົດທີ່ຈະກ່າວຄຳປາໄສໃນວັນພຸດມື້ນີ້ ກ່ຽວກັບ ການຕັດສິນໃຈຂອງທ່ານທີ່ຈະຖອນກຳລັງຂອງ ສະຫະລັດ ທັງໝົດອອກຈາກ ອັຟການິສຖານ ໃນວັນທີ 11 ກັນຍາ, ເຊິ່ງແມ່ນວັນຄົບຮອບ 20 ປີຂອງການໂຈມຕີກໍ່ການຮ້າຍຕໍ່ສູນການຄ້າໂລກ ແລະ ທຳນຽບຫ້າແຈ.

ເຈົ້າໜ້າທີ່ລັດຖະບານອາວຸໂສທ່ານນຶ່ງໄດ້ກ່າວກ່ອນຄຳປາໄສຂອງທ່ານປະທານາທິບໍດີວ່າ ທ່ານ ໄບເດັນ ໄດ້ພິຈາລະນາວ່າ “ທາງທີ່ດີທີ່ສຸດທີ່ຈະນຳໄປສູ່ການບັນລຸຜົນປະໂຫຍດຂອງ ອາເມຣິກາ ແມ່ນສິ້ນສຸດສົງຄາມໃນອັຟການິສຖານ ຫຼັງຈາກ 20 ປີຜ່ານໄປ, ສະນັ້ນພວກເຮົາຈຶ່ງສາມາດແກ້ໄຂສະຖານະການໄພຂົ່ມຂູ່ໃນໂລກ ດັ່ງທີ່ມັນມີໃນທຸກມື້ນີ້, ບໍ່ແມ່ນດັ່ງທີ່ມັນເປັນໃນສອງທົດສະວັດທີ່ຜ່ານມາ.”

ໂຄສົກທຳນຽບຂາວ ທ່ານນາງ ເຈັນ ຊາກີ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ທ່ານປະທານາທິບໍດີ ໃນທັດສະນະຂອງທ່ານທີ່ເຫັນສະເໝີມາວ່າ ມັນບໍ່ມີການແກ້ໄຂທາງທະຫານອັນໃດຕໍ່ ອັຟການິສຖານ, ແລະ ວ່າພວກເຮົາໄດ້ໄປຢູ່ທີ່ນັ້ນດົນໂພດ.”

ການຕັດສິນໃຈຂອງ ທ່ານ ໄບເດັນຈະຮັກສາກຳລັງທະຫານ ສະຫະລັດ 3,000 ຄົນໄວ້ຢູ່ສະໜາມໃນ ອັຟການິສຖານ ກາຍວັນຂີດເສັ້ນຕາຍທີ 1 ພຶດສະພາ ຕາມທີ່ໄດ້ຕົກລົງກັນໃນຂໍ້ຕົກລົງທີ່ມີການເຈລະຈາໃນນະຄອນຫຼວງວໍຊິງຕັນ ເມື່ອປີກາຍນນີ້ກັບກຸ່ມ ຕາລີບານ ເວລາທີ່ທ່ານ ດໍໂນລ ທຣຳ ໄດ້ເປັນປະທານາ ທິບໍດີ.

ເຈົ້າໜ້າທີ່ອາວຸໂສ ສະຫະລັດ ທ່ານນຶ່ງໄດ້ກ່າວວ່າ “ພວກເຮົາໄດ້ຮູ້ມາດົນນານ ແລ້ວວ່າກຳລັງທະ ຫານຈະບໍ່ແກ້ໄຂສິ່ງທ້າທາຍທາງການເມືອງພາຍໃນຂອງ ອັຟການິສຖານໄດ້,ຈະເຮັດໃກ້ຄວາມຂັດແຍ້ງພາຍໃນຂອງ ອັຟການິສຖານ ສິ້ນສຸດລົງໄດ້. ແລະ ເພາະສະນັ້ນພວກເຮົາຈະສິ້ນສຸດການປະ ຕິບັດການທາງທະຫານຂອງພວກເຮົາ ໃນຂະນະທີ່ພວກເຮົາເພັ່ງເລັງໃສ່ຄວາມພະຍາຍາມຂອງພວກເຮົາ ໃສ່ການສະໜັບສະໜູນທາງການທູດຕໍ່ຂະບວນການສັນຕິພາບທີ່ກຳລັງດຳເນີນໄປຢູ່ນີ້.”

ລັດຖະບານເທີກີ ໄດ້ປະກາດໃນວັນອັງຄານວານນີ້ວ່າ ເຂົາເຈົ້າຈະຈັດກອງປະຊຸມສັນຕິພາບ 10 ວັນລະຫວ່າງຝ່າຍທີ່ເຮັດສົງຄາມຂອງ ອັຟການິສຖານ ຈາກວັນທີ 24 ເມສາ. ຫຼາຍຊົ່ວໂມງຫຼັງຈາກການປະກາດນັ້ນ, ໂຄສົກຂອງກຸ່ມ ຕາລີບານ ທີ່ມີຫ້ອງການຢູ່ນະຄອນຫຼວງ ໂດຮາ ປະເທດ ກາຕ້າ ໄດ້ກ່າວໃນທວິດເຕີວ່າ ຈົນກວ່າກອງກຳລັງຕ່າງປະເທດທັງໝົດຈະຖອນຕົວອອກຈາກ ປະເທດ ເຂົາເຈົ້າຈະບໍ່ເຂົ້າຮ່ວມໃນກອງປະຊຸມ “ທີ່ຈະທຳການຕັດສິນໃຈ ກ່ຽວກັບ ອັຟການິສຖານ.”

ຂ່າວກ່ຽວກັບການຕັດສິນໃຈຖອນກຳລັງທະຫານໂດຍທ່ານ ໄບເດັນ ໄດ້ມີຂຶ້ນໃນວັນດຽວກັບທີ່ລາຍງານສືບລັບ ສະຫະລັດ ໄດ້ຄາດເດົາວ່າຂໍ້ຕົກລົງສັນຕິພາບ ແມ່ນບໍ່ມີຄວາມເປັນໄດ້ວ່າຈະເກີດຂຶ້ນໃນປີໜ້າ ແລະ ກຸ່ມຕາລີບານ, ເຊິ່ງແມ່ນ ສັດຕູຂອງລັດຖະບານທີ່ຖືກເລືອກຕັ້ງຂອງ ອັຟການິສຖານ ຈະສ້າງຄວາມຄືບໜ້າໃນການຕໍ່ສູ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG