ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໙ ກຸມພາ ໒໐໒໕

ກອງກໍາລັງສະຫະລັດ ຖືກສົ່ງໄປປະຈຳການ ບໍລິເວນຊາຍແດນທາງພາກໃຕ້


ກອງກໍາລັງສະຫະລັດ ຖືກສົ່ງໄປຍັງບໍລິເວນຊາຍແດນທາງພາກໃຕ້.

ປະທານາທິບໍດີສະຫະລັດ ດໍໂນລ ທຣຳ ໄດ້ອອກມາປະກາດວ່າ ມີພາວະສຸກເສີນແຫ່ງຊາດຢູ່ບໍລິເວນຊາຍແດນພາກໃຕ້ຂອງ ສະຫະລັດ, ແລະ ທ່ານກໍກຳລັງສົ່ງກອງທະຫານເພີ້ມເຕີມ ເພື່ອຊ່ວຍຮັກສາເຂດແດນໃຫ້ປອດໄພ.

ກຳລັງທະຫານອາເມຣິກັນ 15,000 ຄົນ ຈະເຂົ້າຮ່ວມປະຕິບັດງານ​ກັບ​ທະຫານ​ປະມານ 2,500 ຄົນ ທີ່ປະຈໍາການ​ຢູ່​ບໍລິເວນຊາຍ​ແດນ​ພາກ​ໃຕ້​ທີ່ຕິດກັບ​ ເມັກ​ຊິ​ໂກ ຢູ່ແລ້ວ.

ທ່ານນາງ ແຄໂຣລາຍ ເລວິທ (Karoline Leavitt), ໂຄສົກປະຈໍາທຳນຽບຂາວ ກ່າວວ່າ:

“ປະທານາທິບໍດີ ທຣໍາ ກໍາລັງສົ່ງຂໍ້ຄວາມທີ່ເຂັ້ມແຂງທີ່ສຸດຕໍ່ປະຊາຊົນໃນທົ່ວໂລກແຫ່ງນີ້, ຖ້າພວກເຈົ້າກໍາລັງຄິດກ່ຽວກັບການລະເມີດກົດໝາຍຂອງ ສະຫະລັດ ອາເມຣິກາ, ພວກເຈົ້າຈະຖືກສົ່ງກັບຄືນບ້ານເກີດ. ພວກເຈົ້າຈະຖືກຈັບ. ພວກເຈົ້າຈະຖືກດໍາເນີນຄະດີ. ສະນັ້ນ, ຈົ່ງຢ່າພາກັນມາ.”

ຄະນະລັດຖະບານ​ກ່າວ​ວ່າ ກອງກໍາລັງທະຫານ​ທີ່​ມຸ້ງ​ໜ້າ​ໄປ​ຍັງ​ຊາຍ​ແດນໂດຍກົງນັ້ນ ​ຈະ​ຊ່ວຍ​ເຫຼືອບັນດາເຈົ້າໜ້າທີ່​ບັງຄັບ​ໃຊ້​ກົດໝາຍໃນການ​ຄວບ​ຄຸມ​ພື້ນທີ່ໄດ້ຢ່າງ “ສົມບູນ”, ​ເພີ້ມ​ທະວີ​ຕິດຕາມຊອກຫາ​ຜູ້​ອົບ​ພະຍົບ ​ແລະຊ່ວຍ​ຕິດ​ຕັ້ງ​ສິ່ງກີດ​ກັ້ນຖາວອນຕ່າງໆ​. ບັນດາເຈົ້າ​ໜ້າ​ທີ່​ກ່າວໂດຍຄາດ​ວ່າ ​ຈະ​ມີກຳລັງ​ທະຫານເພີ້ມເຕີມ ​ໃນອີກບໍ່ເທົ່າໃດ​ອາທິດ​ຂ້າງໜ້າ.

ເຖິງແມ່ນເຈົ້າໜ້າທີ່ທະຫານຈຳນວນນຶ່ງຈະມີອາວຸດເພື່ອປ້ອງກັນຕົນເອງກໍຕາມ, ແຕ່ຈະບໍ່ມີຜູ້ໃດຈັບກຸມຊາວອົບພະຍົບທີ່ຂ້າມຊາຍແດນເຫຼົ່ານັ້ນ, ເນື່ອງຈາກກົດໝາຍຂອງ ສະຫະລັດ ທີ່ຫ້າມທະຫານດໍາເນີນການເຄື່ອນໄຫວບັງຄັບໃຊ້ກົດໝາຍພາຍໃນປະເທດ.

ແຕ່​ມີ​ຂໍ້​ຍົກ​ເວັ້ນຫຼາຍປະການ​ເຊັ່ນ ​ກົດໝາຍ​ວ່າ​ດ້ວຍ​ການ​ກໍ່​ກະບົດ, ເຊິ່ງປະທານາທິບໍດີ​ອາດປະກາດໃຊ້ ທີ່ອະນຸຍາດໃຫ້​ທະຫານ​ ດຳ​ເນີນ​ການ​ຈັບ​ກຸມ​ ຫຼື ​ກວດຄົ້ນ ​ແລະ​ຄຸມຕົວ ໃນດິນແດນຂອງ ສະຫະລັດ, ​ເພື່ອ​ຊ່ວຍ​ຍຸຕິໃນ​ສິ່ງ​ທີ່​ທ່ານ​ຮ້ອງ​ວ່າ “ເປັນການບຸກລຸກ​.”

ທ່ານ ໄມໂຄລ ໂອຮານລອນ (Michael O'Hanlon), ຈາກສະຖາບັນ Brookings ກ່າວຜ່ານ Zoom ວ່າ:

“ທ່ານ ທຣໍາ ບໍ່ໄດ້ປະດິດຄວາມຄິດກ່ຽວກັບບັນຫາດັ່ງກ່າວທັງໝົດນັ້ນ ຂຶ້ນມາ ໂດຍບໍ່ມີເຫດຜົນ, ແຕ່ທ່ານຕັ້ງໃຈຢ່າງຈະແຈ້ງ ທີ່ຈະເຮັດບາງຢ່າງໃນວິທີທາງທີ່ຊາຍແດນມີຄວາມເຂັ້ມງວດຫຼາຍຂຶ້ນກວ່າຄົນອື່ນໆ, ໂດຍສະເພາະ ຜູ້ດໍາລົງຕໍາແໜ່ງໃນທໍານຽບຂາວຄົນກ່ອນໜ້າທ່ານ ຈາກພັກເດໂມແຄຣັດ.”

ທະຫານ​ທີ່ມາເພີ້ມ​ເຕີມ ​ກຳລັງຂົນສົ່ງພວກຄົນ​ເຂົ້າ​ເມືອງທີ່​ຜິດ​ກົດໝາຍ​ຫຼາຍ​ພັນ​ຄົນ​ ເຊິ່ງຖືກ​ກັກ​ຂັງ​ໂດຍເຈົ້າໜ້າທີ່ລາດຕະເວນ​ຊາຍ​ແດນແລະພາສີ​ ອອກ​ຈາກ​ປະ​ເທດ. ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ຄົນ​ນຶ່ງ ​ກ່າວຕໍ່ ​VOA ວ່າ ເລີ້ມຕົ້ນດ້ວຍສອງ​ຖ້ຽວບິນ​ທຳ​ອິດ ​ທີ່ມີ​ຂຶ້ນ​ໃນ​ຕອນ​ເຊົ້າຂອງມື້​ວັນ​ສຸກ​ທີ່ຜ່ານ​ມາ ແລະ​ໄດ້​ລົງ​ຈອດ​ຢູ່​ປະ​ເທດ ກົວເຕມາລາ.

ອ່ານບົດລາຍງານດ້ານລຸ່ມນີ້ເປັນພາສາອັງກິດ

President Donald Trump has declared that a national emergency exists at the United States’ southern border, and he is sending more troops to help secure it. VOA Pentagon correspondent Carla Babb has the details.

Fifteen-hundred American troops joining some 2,500 troops already at the southern border with Mexico.

Karoline Leavitt, White House Press Secretary.

“President Trump is sending a very strong message to people around this world, if you are thinking about breaking the laws of the United States of America, you will be returned home. You will be arrested. You will be prosecuted. Do not come."

The administration says troops directed to the border will help law enforcement take “complete” control, enhancing detection of migrants and helping install physical barriers. And officials say more troops are expected in the coming weeks.

While some of the troops are armed for self-defense, none will be arresting migrants crossing the border, because U.S. law prohibits the military from law enforcement activities inside the country.

But there are exceptions such as the Insurrection Act, the president may invoke that might allow the military to perform arrests or searches and seizures inside U.S. territory, to help stop what he has called an “invasion.”

Michael O’Hanlon, Brookings Institution, Zoom.

“Trump is not inventing the issue out of thin, or whole cloth, but he is clearly willing to do much more in the way of tightening the border than others, especially his Democratic predecessors at the White House.”

Additional troops are flying thousands of illegal immigrants detained by Customs and Border Patrol out of the country. A defense official tells VOA the first two flights occurred early Friday and landed in Guatemala.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG