ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໜັງ​ສື​ພິມ ລາຍ​ງານ​ວ່າ ລມ​ຕ ການ​ເງິນ ມ​ນຸກ​ຈິນ ພວມ​ຊັ່ງ​ຊາ ​ການ​ຍົກ​ເລີກ​ພາ​ສີ ຕໍ່​ຈີນ


ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ສະ​ຫະ​ລັດ ທານ​ສ​ຕີ​ເວັນ ມ​ນຸກ​ຈີນ ພວມ​ຖະ​ແຫຼງ​ຕໍ່​ພວກ​ນັກ​ຂ່າວ ກ່ອນ​ອອກ​ຈາກ ການ​ຮັບ​ປະ​ທານ​ອາ​ຫານ​ທ່ຽງ ທີ່​ເຮັດ​ວຽກ​ໄປ​ພ້ອມ ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ ຢູ່​ທີ່​ຕຶກ​ລັດ​ຖະ​ສະ​ພາ. (15 ມັງ​ກອນ 2019)
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ສະ​ຫະ​ລັດ ທານ​ສ​ຕີ​ເວັນ ມ​ນຸກ​ຈີນ ພວມ​ຖະ​ແຫຼງ​ຕໍ່​ພວກ​ນັກ​ຂ່າວ ກ່ອນ​ອອກ​ຈາກ ການ​ຮັບ​ປະ​ທານ​ອາ​ຫານ​ທ່ຽງ ທີ່​ເຮັດ​ວຽກ​ໄປ​ພ້ອມ ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ ຢູ່​ທີ່​ຕຶກ​ລັດ​ຖະ​ສະ​ພາ. (15 ມັງ​ກອນ 2019)

ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ເງິນ​ຂອງ​ສະ​ຫະ​ລັດ ບໍ່​ໄດ້​ໃຫ້​ຄວາມ​ສຳ​ຄັນ ຕໍ່​ລາຍ​ງານ​ຂ່າວ​ຂອງ​ໜັງສື​ພິມວອ​ລ​ສ​ຕິດ ເຈີ​ໂນລ (Wall Street Journal) ທີ່​ກ່າວ​ວ່າ ລັດ​ຖະ​ມົນ​ຕີ​ ສ​ຕີ​ເວັນ
ມ​ນຸກ​ຈີນ ພວມ​ຈະ​ຍົກ​ເລີກ​ພາ​ສີ​ເປັນ​ບາງ​ສ່ວນ ຫຼື​ວ່າ​ທັງໝົດ ຕໍ່​ສິນ​ຄ້າ​ຂາ​ເຂົ້າ​ຂອງ​ຈີນ.

ໂຄ​ສົກ​ຂອງ​ກະ​ຊວງ​ການ​ເງິນ ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ “ທັງ​ລັດ​ຖະ​ມົນ​ຕີມ​ນຸກ​ຈີນ ຫຼື​ເອກ​ອັກ​ຄະ​ລັດ​ຖະ​ທູດ​ໄລ​ໄທ​ເຊີ (ຜູ້​ຕາງ​ໜ້າ​ທາງ​ດ້ານ​ການ​ຄ້າ​ຂອ​ງສະ​ຫະ​ລັດ) ກໍ​ບໍ່​ໄດ້​ໃຫ້​ການ​ສະ​ເໜີ​ແນະ​ຕໍ່​ບຸກ​ຄົນ​ໃດ ກ່ຽວ​ກັບ​ເລື້ອງ​ການ​ເກັບພາ​ສີ ຫຼື​ພາກ​ສ່ວນ​ໃດໆ ໃນ​ການ​ເຈ​ລະ​ຈາ​ກັບ​ຈີນ. ນີ້​ແມ່ນ​ຂັ້ນ​ຕອນ ​ທີ່​ພວມ​ດຳເນີນ​ກັນ​ຢູ່ ​ກັບ​ຈີນ ຊຶ່ງ​ເບິ່ງ​ຊົງ​ວ່າ ຈະ​ບໍ່​ແລ້ວ​ງ່າຍໆ ໃນ​ໄວໆ​ນີ້.”

ຮຸ້ນ​ສະ​ຫະ​ລັດ​ໄດ້​ຖີບ​ໂຕ​ສູງ​ຂຶ້ນ​ໃນ​ຕອນ​ອັດ​ຕະ​ຫຼາດ ໃນ​ວັນ​ພ​ະ​ຫັດ​ວານນີ້ ໃນ​ອັນ​ທີ່​ປາ​ກົດ​ວ່າ ເປັນ​ປະ​ຕິ​ກິ​ລິ​ຍາ ຕໍ່​ລາຍ​ງານ​ຂ່າວ​ຂອງ ໜັງສື​ພິມວອ​ລ​ສ​ຕິດ ເຈີ​ໂນລ ທັງໆ​ທີ່​ກະ​ຊວງ​ການ​ເງິນ​ໄດ້​ປະ​ຕິ​ເສດ.

ຜູ້​ຕາງ​ໜ້າ ທາງ​ດ້ານ​ການ​ຄ້າ ຂອງ​ສະ​ຫະ​ລັດ ທ່ານ​ໂຣ​ເບີດ ໄລ​ໄທ​ເຊີ້ ພວມ​ກ່າວ ຢູ່​ໃນ​ກອງ​ປະ​ຊຸມ​ ຖະ​ແຫຼງ​ຂ່າວ ຢູ່​ນະ​ຄອນ​ເມັກ​ຊິ​ໂກຊີ້​ຕີ້. (5 ມີ​ນາ 2018)
ຜູ້​ຕາງ​ໜ້າ ທາງ​ດ້ານ​ການ​ຄ້າ ຂອງ​ສະ​ຫະ​ລັດ ທ່ານ​ໂຣ​ເບີດ ໄລ​ໄທ​ເຊີ້ ພວມ​ກ່າວ ຢູ່​ໃນ​ກອງ​ປະ​ຊຸມ​ ຖະ​ແຫຼງ​ຂ່າວ ຢູ່​ນະ​ຄອນ​ເມັກ​ຊິ​ໂກຊີ້​ຕີ້. (5 ມີ​ນາ 2018)

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ທ່ານ​ຫລິວ ເຫ ຈະ​ເດີນ​ທາງ​ມາ​ວໍ​ຊິງ​ຕັນ​ໃນ​ທ້າຍອາ​ທິດນີ້ ເພື່ອ​ທຳ​ການ​ເຈ​ລະ​ຈາ​ກັນ​ຕື່ມ.

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ແລະ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ໄດ້ປະ​ກາດ​ຢຸດ​ຍິງ​ໃນ​ສົງ​ຄາມ​ການ​ຄ້າ​ລະ​ຫວ່າງ​ກັນ ເປັນ​ເວ​ລາ 90 ມື້ ໃນ​ເດືອນແລ້ວນີ້.

ແຕ່ນອກ​ຈາກວ່າ​ໄດ້​ມີ​ການ​ບັນ​ລຸ​ການ​ຕົກ​ລົງ​ກັນ ສະ​ຫະ​ລັດ​ຈະ​ຂຶ້ນ​ພາ​ສີ​ຕື່ມ​ອີກ 10 ເປີ​ເຊັນ ຕໍ່​ສິນ​ຄ້າ​ຈີນ​ໃນ​ມູນ​ຄ່າ 200 ຕື້​ໂດ​ລາ ແລະ​ຂຶ້ນ​ເປັນ 25 ເປີ​ເຊັນໃນ​ເດືອນ​ມີ​ນາ ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວ ທີ່​ບໍ່​ມີ​ການ​ສົງ​ໄສ​ເລີຍ​ວ່າ ຈະ​ພາ​ໃຫ້ຈີນ​ທຳ​ການ​ຕອບ​ໂຕ້​ຄືນ.

ທ່ານ​ທ​ຣຳ​ໄດ້​ຕໍ່​ວ່າ​ມາ​ດົນ​ນານ​ແລ້ວ ກ່ຽວ​ກັບ​ການ​ເຮັດ​ການ​ຄ້າ​ທີ່​ບໍ່​ເປັນ​ທຳ​ຂອງຈີນ ຮວມ​ທັງ​ການ​ກ່າວ​ຫາ​ ກ່ຽວ​ກັບ​ການ​ລັກ​ຂະ​ໂມຍ​ຊັບ​ສິນ​ທາງ​ດ້ານ​ສະ​ຕິ​ປັນຍາ ແລະ​ກົດ​ດັນ​ໃຫ້​ບໍ​ລິ​ສັດ​ສະ​ຫະ​ລັດ ເປີດ​ເຜີຍ​ເທັກ​ໂລ​ໂລ​ຈີ​ຂອງ​ຕົນ ຖ້າ​ເຂົາເຈົ້າ​ຕ້ອງ​ການ​ຢາກ​ເຮັດ​ທຸ​ລະ​ກິດ​ຢູ່​ຈີນ.

ຈີນ​ເອີ້ນ​ການ​ກ່າວ​ຫາ​ເຫຼົ່າ​ນັ້ນ​ວ່າ ບໍ່​ມີ​ມູນ​ຄວາມ​ຈິງ ແລະ​ກ່າວ​ວ່າ ແມ່ນການຈຳ​ກັດ​ຮັດ​ແຄບ​ຂອງສະ​ຫະລັດ​ເອງ ທີ່​ລະ​ເບີດ​ກົດ​ລະ​ບຽບ​ການ​ຄ້າ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG